Ad

Ad

15 August 2016

ເກີດນ້ຳຖ້ວມໜັກຢູ່ເມືອງແບ່ງ ແລະ ເມືອງຮຸນ


             ແຫລ່ງຂ່າວທ້ອງຖິ່ນລາຍງານວ່າ: ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫລາຍວັນມາແຕ່ວັນທີ 11 ສິງຫານີ້ ໄດ້ສົ່ງຜົນໃຫ້ສາຍນ້ຳແບ່ງຍຶ່ງສູງຂຶ້ນໄຫລເຂົ້າຖ້ວມບ້ານເຮືອນ, ໄຮ່ນາຮົ້ວສວນ ແລະ ຖະໜົນຫົນທາງ ພ້ອມລະບົບໄຟຟ້າຫລາຍແຫ່ງໃນເຂດເມືອງແບ່ງ ແລະ ເມືອງຮຸນ ແຂວງອຸດົມໄຊ ໄດ້ຮັບຄວາມເສຍຫາຍໜັກໜ່ວງສົມຄວນ ເຊິ່ງໃນວັນທີ 12 ສິງຫາຜ່ານມານີ້, ເຈົ້າແຂວງດັ່ງກ່າວກໍໄດ້ລົງກວດກາເບິ່ງສະພາບຕົວຈິງໃນເຂດທີ່ໄດ້ຮັບຜົນກະທົບຮ້າຍແຮງ ໂດຍສະເພາະແມ່ນເຂດລ້ອງແມ່ນ້ຳແບ່ງ ແລະ ໄດ້ຮັບລາຍງານຈາກອຳນາດການປົກຄອງເມືອງວ່າ: ຮ້າຍແຮງກວ່າໝູ່ແມ່ນບ້ານໂພນສະຫວາດນ້ຳໄຫລທັ່ງໃສ່ຂອບທາງ ເຮັດໃຫ້ທາງເຈື່ອນ ແລະ ເສົ້າໄຟຟ້າຫັກພັງລົງມາເປັນຈຳນວນຫລາຍໃນໄລຍະຍາວປະມານ 1 ກິໂລແມັດ, ເຮັດໃຫ້ສວນສາລີຖືກນ້ຳຖ້ວມຫລາຍກວ່າ 300 ເຮັກຕາ, ໜອງປາ 70 ໜອງ ແລະ ຄອງເໝືອງຊົນລະປະທານໄດ້ຮັບຄວາມເສຍຫາຍຮ້າຍແຮງ 2 ຈຸດ, ສັດລ້ຽງຈຳນວນໜຶ່ງເສຍຫາຍ.


              ຜູ້ລາຍງານຂ່າວໃຫ້ຮູ້ອີກວ່າ: ອັນຮ້າຍແຮງ ແລະ ເປັນໜ້າຢ້ານກົວໄປກວ່ານັ້ນສຳລັບນ້ຳຖ້ວມຄັ້ງນີ້ແມ່ນຢາຂ້າຫຍ້າ ແລະ ຢາປາບສັດຕູພືດຂອງຜູ້ລົງທຶນປູກກ້ວຍໃນທ້ອງຖິ່ນດັ່ງກ່າວເປັນຈຳນວນຫລາຍອາດມີມູນຄ່າປະມານ 600 ລ້ານກີບ ຖືກນ້ຳພັດຊຸໄປ. ສິ່ງດັ່ງກ່າວຖ້າບໍ່ມີການເກັບກູ້ຄືນມາໄດ້ມັນອາດຈະສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ ແລະ ການດຳລົງຊີວິດຂອງຄົນໃນໄລຍະຍາວອີກດ້ວຍ ແລະ ຕໍ່ບັນຫານີ້, ທ່ານເຈົ້າແຂວງກໍໄດ້ໃຫ້ທິດແນະນຳອຳນາດການປົກຄອງ ແລະ ຜູ້ເປັນເຈົ້າຂອງຢາເຄມີດັ່ງກ່າວ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ແກ້ໄຂໃຫ້ດີທີ່ສຸດ ເພື່ອບໍ່ສົ່ງຜົນກະທົບຮ້າຍແຮງຕາມມາ ແລະ ພ້ອມນັ້ນ ກໍໃຫ້ສຸມກຳລັງຊ່ວຍປະຊາຊົນຜູ້ໄດ້ຮັບຜົນກະທົບໃຫ້ມີເງື່ອນໄຂທຳມາຫາກິນ ແລະ ຟື້ນຟູການຜະລິດໄດ້ໂດຍໄວ ແລະ ໃຫ້ພະແນກກ່ຽວຂ້ອງເລັ່ງປົວແປງເສັ້ນທາງໄປບ້ານຂອນ ແລະ ບ້ານນາງົວໃຫ້ສາມາດທ່ຽວໄປມາໄດ້ໂດຍໄວ, ພ້ອມສຸມໃສ່ສ້ອມແປງຕາຂ່າຍໄຟຟ້າທີ່ໄດ້ຮັບຜົນກະທົບໃຫ້ສາມາດສະໜອງໄຟຟ້າເປັນປົກກະຕິ.

No comments:

Post a Comment