Ad

Ad

4 August 2016

ກອງປະຊຸມສະພາເຂດການລົງທຶນອາຊຽນ (AIA) ຄັ້ງທີ 19

          ໃນຕອນບ່າຍວັນທີ 3 ສິງຫານີ້, ທີ່ໂຮງແຮມດອນຈັນ ພາເລດ ນະຄອນຫລວງວຽງຈັນ, ໄດ້ສືບຕໍ່ການດຳເນີນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັັ້ງທີ 48 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ, ຊຶ່ງໃນນີ້ແມ່ນມີກອງປະຊຸມສະພາເຂດການລົງທຶນອາຊຽນຄັ້ງທີ 19 (AEM 19th AIA Council Meeting), ກອງປະຊຸມຄັ້ງນີ້ມີຄະນະຜູ້ແທນລະດັບລັດຖະມົນຕີເຂົ້າຮ່ວມຈາກອາຊຽນ 10 ປະເທດ, ພ້ອມດ້ວຍກອງເລຂາອາຊຽນ ເພື່ອແລກປ່ຽນຄຳເຫັນຕໍ່ການຈັດຕັ້ງປະຕິບັດສັນຍາວ່າດ້ວຍການລົງທຶນຮອບດ້ານອາຊຽນ (ACIA), ໃນໄລຍະຜ່ານມາ ແລະ ເພື່ອເປັນການກະກຽມວຽກງານຈັດຕັ້ງປະຕິບັດໃນປີຕໍ່ໄປໂດຍເຫັນດີນຳກັນຫລາຍປະເດັນດັ່ງນີ້: ອີງຕາມສັນຍາການລົງທຶນຮອບດ້ານອາຊຽນ (ACIA), ຊຶ່ງ
ມັນເປັນເຄື່ອງມີອັນສຳຄັນສຳລັບການສົ່ງເສີມເສດຖະກິດຂອງອາຊຽນ ໃນການເຄື່ອນຍ້າຍການລົງທຶນຢ່າງເສລີໃຫ້ປະກົດຜົນເປັນຈິງ, ປະເທດສະມາຊິກອາຊຽນ ໄດ້ມີການປະຕິຮູບພາຍໃນຫລາຍດ້ານ ເພື່ອປັບປຸງສະພາບແວດລ້ອມທາງດ້ານທຸລະກິດຂອງພວກເຂົາເຈົ້າ, ໂດຍສະເພາະແມ່ນການອຳນວຍຄວາມສະດວກດ້ານການລົງທຶນ, ເພີ່ມຄວາມໂປ່ງໃສ ແລະ ບັນລຸຜົນເພີ່ມຕື່ມຂອງການເປີດເສລີໃນພາກພື້ນ; ບັນດາທ່ານລັດຖະມົນຕີໄດ້ຮັບຊາບຄວາມຄືບໜ້າກ່ຽວກັບຂັ້ນຕອນສຸດທ້າຍຂອງອະນຸສັນຍາທີ 2 ເພື່ອປັບປຸງສັນຍາການລົງທຶນຮອບດ້ານອາຊຽນ (ACIA) ເພື່ອຜັນຂະຫຍາຍສິ່ງທີ່ໄດ້ຕົກລົງຮ່ວມກັນໃນປີທີ່ຜ່ານມາກ່ຽວກັບວາລະໃນການປະຕິບັດສັນຍາການລົງທຶນຮອບດ້ານອາຊຽນ, ຊຶ່ງຈະເປັນການສົ່ງເສີມດ້ານການຈັດຕັ້ງປະຕິບັດ ແລະ ໃຫ້ໄດ້ຮັບໝາກຜົນຈາກສັນຍານີ້, ບັນດາລັດຖະມົນຕີ ໄດ້ຊຸກຍູ້ໃຫ້ບັນດາປະເທດສະມາຊິກອາຊຽນ ເຮັດສຳເລັດຂັ້ນຕອນພາຍໃນຂອງຕົນ ເພື່ອກຽມຄວາມພ້ອມສຳລັບການລົງນາມອະນຸສັນຍາດັ່ງກ່າວໃນໄລຍະກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29, ຊຶ່ງຈະໄດ້ຈັດຂຶ້ນໃນເດືອນກັນຍາ 2016, ທີ່ນະຄອນຫລວງວຽງຈັນ ສປປ ລາວ ແລະ ພ້ອມນີ້ ບັນດາທ່ານລັດຖະມົນຕີມີຄວາມຍິນດີຕໍ່ການລວມເອົາລະດັບຂອງຜົນສຳເລັດ ຊຶ່ງເປັນຕົວຊີ້ວັດຂອງການຈັດຕັ້ງປະຕິບັດທີ່ສຳຄັນ, ຕາມແຜນວຽກການລົງທຶນໃນໄລຍະປີ 2016-2025 ເພື່ອສົ່ງເສີມການກວດກາຄວາມຄືບໜ້າຂອງອາຊຽນ ເພື່ອຜົນສຳເລັດໃນການເປີດເສລີດ້ານການລົງທຶນ, ແຜນວຽກດັ່ງກ່າວນັ້ນ ຍັງເປັນການສະໜອງຂໍ້ມູນເພີ່ມເຕີມໃຫ້ພາກສ່ວນກ່ຽວຂ້ອງ ແລະ ຄຽງຄູ່ກັບບັນດາກິດຈະກຳຕ່າງໆ.

No comments:

Post a Comment