Ad

Ad

5 August 2016

ຮູ້ແລ້ວສາເຫດໄຟໄໝ້ສາງເກັບມ້ຽນເຄື່ອງຢູ່ບ້ານດົງນາໂຊກເໜືອເກີດຈາກໄຟຟ້າຊ໋ອດ

          ວັນທີ 4 ສິງຫານີ້, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານອັກຄີໄຟນະຄອນຫຼວງວຽງຈັນໄດ້ອອກມາເປີດເຜີຍເຖິງສາເຫດຂອງການເກີດໄຟໄໝ້ສາງເກັບມ້ຽນເຄື່ອງຂອງບໍລິສັດຂົນສົ່ງດາວໃຈ, ບ້ານດົງນາໂຊກເໜືອ, ເມືອງສີໂຄດຕະບອງໃນວັນທີ 2 ສິງຫາທີ່ຜ່ານມາວ່າ: ພາຍຫຼັງ ສືບສວນຈາກຄຳໃຫ້ການຂອງພະນັກງານເຝົ້າສາງ, ບວກກັບການລົງກວດກາສະຖານທີ່ເກີດເຫດຕົວຈິງຂອງເຈົ້າໜ້າທີ່ກ່ຽວຂ້ອງຈຶ່ງຮູ້ວ່າ: ສາເຫດຂອງການເກີດໄຟໄໝ້ຄັ້ງນີ້ແມ່ນເກີດຈາກໄຟຟ້າຊ໋ອດ (ໄຟຟ້າລັດວົງຈອນ), ຊຶ່ງພົບຫຼັກຖານໄຟຟ້າຊ໋ອດຢູ່ຫ້ອງບັນຊີການເງິນຂອງສາງດັ່ງກ່າວ, ກ່ອນຈະເກີດໄຟລຸກໄໝ້, ສ່ວນຄວາມເສຍຫາຍທັງໝົດຍັງຢູ່ໃນຂັ້ນຕອນການປະເມີນ, ຄາດວ່າມີມູນຄ່າຫຼາຍສົມຄວນ.


          ຈາກເຫດການດັ່ງກ່າວເຈົ້າໜ້າທີຈຶ່ງເຕືອນໄປເຖິງບັນດາສຳນັກງານ, ອົງການ, ຕະຫຼອດຮອດປະຊາຊົນຈົ່ງເອົາໃຈໃສ່ຕິດຕາມກວດກາລະບົບໄຟຟ້າໃນສຳນັກງານ, ຫ້ອງການ  ແລະ ເຮືອນ ຊານບ້ານຊ່ອງຂອງຕົນໃຫ້ດີ, ຖ້າຫາກເຫັນວ່າມີສະພາບເກົ່າແກ່ກໍໃຫ້ປ່ຽນຖ່າຍ, ເພື່ອຫຼີກລຽງຈາກການເກີດໄຟຊ໋ອດ ຫຼື ໄຟຟ້າລັດວົງຈອນໄດ້ງ່າຍ, ພ້ອມນັ້ນໃຫ້ມີສະຕິ ມອດຟືນ-ມອດໄຟໃຫ້ດີຫຼັງຈາກໃຊ້ງານເຊັ່ນ: ປັກສຽບ, ພັດລົມ, ແອ, ເຕົາອົບ, ເຕົາແກ໋ດ ແລະ ເຄື່ອງໃຊ້ໄຟຟ້າອື່ນໆເພື່ອຄວາມປອດໄພ, ສິ່ງສຳຄັນອີກອັນໜຶ່ງເມື່ອກໍ່ສ້າງອາຄານຕ່າງໆແມ່ນໃຫ້ປະຕິບັດຕາມຫຼັກການກໍຄືລະບຽບກົດໝາຍຂອງໜ່ວຍງານສະກັດກັ້ນ ແລະ ຕ້ານອັກຄີໄພຢ່າງເຂັ້ມງວດ, ໂດຍສະເພາະການຕິດຕັ້ງລະບົບດັບເພີງຄົບຊຸດຢູ່ຈະເປັນການດີທີ່ສຸດ, ເພື່ອສາມາດມອດໄຟໄດ້ທັນເວລາໃນເມື່ອມີໄຟໄຟ້າຊ໋ອດ ຫຼື ອັກຄີໄພເກີດຂຶ້ນ.

No comments:

Post a Comment