Ad

Ad

4 August 2016

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48 ໄຂຂຶ້ນທີ່ນະຄອນຫລວງວຽງຈັນ

          ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48, ໄດ້ໄຂຂຶ້ນຢ່າງເປັນທາງການໃນເຊົ້າວັນທີ 3 ສິງຫານີ້, ທີ່ນະຄອນຫລວງວຽງຈັນ, ໂດຍທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃຫ້ກຽດກ່າວເປີດກອງປະຊຸມສຳຄັນນີ້, ມີລັດຖະມົນຕີເສດຖະກິດຂອງ 10 ປະເທດສະມາຊິກອາຊຽນ ແລະ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມນຳດ້ວຍ.
          ກ່ອນກ່າວເປີດປະຊຸມຂອງທ່ານນາຍົກລັດຖະມົນຕີ, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນ ຕີກະຊວງອຸດສາຫະກຳ ແລະ ການຄ້າ ແຫ່ງ ສປປ ລາວ ໃນນາມປະທານກອງປະຊຸມ ກໍໄດ້ກ່າວຕ້ອນຮັບບັນດາຜູ້ແທນ ແລະ ສະແດງຄວາມຂອບໃຈຢ່າງສູງຕໍ່ບັນດາປະເທດອາ
ຊຽນ, ຄູ່ເຈລະຈາອາຊຽນ, ປະເທດເພື່ອນມິດສາກົນທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫລືອ ສປປ ລາວ ໃນການກະກຽມດຳ ເນີນກອງປະຊຸມສຳຄັນຄັ້ງນີ້ ເພື່ອຈະເປັນເງື່ອນໄຂອັນດີໃຫ້ແກ່ການຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29 ທີ່ຈະຈັດຂຶ້ນໃນເດືອນກັນຍາ 2016ນີ້, ທີ່ນະຄອນຫລວງວຽງຈັນ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.
          ໃນບົດປາໃສກ່າວເປີດກອງປະຊຸມຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເນັ້ນເຖິງຜົນສຳເລັດອັນພົ້ນເດັ່ນຫລາຍດ້ານທີ່ອາຊຽນຍາດມາໄດ້ໃນຜ່ານມາ ເປັນຕົ້ນ ສາມາດຮັກສາສະຖຽນລະພາບທາງດ້ານເສດຖະກິດເຮັດໃຫ້ເສດຖະກິດມີການເຕີບໂຕຢ່າງໝັ້ນ ທ່ຽງ ແລະ ຕໍ່ເນື່ອງ, ບໍລິມາດການລົງທຶນ ແລະ ການທ່ອງທ່ຽວອາຊຽນ ກໍມີທ່າ ອ່ຽງເພີ່ມຂຶ້ນໃນແຕ່ລະປີ, ທີ່ສຳຄັນ ແມ່ນການປະກາດສ້າງຕັ້ງປະຊາຄົມເສດຖະກິດອາຊຽນ ທ້າຍປີ 2015 ຜ່ານມານີ້, ໄດ້ກາຍເປັນນິມິດໝາຍທາງປະຫວັດສາດທີ່ສຳຄັນຂອງອາ ຊຽນ ໃນການບັນລຸເປົ້າໝາຍວິໄສທັດ 2015, ພ້ອມທັງເຮັດໃຫ້ອາຊຽນກາຍເປັນພາກພື້ນ ທີ່ມີຕະຫລາດ ແລະ ຖານການຜະລິດໜຶ່ງດຽວ, ມີການເຄື່ອນຍ້າຍສິນ ຄ້າ, ບໍລິການ, ການ ລົງທຶນ ແລະ ແຮງງານຢ່າງເສລີໃນພາກພື້ນ, ພ້ອມນີ້ ຍັງສ້າງໃຫ້ອາຊຽນກາຍ ເປັນພາກພື້ນທີ່ມີຄວາມອາດສາມາດດ້ານການແຂ່ງຂັນສູງ ແລະ ສາມາດເຊື່ອມໂຍງເສດຖະກິດ ເຂົ້າກັບພາກພື້ນອື່ນໆຢ່າງກ້ວາງຂວາງ ແລະ ຍັງເຮັດໃຫ້ອາຊຽນກາຍເປັນພາກພື້ນ ທີ່ມີ ການເຄື່ອນໄຫວບົນພື້ນຖານຫລັກການ ແລະ ລະບຽບການທີ່ມີຄວາມສອດຄ່ອງກົມກຽວນຳ ກັນ. ຄຽງຄູ່ກັນນີ້ ອາ ຊຽນຍັງຈະໄດ້ສືບຕໍ່ສຸມໃສ່ການເຈລະຈາເປີດຂະແໜງການບໍລິການ ໃຫ້ຄົບຕາມຈຳນວນທີ່ໄດ້ກຳນົດໄວ້ ຢູ່ໃນສັນຍາການຄ້າການບໍລິການອາຊຽນໃຫ້ມີ ຄວາມສອດຄ່ອງກັບສະພາບຄວາມເປັນຈິງ, ໃນປັດຈຸບັນ ວຽກງານການຄ້າ, ອາຊຽນ ຈະຕ້ອງໄດ້ສຸມໃສ່ບັນຫາທີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ, ໂດຍ ສະເພາະບັນຫາສິ່ງກີດຂວາງທີ່ບໍ່ແມ່ນອັດຕາພາສີ, ຂັ້ນຕອນການແຈ້ງພາສີ ແລະ ການ ສ້າງລະບຽບການພາຍໃນ ທີ່ບໍ່ເອື້ອອຳນວຍຕໍ່ການຄ້າ; ດ້ານການລົງທຶນ, ອາຊຽນຕ້ອງໄດ້ສືບຕໍ່ເພີ່ມທະວີການປັບປຸງບັນດາລະບຽບການ, ກົນໄກ ແລະ ຂັ້ນຕອນຕ່າງໆ ເພື່ອສ້າງ ສິ່ງແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ນັກລົງທຶນ ແລະ ເຮັດໃຫ້ອາຊຽນເປັນຈຸດໝາຍປາຍ ທາງຂອງການລົງທຶນ.
          ທ່ານນາຍົກ ກ່າວວ່າ: ການສ້າຕັ້ງປະຊາຄົມເສດຖະກິດອາຊຽນໃນປີ 2015 ນີ້, ເປັນພຽງຈຸດເລີ່ມຕົ້ນຂອງການເຊື່ອມໂຍງເສດຖະກິດອາຊຽນເທົ່ານັ້ນ, ຊຶ່ງອາຊຽນຍັງຈະ ຕ້ອງໄດ້ສືບຕໍ່ກ້າວເດີນໄປຂ້າງໜ້າຢ່າງມີຍຸດທະສາດ, ດັ່ງນັ້ນ ກອງປະຊຸມສຸດຍອດຜູ້ນຳ ອາຊຽນຄັ້ງທີ 27 ທີ່ໄດ້ຈັດຂຶ້ນໃນເດືອນພະຈິກ 2015 ທີ່ກົວລາລຳເປີ ປະເທດມາເລເຊຍ ຜ່ານມານັ້ນ, ຜູ້ນຳອາຊຽນໄດ້ຮັບຮອງເອົາແຜນງານປະຊາຄົມເສດຖະກິດອາຊຽນ 2025 ຫລື AEC Blueprint 2025 ໃນໄລຍະ 10 ປີຕໍ່ໜ້າ, ຊຶ່ງໄດ້ກຳນົດເອົາ 5 ເປົ້າໝາຍ ຫລັກຄື: ໜຶ່ງ, ປະເທດສະມາຊິກອາຊຽນຕ້ອງມີລະບົບເສດຖະກິດທີ່ເຊື່ອມໂຍງ ແລະ ຍັບເຂົ້າກັນສູງຂຶ້ນ; ສອງ, ປະຊາຄົມເສດຖະກິດອາຊຽນຕ້ອງມີຄວາມສາມາດແຂ່ງ ຂັນ, ມີນະວັດຕະກໍາໃໝ່ ແລະ ເຂັ້ມແຂງຂຶ້ນກວ່າເກົ່າ; ສາມ, ສົ່ງເສີມການເຊື່ອມຈອດດ້ານເສດຖະ ກິດ ແລະ ການຮ່ວມມືຂອງຂະແໜງການ; ສີ່, ປະຊາຄົມເສດຖະກິດອາຊຽນ ມີຄວາມສາມາດປັບຕົວ, ເດີນໜ້າໄປພ້ອມກັນກັບທຸກພາກສ່ວນ ແລະ ມີປະຊາຊົນເປັນຈຸດ ສູນກາງ ແລະ ຫ້າ, ປະຊາຄົມເສດ ຖະກິດອາຊຽນເປັນສ່ວນສຳຄັນ ແລະ ມີບົດບາດໂດດ ເດັ່ນໃນປະຊາຄົມໂລກ. ສະນັ້ນ ກອງປະຊຸມຄັ້ງນີ້ ຈະພ້ອມກັນພິຈາລະນາປຶກສາຫາລື ບັນດາກົນໄກ ແລະ ມາດຕະການຕ່າງໆທີ່ເໝາະສົມ ແລະ ສອດຄ່ອງກັບສະພາບຕົວຈິງ ເພື່ອຜັນຂະຫຍາຍເນື້ອໃນຂອງແຜນງານດ່ັງກ່າວນັ້ນ ໃຫ້ໄດ້ຮັບຜົນສຳເລັດສູງ.

          ໃນຕອນທ້າຍ, ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ບັນດາຜູ້ແທນເຂົ້າຮ່ວມ ໄດ້ເອົາໃຈໃສ່ບາງບັນຫາດັ່ງນີ້: ຮັບປະກັນການຈັດຕັ້ງປະຕິບັດແຜນງານ 2025 ໃຫ້ປະ ກົດຜົນເປັນຈິງ, ໂດຍມີການກຳນົດກົນໄກ, ແຜນວຽກລະອຽດ, ລະບົບປະສານງານ ແລະ ການຕິດຕາມປະເມີນຜົນຢ່າງເປັນລະບົບ; ຮັບປະກັນເຮັດໃຫ້ການດຳເນີນທຸລະກິດໃນອາ ຊຽນມີຄວາມສະດວກ ແລະ ມີຕົ້ນທຶນຕ່ຳ; ຮັບປະກັນການເປັນໃຈກາງຂອງອາຊຽນ ຂອງ ການຮ່ວມມືດ້ານເສດຖະກິດກັບບັນດາຄູ່ເຈລະຈາ; ຮັບປະກັນການຈັດຕັ້ງຜັນຂະຫຍາຍ ເນື້ອໃນຄຳຂວັນທີ່ວ່າ: ຫັນວິໃສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງອາຊຽນ”; ຮັບປະກັນໃຫ້ມີການພັດທະນາທີ່ສະເໝີພາບ ແລະ ເທົ່າທຽມກັນໃນອາຊຽນ; ຮັບປະກັນຜົນ ປະໂຫຍດໃຫ້ແກ່ພາກທຸລະກິດຂອງອາຊຽນ ຈາກການເຂົ້າຮ່ວມເຂດການຄ້າເສລີລະຫວ່າງ ອາຊຽນ ແລະ ຄູ່ຮ່ວມເຈລະນາ; ຮັບປະກັນການເຂົ້າຮ່ວມຢ່າງຫ້າວຫັນ ແລະ ຢ່າງເປັນ ເຈົ້າການຂອງພາກທຸລະກິດໃນການຈັດຕັ້ງປະຕິບັດແຜນປະຊາຄົມເສດຖະກິດອາຊຽນ 2025 ຢ່າງມີປະສິດທິຜົນ.

No comments:

Post a Comment