Ad

Ad

15 August 2016

ໂຮງໝໍແມ່ ແລະ ເດັກເຊື່ອມຊຶມມະຕິ X ຂອງພັກ

ວັນທີ 12 ສິງຫານີ້, ໂຮງໝໍແມ່ ແລະ ເດັກເກີດໃໝ່, ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ພະນັກງານຫຼັກແຫຼ່ງ ແລະ ສະມາຊິກພັກຂອງຕົນ, ຂື້ນທີ່ໂຮງໝໍດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ສົມທະວີ ຈ່າງວິສົມມິດ ຄະນະປະຈຳພັກກະຊວງ, ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ພ້ອມດ້ວຍຄະນະອຳນວຍການ ແລະ ພະນັກງານເຂົ້າຮ່ວມເປັນຈຳນວນຫຼາຍ.

ທ່ານຫົວໜ້າກົມກ່າວວ່າ: ໂດຍປະຕິບັດຕາມແຈ້ງການແນະນຳຂອງຄະນະໂຄສະນາອົບຮົມສູນກາງພັກກ່ຽວກັບການຈັດຕັ້ງເຊື່ອມຊຶມມະຕິ X ຂອງພັກໃຫ້ແກ່ພະນັກງານຢູ່ໃນກົມກອງຂອງຕົນໃຫ້ສຳເລັດ, ໂດຍ
ສະເພາະແມ່ນຜົນສຳເລັດຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກໃນໄລຍະຜ່ານມາ ແລະ ຜົນງານພົ້ນເດັ່ນຕ່າງໆຄື: ພັກສາມາດນຳພາ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໄດ້ເປັນຢ່າງດີ, ຮັກສາໄດ້ຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວມຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ, ຮັບປະກັນໄດ້ຄວາມມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານເສດຖະກິດຂະຫຍາຍຕົວຢູ່ໃນຈັງຫວະໄວ ແລະ ຕໍ່ເນື່ອງໄປຕາມທິດດ້ານເສດຖະກິດໃນໄລຍະ 5 ປີຜ່ານມາຂະຫຍາຍຕົວໃນຈັງຫວະ 7,9 %, ລວມຍອດຜະລິດຕະພັນພາຍໃນໃນສົກປີ 2014 - 2015 ບັນລຸໄດ້ 102 ຕື້ກີບ ( 12 ຕື້ໂດລາສະຫະລັດ) ລາຍໄດ້ສະເລ່ຍຕໍ່ຫົວຄົນບັນລຸໄດ້ 15,8ລ້ານກີບ ຫຼື ປະມານ 1970 ໂດລາ/ຄົນ/ປີ ແລະ ບັນຫາສຳຄັນອີກອັນໜຶ່ງແມ່ນພວກເຮົາສາມາດບຸກລະລຸໄດ້ການແກ້ໄຂຄົນທຸກຍາກຂອງປະຊົນເປັນກ້າວໆມາ, ປະຊາຊົນມີລາຍຮັບເພີ່ມຂື້ນ,ໂຄງປະກອບເສດຖະກິດມີການຫັນປ່ຽນຢ່າງຕັ້ງໜ້າ.ການຜະລິດເປັນສິນຄ້າ, ການບໍລິາການ ແລະ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝນັບມື້ເຕີບໃຫຍ່ຂະຫຍາຍຕົວ,ເປັນຕົ້ນຂະແໜງພະລັງານໄຟຟ້າໄດ້ມີການຂະຫຍາຍຕົວກ້າວກະໂດດເຖິງ 3 ເທົ່າເມື່ອທຽບໃສ່ປີ 2010, ການພັດທະນາພື້ນຖ່ານໂຄງລ່າງ - ເສດຖະກິດ-ສັງຄົມໄດ້ມີບາດກ້າວບຸກທະລຸບໍ່ວ່າຈະຢູ່ໃນຕົວເມືອງ ແລະ ຊົນນະບົດ, ສ່ວນດ້ານວັດທະນະທຳ-ສັງຄົມກໍ່ມີການລະຫຍາຍຕົວນັບທັງດ້ານປະລິມານ ເລະ ຄຸນນະພາບ,ມີການປ່ຽນແປງຢ່າງຈະແຈ້ງໃນການຈັດຕັ້ງປະຕິບັດເປົ້າໝາຍສະຫັດສະວັດພົ້ນເດັ່ນແມ່ນເຮັດໃຫ້ບັນຫາສຸຂະພາບຂອງແມ່ ແລະ ເດັກດີຂື້ນ, ອັດຕາການເຈັບເປັນ ແລະ ຕາຍຂອງແມ່ ແລະ ເດັກຫຼຸດລົງເປັນກ້າວໆ, ໂຮງໝໍແມ່ ແລະ ເດັກເອງກໍເປັນພາກສ່ວນໜຶ່ງທີ່ປະກອບສ່ວນສຳຄັນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວບໍ່ວ່າຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.ສາມາດບັນລຸໄດ້ເປົ້າໝາຍ ທີ່ກະຊວງສາທາລະນະສຸກໄດ້ກຳນົດອອກ, ເວົ້າລວມແລ້ວແມ່ນລະບົບການເມືອງຂອງປະຊາທິປະໄຕໄດ້ຮັບການບູລະນະໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ,ເປັນເຈົ້າການປັບປຸງຢູ່ສູນກາງ ແລະ ທ້ອງຖິ່ນໄປຕາມທິດສາມສ້າງຄື: ສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ.

No comments:

Post a Comment