Ad

Ad

26 August 2016

ແຂວງອຸດົມໄຊບໍ່ອະນຸຍາດຂະຫຍາຍເນື້ອທີ່ປູກກ້ວຍເພີ່ມ


          ທາງການແຂວງອຸດົມໄຊບໍ່ໄດ້ອະນຸຍາດໃຫ້ນັກລົງທຶນຕ່າງປະເທດເຂົ້າມາປູກກ້ວຍເພີ່ມໃນແຂວງຕົນອີກແລ້ວ, ຫລັງຈາກເຫັນວ່າການປູກກ້ວຍຕ້ອງໄດ້ນໍາໃຊ້ພື້ນທີ່ດິນເປັນບໍລິເວນກວ້າງ, ບໍ່ສ້າງຜົນປະໂຫຍດໃຫ້ພາກລັດ ແລະ ປະຊາຊົນດີໃນທ້ອງຖິ່ນດີເທົ່າທີ່ຄວນ ແລະ ອັນສໍາຄັນເຮັດໃຫ້ດິນເສື່ອມຄຸນນະພາບ.
             ທ່ານຫົວໜ້າພະແນກກະສິກໍາ-ປ່າໄມ້ແຂວງອຸດົມໄຊ ບຸນລຽນ ວໍລະກົດ ໃຫ້ຮູ້ວ່າ: ແຂວງພວກເຮົາບໍ່ອະນຸຍາດໃຫ້ນັກລົງທຶນຕ່າງປະເທດເຂົ້າມາປູກກ້ວຍ ຫລື ຂະຫຍາຍເນື້ອທີ່ສວນປູກກ້ວຍເພີ່ມມາໄດ້ປີກວ່າແລ້ວ ເພື່ອປະຕິບັດຕາມຄໍາສັ່ງຂອງກະຊວງກະສິກໍາ-ປ່າໄມ້ ແລະ ມະຕິຂອງກອງປະຊຸມອົງຄະນະພັກແຂວງ. ເນື່ອງຈາກວ່າທິດທາງໃນການພັດທະນາວຽກງານກະສິກໍາຂອງແຂວງໃນຕໍ່ໜ້ານີ້ແມ່ນຈະສຸມໃສ່ການຊຸກຍູ້ສົ່ງເສີມການຜະລິດທີ່ສະອາດ, ໃຫ້ຜົນ
ຕອບແທນໄວໃນດ້ານເສດ ຖະກິດ ແລະ ເປັນມິດກັບສະພາບແວດລ້ອມ ເປັນຕົ້ນ: ປູກເຂົ້າ, ພືດຕາມລະດູການ, ປູກຫຍ້າໃຫ້ສັດລ້ຽງ ແລະ ອື່ນໆ.

          ທ່ານຫົວໜ້າພະແນກດັ່ງກ່າວ ກ່າວວ່າ: ສະພາບການປູກກ້ວຍຂອງນັກລົງທຶນຕ່າງປະເທດໃນແຂວງອຸດົມໄຊແມ່ນດໍາເນີນມາໄດ້ປະມານ 4 ປີແລ້ວ ແລະ ມາຮອດປັດຈຸບັນທົ່ວແຂວງມີເນື້ອທີ່ສວນປູກກ້ວຍຫລາຍກວ່າ 5 ພັນເຮັກຕາ ແລະ ເຂດມີການປູກຫລາຍກວ່າໝູ່ແມ່ນຢູ່ເມືອງແບງ ແລະ ເມືອງຮຸນ. ແຕ່ແນວໃດກໍຕາມ, ຕໍ່ໜ້ານີ້ຫາກສວນກ້ວຍເຂດໃດໝົດອາຍຸສັນຍາການສໍາປະທານທີ່ດິນກໍຈະບໍ່ອະນຸຍາດໃຫ້ຕໍ່ສັນຍາໂດຍເດັດຂາດ. ເນື່ອງຈາກແຂວງໄດ້ມີແຜນທີ່ຈະຈັດສັນທີ່ດິນເພື່ອການຜະລິດກະສິກໍາຄືນໃໝ່, ໂດຍສະເພາະແມ່ນຈະສຸມໃສ່ຊຸກຍູ້ສົ່ງເສີມການຜະລິດກະສິກໍາທີ່ສະອາດ, ປະຊາຊົນມີສ່ວນຮ່ວມ, ເປັນມິດກັບສະພາບແວດລ້ອມ ແລະ ມີຄວາມຍືນຍົງ. 

No comments:

Post a Comment