Ad

Ad

15 August 2016

ລາວສະຫຼອງວັນຊາວໜຸ່ມສາກົນຢ່າງຟົດຟື້ນ

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວຮ່ວມກັບອົງການຈັດຕັ້ງສາກົນປະຈຳລາວໄດ້ຈັດພິທີສະເຫຼີມສະຫຼອງວັນຊາວໜຸ່ມສາກົນປະຈຳປີ 2015 ຂື້ນໃນວັນທີ 12 ສິງຫານີ້, ທີ່ນະຄອນຫຼວງວຽງ ຈັນພາຍໃຕ້ຫົວຂ້ໍ “ ຊາວໜຸ່ມນຳໜ້າການພັດທະນາແບບຍືນຍົງ ໂດຍການເຂົ້າຮ່ວມຂອງ  ທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ , ມີຜູ້ຕາງໜ້າອົງການສະຫະປະຊາຊາດກອງທືນສຳລັບປະຊາ ກອນປະຈຳລາວພ້ອມຄະດ້ວຍຊາວໜຸ່ມ-ໄວໜຸ່ມເຂົ້າຮ່ວມເປັນຈຳນວນຫຼາຍ.

ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວມີຄຳເຫັນໃນພິທີວ່າ:  ຊາວໜຸ່ມບໍ່ວ່າຢູ່ປະເທດໃດໃນລະບອບໃນສັງຄົມໃດ, ຂົງເຂດໃດລ້ວມແຕ່ເປັນກຳລັງທີ່ສຳຄັນຂອງການພັດທະ ນາ,ໂດຍສະເພາະຢູ່ໃນຍຸກຂອງການພັດທະນາແບບຍືນຍົງທີ່ມີຕົວວັດແທກທີ່ທ້າທາຍຕໍ່ການພັດທະນາແບບຍືນຍົງຂອງປະເທດເຮົາ,ຊຶ່ງປັດຈຸບັນອົງການສະຫະປະຊາຊາດໄດ້ກຳນົດຂອງຕົວວັດແທນການພັດທະນາແບບຍືນຍົງ (SDG) ທັງໝົດ 17 ຕົວວັດແທກ,ໃນນີ້ຊາວໜຸ່ມແມ່ນນອນຢູ່ໃນຕົວວັດແທກຂອງແຜນງານທີ 3 ແລະ 4 ,ສິ່ງດັ່ງກ່າວໄດ້ຍັ້ງຢືນວ່າຊຸ່ມໜຸ່ມແມ່ນກຳແຮງທີ່ສຳຄັນຂອງການພັດທະນາ, ຊຶ່ງສະແດງອອກໃຫ້ເຫັນຕະຫຼອດໄລຍະຜ່ານມາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຊຶ່ງເປັນອົງການນຳສູງສຸດຂອງຊາວໜຸ່ມລາວບັນດາເຜົ່າໄດ້ມີຄວາມພະຍາຍາມປະຕິບັດພັນທະຂອງຕົນຕໍ່ສາກົນ, ໄດ້ມີຄວາມພະຍາຍາມ ແລະ ເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານຢ່າງຕັ້ງໜ້າ, ໂດຍສະເພາະແມ່ນແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ, ວິໄສທັດ 2030 ແລະ ຍຸດທະສາດການພັດທະນາແຕ່ນີ້ຮອດປີ 2025 .

ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມກ່າວວ່າ: ວັນຊາວໜຸ່ມສາກົນສ້າງຕັ້ງຂື້ນໃນປີ 1998 ສຳລັບ ສປປ ລາວ ຂອງພວກເຮົາໄດ້ເລີ່ມຈັດຕັ້ງພິທີສະເຫຼີມສະຫຼອງວັນດັ່ງກ່າວມາແຕ່ປີ 2012 ເປັນຕົ້ນມາດ້ວຍຫຼາກຫຼາຍກິດຈະກຳ ແລະ ສຳລັບປີນີ້ມີຫົວຂໍ້ວ່າ: ຊາວໜຸ່ມນຳໜ້າການພັດທະນາແບບຍືນຍົງຊຶ່ງຫົວຂໍ້ດັ່ງກ່າວແມ່ນກົນໄກຍຸດທະສາດ ແລະ ວິໄສທັດຂອງຊາດ.

No comments:

Post a Comment