
ໂອກາດນີ້, ຫົວໜ້າອົງການໄຈກາ
ປະຈຳລາວ ໄດ້ກ່າວສະແດງຄວາມຍິນດີ ແລະ
ຍ້ອງຍໍຊົມເຊີຍບັນດາຊາວໜຸ່ມທີ່ຈະໄດ້ເດີນທາງໄປຝຶກອົບຮົມດັ່ງກ່າວ, ຊຶ່ງເປັນການເປີດໂອກາດອັນດີໃຫ້ແກ່ຜູ້ທີ່ມີ
ຄວາມຮູ້ສາມາດໃນການນຳພາຊຸມຊົນ
ແລະ ສາມາດກາຍເປັນຜູ້ນຳພາໃນການສ້າງສາພັດທະນາປະເທດຊາດໃນອະນາຄົດ ແລະ ໃນປີນີ້
ອົງການໄຈກາ ໄດ້ໃຫ້ທຶນເພີ່ມຕື່ມສອງຫລັກສູດຄື: ການຄຸ້ມຄອງສິ່ງແວດລ້ອມໃນຕົວເມືອງ ແລະ
ຫລັກສູດທຸລະກິດການກະເສດ, ທ່ອງທ່ຽວກະສິກຳແບບອະນຸລັກ.
ໃນຂະນະດຽວກັນ, ຮອງຫົວໜ້າຫ້ອງການສູນກາງຊາວໜຸ່ມ
ກ່າວວ່າ: ໂຄງການດັ່ງກ່າວ
ບໍ່ພຽງແຕ່ໃຫ້ຄວາມຮູ້ຄວາມສາມາດດ້ານວິຊາການແກ່ຊາວໜຸ່ມລາວເທົ່ານັ້ນ
ແຕ່ຍັງສົ່ງເສີມຄວາມເຂົ້າໃຈກ່ຽວກັບປະເທດຍີ່ປຸ່ນ
ກໍຄືປະຊາຊົນຍີ່ປຸ່ນ ລວມທັງ,
ຮີດຄອງປະເພນີ ແລະ ວັດທະນະທຳຫລາຍຂຶ້ນ ແລະ
ຖືໂອກາດນີ້ກ່າວຂອບໃຈມາຍັງອົງການໄຈກາ ທີ່ໃຫ້ການຊ່ວຍເຫລືອ ສປປ ລາວມາໂດຍຕະຫລອດ, ໂດຍສະເພາະການຈັດສົ່ງຊາວໜຸ່ມ
ລາວໄປຝຶກອົບຮົມທີ່ປະເທດຍີ່ປຸ່ນໃນແຕ່ລະປີ, ອັນໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດຂອງລາວອີກດ້ວຍ.
No comments:
Post a Comment