ປັດຈຸບັນເຂດສາທາລະນະແຄມຂອງຕອນເໜືອນັບແຕ່ສາມແຍກປາກປາສັກໄປຈົນຮອດບ້ານ ສີຖານເໜືອ, ເມືອງສີໂຄດຕະບອງ,
ນະຄອນຫລວງວຽງຈັນ ທີ່ມີຄວາມຍາວປະມານ 600 ກວ່າແມັດ, ໄດ້ມີຄວາມສະອາດຈົບງາມຫລາຍຂຶ້ນ, ພາຍຫລັງຜູ້ສໍາປະທານພັດທະນາເຂດດັ່ງກ່າວໄດ້ດໍາເນີນການອານາໄມຄັ້ງໃຫຍ່ເມື່ອຕົ້ນເດືອນສິງຫານີ້.
ທ່ານ ກ້ອງຟ້າ ພູມມາສັກ
ອໍານວຍການບໍລິສັດຟ້າວັດທະນາ, ຜູ້ໄດ້ຮັບອະນຸຍາດສໍາປະ
ທານພັດທະນາເຂດດັ່ງກ່າວ ໃຫ້ຮູ້ວ່າ: ຕົນໄດ້ເຂົ້າມາພັດທະນາເຂດສາທາລະນະນີ້ເປັນເວລາສອງປີກວ່າແລ້ວ, ໂດຍການຈັດສັນໃຫ້ເປັນສະຖານທີ່ສາທາລະນະທີ່ສະອາດຈົບງາມ
ແລະ ມີຄວາມເປັນລະບຽບຮຽບຮ້ອຍດີ, ທັງເປັນບ່ອນພັກຜ່ອນຢ່ອນໃຈ, ຍ່າງອອກກໍາລັງກາຍ ແລະ
ສັນຈອນໄປມາຊົມທິວທັດ
ແມ່ນໍ້າຂອງໃນຍາມແລງຂອງຜູ້ຄົນກໍຄືນັກທ່ອງທ່ຽວທັງພາຍໃນ ແລະ
ຕ່າງປະເທດ ແລະ ໃນໂອກາດທີ່ ສປປ ລາວ
ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນໃນເດືອນກັນຍານີ້, ຕົນຈຶ່ງມີຄວາມຕື່ນຕົວສະໝັກໃຈດ້ວຍຈິດອາສາ, ໂດຍສະເພາະການສຸມໃສ່ປະຕິບັດນະໂຍບາຍ 6 ສ ຂອງນະຄອນຫລວງວຽງຈັນວາງອອກໃຫ້ປະກົດຜົນເປັນຈິງນັ້ນ, ຈຶ່ງໄດ້ດໍາເນີນການຍົກຍ້າຍສິ່ງຂອງຕ່າງໆຂອງຜູ້ປະກອບການຂາຍອາຫານອອກເພື່ອເຮັດອານາໄມ, ປັດກວາດ, ລ້າງຖູພື້ນທີ່ດັ່ງກ່າວໃຫ້ສະອາດຈົບງາມ, ພ້ອມທັງຈັດສັນ, ຄຸ້ມຄອງຄວາມເປັນລະບຽບຂອງຜູ້ທີ່ເຂົ້າໄປຂາຍອາ
ຫານໃນເຂດດັ່ງກ່າວແມ່ນຕ້ອງໃຫ້ຮັບປະກັນຄວາມສະອາດດີກວ່າເກົ່າ, ບໍ່ສ້າງສິ່ງເປື້ອນເປີະ ແລະ
ກີດກັ້ນການສັນຈອນໄປມາໃນບໍລິເວນນັ້ນດັ່ງຜ່ານມາ.
ໃນເມື່ອກ່ອນເຂດແຄມຂອງແຫ່ງນີ້ແມ່ນບໍ່ຄ່ອຍມີນັກທຸລະກິດ, ນັກລົງທຶນໃຫ້ຄວາມສົນ
ໃຈເຂົ້າໄປບຸກເບີກພັດທະນາເລີຍ, ຍ້ອນມີສະພາບຮົກເຮື້ອເຕັມໄປດ້ວຍປ່າຫຍ້າ ແລະ
ດິນເຈື່ອນຈາກການກັດເສາະຂອງກະແສນໍ້າ, ແຕ່ພາຍຫລັງໄດ້ຮັບທຶນຊ່ວຍເຫລືອຈາກ ສ.ເກົາຫລີ ໃນການກໍ່ສ້າງຕາຝັ່ງເຈື່ອນ ແລະ ປັບປຸງທັດສະນີຍະພາບແຄມຂອງນັບແຕ່ສີ່ແຍກໂຮງຮຽນວິຊາຊີບການຊ່າງລາວເຢຍລະມັນ, ເມືອງສີສັດຕະນາກ
ໄປຮອດບ້ານສີຖານເໜືອທີ່ມີຄວາມຍາວຫລາຍກິໂລແມັດໃຫ້ມີຄວາມສວຍງາມແລ້ວ, ກໍ
ເຫັນວ່າໄດ້ກາຍເປັນແຫລ່ງເຂດເສດຖະກິດສໍາຄັນຂອງນະຄອນຫລວງວຽງຈັນ, ຊຶ່ງໄດ້ມີຮ້ານອາຫານ, ເຮືອນພັກ,
ໂຮງແຮມ ແລະ ການບໍລິການອື່ນໆເກີດຂຶ້ນເປັນຈໍານວນຫລາຍ. ແຕ່ຄຽງຄູ່ກັນນັ້ນກໍມີຮ້ານອາຫານກາງແຈງບາງແຫ່ງເບິ່ງແລ້ວມີສະພາບແອອັດສັບສົນ, ພ້ອມບໍ່ຮັບປະກັນໄດ້ຄວາມສະອາດຈົບງາມ, ຊຶ່ງຈໍາເປັນຜູ້ສໍາປະທານຕ້ອງມີການຈັດສັນຄືນໃໝ່, ເພື່ອສ້າງເຂດນີ້ເປັນບ່ອນພັກຜ່ອນຊົມທິວທັດທໍາມະຊາດແມ່ນໍ້າຂອງອັນງົດງາມນັ້ນໃຫ້ເປັນຈິງ.
No comments:
Post a Comment