Ad

Ad

23 August 2016

7 ວັນຜ່ານມາ, ທົ່ວນະຄອນຫລວງວຽງຈັນມີຜູ້ເສຍຊີວິດຍ້ອນອຸປະຕິເຫດ 2 ຄົນ

          ນັບແຕ່ວັນທີ 15-21 ສິງຫາຜ່ານມານີ້, ທົ່ວນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ 18 ກໍລະນີ, ມີຄົນໄດ້ຮັບບາດເຈັບ 39 ຄົນ ແລະ ຜູ້ເສຍຊີວິດ 2 ຄົນ, ແຕ່ທຽບໃສ່ໄລຍະດຽວກັນຂອງເດືອນຜ່ານມາ, ເຫັນວ່າຫລຸດລົງເລັກຫນ້ອຍ ແຕ່ມີຜົນເສຍຫາຍບໍ່ໜ້ອຍຄື: ມີພາຫະນະເປ່ເພນັບຮ້ອຍຄັນ, ມີຜູ້ໄດ້ຮັບບາດເຈັບຫລາຍສິບຄົນ, ຊຶ່ງອຸປະຕິເຫດດັ່ງກ່າວສ່ວນຫລາຍເກີດຂຶ້ນຈາກການຂາດສະຕິ, ບໍ່ເຄົາລົບກົດລະບຽບຈະລາຈອນ, ດື່ມສິ່ງມຶນເມົາແລ້ວຂັບຂີ່, ແລ່ນລົດໄວເກີນກຳນົດ. ສະນັ້ນ ອີກບໍ່ພໍເທົ່າໃດມື້ ສປປ ລາວ ກໍຈະເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມ ອື່ນໆ, ດັ່ງນັ້ນ ຮຽກຮ້ອງໃຫ້ນັກຂັບຂີ່ທຸກຄົນຈົ່ງມີສະຕິ, ລະມັດລະວັງການໄປການມາ, ທັງນີ້ ກໍເພື່ອຫລີກລ້ຽງອຸປະຕິເຫດທີ່ຈະເກີດຂຶ້ນໄດ້ທຸກເວລາ.

No comments:

Post a Comment