Ad

Ad

4 August 2016

ທົ່ວປະເທດປັກດຳເຂົ້ານາປີສຳເລັດແລ້ວຫຼາຍກວ່າ 90%

          ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນກະສິກອນທົ່ວປະເທດສາມາດປັກດຳເຂົ້ານາປີຂອງຕົນສຳເລັດແລ້ວຫຼາຍກວ່າ 7 ແສນເຮັກຕາ, ເທົ່າກັບ 90% ຂອງເນື້ອທີ່ແຜນ ການ (787.500) ເຮັກຕາ, ພົ້ນເດັ່ນກວ່າໝູ່ແມ່ນບັນດາແຂວງພາກກາງສາມາດປັກດຳໄດ້ແລ້ວຫຼາຍກວ່າ 399 ພັນເຮັກຕາ, ເທົ່າກັບ 89% ຂອງແຜນການ, ພາກໃຕ້ປະຕິບັດໄດ້ 2 ແສນກວ່າເຮັກຕາ, ເທົ່າກັບ 90%, ພາກເໜືອປະຕິບັດໄດ້ແລ້ວ 1 ແສນກວ່າເຮັກຕາ, ເທົ່າກັບ 92%, ຂະນະທີ່ຂະແໜງກະສິກຳ ແລະ ປ່າໄມ້ເອງກໍໄດ້ນຳສົ່ງພະນັກງານວິຊາການຂອງຕົນລົງຊຸກຍູ້ສົ່ງເສີມການຜະລິດຂອງປະຊາຊົນດຳເນີນໄປຢ່າງແຂງແຮງເພື່ອ
ໃຫ້ບັນລຸຕາມຄາດໝາຍແຜນການ, ພ້ອມທັງໄດ້ແນະນຳໃຫ້ກະສິກອນເອົາໃຈໃສ່ບົວລະບັດຮັກສາເຂົ້າຂອງຕົນ, ດ້ວຍການໃສ່ຝຸ່ນ-ເສຍຫຍ້າ, ຮັກສານາໃຫ້ດີເພື່ອສາມາດຍົກສະມັດຕະພາບການຜະລິດໃຫ້ໄດ້ຕາມຄາດໝາຍວາງໄວ້. ສ່ວນການປູກເຂົ້າເນີນສູງ(ເຂົ້າໄຮ່) ມາຮອດປັດຈຸບັນທົ່ວປະເທດສາມາດປະຕິບັດໄດ້ແລ້ວ 81 ພັນກວ່າເຮັກຕາ, ເທົ່າກັບ 81% ຂອງແຜນການ (100.000) ເຮັກຕາ ແລະ ໄປຄຽງຄູ່ກັບການປູກເຂົ້າແລ້ວກະສິກອນທ້ອງຖິ່ນຕ່າງໆຍັງໄດ້ສຸມໃສ່ມືປູກພືດລະດູຝົນຢ່າງເປັນຂະບວນກ້ວາງຂວາງຊຶ່ງມາຮອດປັດຈຸບັນສາມາດປະຕິບັດໄດ້ແລ້ວຫຼາຍກວ່າ 367 ພັນເຮັກຕາ, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ຮູ້ອີກວ່າ: ນອກຈາກລົງຊຸກຍູ້ການຜະລິດເຂົ້າ ແລະ ປູກພືດລະດຸຝົນແລ້ວຂະແໜງການຂອງຕົນຍັງໄດ້ລົງຊຸກຍູ້ທ້ອງຖິ່ນຕ່າງໆໃຫ້ເອົາໃຈໃສ່ນຳໃຊ້ເຕັກນິກວິທະຍາສາດຕ່າງໆເຂົ້າໃນການຜະລິດໃຫ້ມີຜົນ, ເພື່ອສາມາດຍົກສູງສະມາດຕະພາບຜົນຜະລິດໃຫ້ໄດ້ຫຼາຍຂຶ້ນ.

No comments:

Post a Comment