Ad

Ad

5 August 2016

ປກສ ເມືອງຄໍາເກີດ ຈັບເຄືອຂ່າຍຄ້າກັນຊາລາຍໃຫຍ່

ຂ່າວ-ພາບ: ຫນັງສືພິມ ປກສ
            ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງຄໍາເກີດ, ແຂວງບໍລິຄໍາໄຊ, ໄດ້ຈັບຕົວເຄືອຄ່າຍຄ້າຂາຍຢາເສບຕິດລາຍໃຫຍ່, ພ້ອມຂອງກາງກັນຊານໍ້າໜັກຫລາຍກິໂລ.
            ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການລັກລອບຂົນສົ່ງຢາເສບຕິດເປັນຈໍານວນຫລາຍຜ່ານເຂດເມືອງຂອງຕົນ, ຈຶ່ງໄດ້ຈັດກໍາລັງລົງຕັ້ງດ່ານກວດກາຕາມເສັ້ນທາງຈຸດຕ່າງໆ ແລະ ໃນຂະນະນັ້ນໄດ້ເຫັນລົດເປົ້າໝາຍກະບະແດຫັນໝາຍເລກທະບຽນ 5071 ກໍາແພງນະຄອນ, ຂັບມາດ້ວຍຄວາມໄວຕາມເສັ້ນທາງເຂດບ້ານໂພນຕານ, ເຈົ້າໜ້າທີ່ຈຶ່ງທໍາການຢຸດລົດ, ແຕ່ລົດຄັນດັ່ງກ່າວໄດ້ຂັບຝ່າດ່ານກວດຂອງເຈົ້າໜ້າທີ່ຈຶ່ງໄດ້ໄລ່ຕິດຕາມຈົນເຮັດໃຫ້ລົດຄັນດັ່ງ
ກ່າວເສຍຫລັກເຈີດລົງຂ້າງ, ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າໄປກວດຄົ້ນລົດພົບເຫັນມີໜຶ່ງຄົນຍັງຢູ່ໃນລົດຊື່ທ້າວ ຫວາຢ່າງຊົງ ອາຍຸ 50 ປີຢູ່ບ້ານຜາເມືອງ, ເມືອງຄໍາເກີດ, ແຂວງບໍລິຄໍາໄຊ, ສ່ວນຄົນຂັບລົດຄົນດັ່ງກ່າວແມ່ນໄດ້ເອົາຕົວລົບໜີເຂົ້າໄປໃນປ່າແຄມທາງ ແລະ ພົບເຫັນກັນຊາເປັນຈໍານວນຫລາຍກິໂລຊຸກເຊື່ອງໄວ້ໃນເປົາປຸຍຫລາຍໜ່ວຍຢູ່ທ້າຍລົດຄັນນັ້ນ, ຈຶ່ງໄດ້ຈັບຕົວຜູ້ທີ່ນັ່ງມານໍາລົດໄປສືບສວນ ແລະ ໄດ້ຍຶດກັນຊາທັງໝົດພ້ອມລົດໄວ້ເປັນຫລັກຖານ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.
           ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ທ້າວ ຫວາຢ່າງຊົງ ຮັບສາລະພາບວ່າ: ກັນຊາທັງໝົດເປັນຂອງນ້ອງຊາຍຕົນຊື່ທ້າວ ຈາມົວຊົງ ເພື່ອຈະເອົາໄປສົ່ງໃຫ້ລູກຄ້າໃນເຂດຫລັກຊາວ, ເມືອງຄໍາເກີດ ແລະ ໄດ້ຊວນຕົນນັ່ງລົດໄປນໍາ, ໂດຍບອກວ່າຈະແບ່ງເງິນໃຫ້ຕົນ 5 ພັນບາດ (ສະກຸນເງິນໄທ) ແຕ່ຂັບຂີ່ມາຮອດຈຸດດັ່ງກ່າວຈຶ່ງຖືກເຈົ້າໜ້າທີ່ຈັບຕົວເສຍກ່ອນ.

          ປັດຈຸບັນ, ຄະດີຢາເສບຕິດລາຍນີ້, ເຈົ້າໜ້າທີ່ໄດ້ເລັ່ງຂະຫຍາຍຜົນເພື່ອຈັບຕົວຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍໂດຍໄວ.   

No comments:

Post a Comment