ປັດຈຸບັນບໍລິສັດວັດທະນາການໄຟຟ້າໄດ້ເລັ່ງດໍາເນີນການຟື້ນຟູ
ແລະ ປົວແປງລະບົບຕາຂ່າຍໄຟຟ້າ 22 ກິໂລໂວນແຕ່ສະຖານີໜອງເດີ່ນຫາທາງເລກ 9
ທີ່ໄດ້ຮັບຜົນກະທົບຈາກພາຍຸພັດຜ່ານໃນວັນທີ 18 ກໍລະກົດ 2016 ນີ້, ອັນໄດ້ເຮັດໃຫ້ລະບົບຕາຂ່າຍໄຟຟ້າດັ່ງກ່າວເປ່ເພເສຍຫາຍໜັກ. ສົ່ງຜົນໃຫ້ການສະໜອງໄຟຟ້າເຂົ້າເຂດເສດຖະກິດພິເສດສະຫວັນ-ເຊໂນ
ໄດ້ຮັບຜົນກະທົບໜັກ.
ແຫລ່ງຂ່າວທ້ອງຖິ່ນໃຫ້ຮູ້ວ່າ:
ຈາກການສໍາຫລວດຜົນເສຍຫາຍຂອງລະບົບຕາຂ່າຍໄຟ
ຟ້າດັ່ງກ່າວແມ່ນຕ້ອງໄດ້ກໍ່ສ້າງຄືນໃໝ່ທັງລະບົບນັ້ນແຕ່ສະຖານີໄຟຟ້າໜອງເດີ່ນຫາທາງເລກ
9 ໂດຍມີເສົາໄຟຫັກທັງໝົດຈໍານວນ 50 ຕົ້ນທີ່ຕ້ອງໄດ້ມີການປ່ຽນຖ່າຍ, ໂດຍຈະມີຜົນເສຍຫາຍຫລາຍກວ່າ 3 ຕື້
ກີບ ແລະ
ນອກຈາກລະບົບຕາຂ່າຍໄຟຟ້າ 22 ກິໂລໂວນ ດັ່ງກ່າວໄດ້ຮັບຜົນເສຍຫາຍໜັກແລ້ວ ກໍຍັງມີລະບົບສາຍສົ່ງໄຟຟ້າແຕ່ຫລັກກິໂລແມັດທີ 7
ຫາກິໂລແມັດທີ 10 ໄດ້ຮັບຜົນເສຍຫາຍເຊັ່ນກັນ, ເຊິ່ງມີເສົາໄຟຫັກຈໍານວນ 20 ກວ່າຕົ້ນ ແລະ ເສົາໄຟເຍືອງທາງຈໍານວນໜຶ່ງ, ພ້ອມເຮືອນປະຊາຊົນ ແລະ
ອາຄານຂອງບໍລິສັດສະຫວັນເວກັດຈໍານວນໜຶ່ງໄດ້ຮັບຄວາມເສຍຫາຍເຊັ່ນກັນ.
No comments:
Post a Comment