Ad

Ad

23 September 2016

ກອງປະຊຸມສຸດຍອດຄັ້ງທີ 17 ຂອງຂະບວນການບໍ່ຮ່ວມກຸ່ມ

          ໃນວັນທີ 17-18 ກັນຍາ 2016, ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີ ປະຈໍາ ສໍານັກງານນາຍົກລັດຖະມົນຕີ ທັງເປັນຜູ້ຕາງໜ້າພິເສດຂອງປະທານປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 17 ຂອງຂະບວນການບໍ່ຮ່ວມກຸ່ມ, ຊຶ່ງຈັດຂຶ້ນທີ່ເກາະ ມາກາລີຕາ, ປະເທດ ເວເນຊູເອລາ.
          ກອງປະຊຸມສຸດຍອດຄັ້ງນີ້ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ພະນະທ່ານ ນິໂກລາສ ມາດູໂຣ ໂມໂຣສ ( Mr. Nicolas MaduroMoros), ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂບລີວາຣຽນ ເວເນຊູເອລາ ພາຍໃຕ້ຄໍາຂວັນ ສັນຕິພາບ ປະຊາທິປະໄຕ ແລະ
ຄວາມສາມັກຄີ ເພື່ອການພັດທະນາ. ໄດ້ມີປະມຸກລັດ ແລະ ຫົວໜ້າລັດຖະບານຈາກປະເທດສາມາຊິກ 137 ປະເທດເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອພ້ອມກັນທົບທວນຄືນເຖິງການດຳເນີນງານຂອງອົງການຕະ ຫຼອດໄລຍະ 4 ປີ ຜ່ານມາ, ຕີລາຄາສະພາບຕົວຈິງໃນໂລກ ທີ່ປະເທດສະມາຊິກຂະບວນການບໍ່ຮ່ວມກຸ່ມ ກໍາລັງປະເຊີນໜ້າຢູ່ ເພື່ອພ້ອມກັນຢືນຢັນຄືນ ຄວາມສາມັກຄີອັນແຮງກ້າ ຕໍ່ສູ້ຕ້ານກັບລັດທິຈັກກະພັດ, ສົງຄາມທີ່ຍຶດເຍື້ອຍາວນານ, ການເປັນຫົວເມືອງຂຶ້ນ, ການກໍ່ການຮ້າຍ ແລະ ພ້ອມດຽວກັນນັ້ນກໍຊຸກຍູ້ ສົ່ງເສີມການນຳໃຊ້ກົດໝາຍສາກົນ. ບັນດາປະເທດສະມາຊິກ ໄດ້ເຫັນ ມິດຕະພາບ ແລະ ການສົ່ງເສີມສັນຕິພາບ, ການເຄົາລົບຊຶ່ງກັນ ແລະ ກັນ, ເປັນເອກະພາບກັນວ່າ ຄວາມສາມັກຄີສາກົນການຢູ່ຮ່ວມລະຫວ່າງບັນດາລັດ ແມ່ນເປັນພື້ນຖານອັນສຳຄັນໃນການພົວພັນການຕ່າງປະ ເທດຮ່ວມກັນໂດຍສັນຕິພາບ ແລະ ຍົກພາລະບົດບາດຂອງປະເທດກຳລັງພັດທະນາໃຫ້ເທົ່າທຽມກັນ ແລະ ສູງຂຶ້ນກວ່າເກົ່າ ເຊິ່ງຈະເປັນເປົ້າໝາຍສຸດທ້າຍຂອງການພັດທະນາເສດຖະກິດສັງຄົມ ແລະ ຄວາມຍຸຕິທຳຂອງປະຊາຊາດໃນໂລກ.
          ກອງປະຊຸມ ໄດ້ປຶກສາຫາລືຫຼາຍບັນຫາສຳຄັນ: ການສ້າງຄວາມເຂັ້ມແຂງ ແລະ ການປະຕິຮູບຂະບວນການບໍ່ຮ່ວມກຸ່ມໃຫ້ແທດເໝາະກັບສະພາບຄວາມເປັນຈິງໃນໄລຍະໃໝ່, ການສ້າງຄວາມເຂັ້ມແຂງສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ບັນຫາການຫຼຸດຜ່ອນກຳລັງອາວຸດ ແລະ ຄວາມໝັ້ນຄົງສາກົນ, ສິດທິມະນຸດ, ສິດໃນການກຳນົດໂຊກຊາຕາກຳຂອງຕົນເອງ, ການຍົກເລີກການຂວ້ຳບາດພຽງຝ່າຍດຽວ, ການແກ້ໄຂບັນຫາການກໍ່ການຮ້າຍ, ບັນຫາຕາເວັນອອກກາງ ລວມທັງບັນຫາປາແລດສະຕິນ, ການປະຕິຮູບ ອົງການສະຫະປະຊາຊາດ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງ ການໃນປັດຈຸບັນ, ບັນຫາການຄັດເລືອກ ແລະ ແຕ່ງຕັ້ງເລຂາທິການໃຫຍ່ອົງການສະຫະປະຊາຊາດ, ການດຳເນີນກອງຮັກສາສັນຕິພາບໂລກ, ເປົ້າໝາຍການພັດທະນາທີ່ຍືນຍົງ, ການສົ່ງເສີມການສຶກສາ-ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອການພັດທະນາ, ບັນຫາການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງເສດຖະກິດ, ການຮ່ວມມືໃຕ້-ໃຕ້, ຄວາມສາມັກຄີສາກົນ, ບັນຫາຊາວອົບພະຍົບ ແລະ ການຍົກຍ້າຍຖິ່ນຖານ, ບົດບາດແມ່ຍິງ-ສັນຕິພາບ ແລະ ຄວາມໝັ້ນຄົງ ແລະ ລະບຽບການສາກົນອັນໃໝ່.

          ທ່ານ ບຸນເກີດ ສັງສົມສັກ, ຫົວໜ້າຄະນະຜູ້ແທນລາວ ໄດ້ກ່າວຄຳປາໄສຕໍ່ກອງປະຊຸມ ໂດຍໄດ້ຢືນຢັນເຖິງການສະໜັບສະໜູນຂອງ ສປປ ລາວ ຕໍ່ຄວາມສຳຄັນຂອງຂະບວນການບໍ່ຮ່ວມກຸ່ມ ເຊິ່ງໃນສັດຕະວັດທີ XX ຂະບວນການບໍ່ຮ່ວມກຸ່ມ ໄດ້ມີບົດບາດທີ່ສຳຄັນທາງດ້ານການເມືອງ ຊ່ວຍໃຫ້ບັນດາປະຊາຊາດປົດປ່ອຍເປັນປະເທດເອກະລາດ ແລະ ມີອິດສະລະພາບ ເປັນເຈົ້າຕົນເອງ. ໃນສັດ ຕະວັດທີ 21, ໂລກໄດ້ມີການປ່ຽນແປງຢ່າງໄວວາ ມີຄວາມຂັດແຍ້ງທາງດ້ານການເມືອງ, ມີຄວາມຂັດແຍ້ງກັນທາງດ້ານດິນແດນ, ມີການນຳໃຊ້ກຳລັງ, ຄວາມບໍ່ສະເໝີພາບ, ການແຊກແຊງເຂົ້າກິດຈະ ການພາຍໃນຂອງກັນ ແລະ ກັນ, ການປ່ຽນແປງດິນຟ້າອາກາດ ແລະ ບັນຫາອື່ນໆ. ດ້ວຍເຫດນັ້ນຂະບວນການບໍ່ຮ່ວມກຸ່ມ ຈຶ່ງຕ້ອງຍົກສູງຄຸນຄ່າ ແລະ ມີຄວາມສຳຄັນ ໃຫ້ແທດເໝາະກັບສະພາບການໃຫມ່ຂອງໂລກເພື່ອຜ່ານຜ່າສິ່ງທ້າທາຍເຫຼົ່ານັ້ນ; ຂະບວນການຄວນສືບຕໍ່ຮັດແໜ້ນຄວາມສາມັກຄີເປັນໜຶ່ງດຽວ ເພື່ອແກ້ໄຂບັນຫາຕ່າງໆທີ່ກຳລັງປະເຊີນໜ້າຢູ່ໃນປັດຈຸບັນ. ພ້ອມກັນນັ້ນ, ອົງການບໍ່ຮ່ວມກຸ່ມ ກໍ່ຄວນເພີ້ມຄວາມເຂັ້ມແຂງ ເພື່ອປະກອບສ່ວນໃນການປະຕິຮູບອົງການສະຫະປະຊາຊາດ ເພື່ອໃຫ້ແທດເໝາະກັບສະພາບການໃນໄລຍະໃໝ່ ເພື່ອສົ່ງເສີມການຢູ່ດີກິນດີ ແລະ ຄວາມສົມບູນພູນສຸກຂອງປະຊາຊາດໃນໂລກ ໃນສະຕະວັດທີ 21, ການເຕີບໂຕທາງດ້ານເສດຖະກິດ ໄດ້ຂະຫຍາຍຕົວຈາກຕາເວັນຕົກມາສູ່ຕາເວັນອອກ ແລະ ເພື່ອເຮັດໃຫ້ເສດຖະກິດເຕີບໂຕຢ່າງຕໍ່ເນື່ອງ, ພວກເຮົາຈະຕ້ອງຮ່ວມມືກັນປົກປ້ອງສິດໃນສັນຕິພາບ, ສະກັດກັ້ນການໃຊ້ກຳລັງ, ການແຊກແຊງພາຍໃນ ແລະ ການລະເມີດອະທິປະໄຕ ແລະ ການສ້າງອາວຸດທຳລາຍລ້າງຜານ; ທັງໝົດນີ້ ແມ່ນເພື່ອໃຫ້ໂລກ ມີສັນຕິພາບ ແລະ ປາສະຈາກສົງຄາມ ພ້ອມກັນນັ້ນ, ຄະນະຜູ້ແທນລາວ ກໍ່ໄດ້ຮຽກຮ້ອງໃຫ້ຂະບວນການບໍ່ຮ່ວມກຸ່ມ ເລັ່ງລັດຊອກຫາຊ່ອງທາງຮ່ວມກັນ ເພື່ອແກ້ໄຂບັນຫາຄວາມຂັດແຍ້ງໃນຕະເວັນອອກກາງ ເພື່ອກ້າວໄປສູ່ການສ້າງລັດເອກະລາດຂອງປະຊາຊົນປະແລດສະຕິນ; ສະແດງຄວາມຊົມເຊີຍ ການຟື້ນຟູສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ກູບາ ແລະ ສະຫະລັດ ອາເມລິ ກາ ແລະ ມີຄວາມຫວັງວ່າການພົວພັນການທູດເປັນປົກກະຕິນີ້ ຈະຊຸກຍູ້ໃຫ້ ສະຫະລັດ ອາເມລິກາ ຍຸດຕິການຂວ້ຳບາດຕໍ່ ສາທາລະນະລັດ ກູບາ ຢ່າງຊິ້ນເຊິງ; ພ້ອມດຽວກັນນີ້, ຄະນະຜູ້ແທນລາວ ກໍ່ໄດ້ແຈ້ງຕໍ່ກອງປະຊຸມຊາບ ກ່ຽວກັບ ຜົນສຳເລັດການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.ກອງປະຊຸມສຸດຍອດຄັ້ງທີ 17 ຂອງຂະບວນການບໍ່ຮ່ວມກຸ່ມ
          ໃນວັນທີ 17-18 ກັນຍາ 2016, ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີ ປະຈໍາ ສໍານັກງານນາຍົກລັດຖະມົນຕີ ທັງເປັນຜູ້ຕາງໜ້າພິເສດຂອງປະທານປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຄັ້ງທີ 17 ຂອງຂະບວນການບໍ່ຮ່ວມກຸ່ມ, ຊຶ່ງຈັດຂຶ້ນທີ່ເກາະ ມາກາລີຕາ, ປະເທດ ເວເນຊູເອລາ.
          ກອງປະຊຸມສຸດຍອດຄັ້ງນີ້ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ພະນະທ່ານ ນິໂກລາສ ມາດູໂຣ ໂມໂຣສ ( Mr. Nicolas MaduroMoros), ປະທານາທິບໍດີ ແຫ່ງ ສາທາລະນະລັດ ໂບລີວາຣຽນ ເວເນຊູເອລາ ພາຍໃຕ້ຄໍາຂວັນ ສັນຕິພາບ ປະຊາທິປະໄຕ ແລະ ຄວາມສາມັກຄີ ເພື່ອການພັດທະນາ. ໄດ້ມີປະມຸກລັດ ແລະ ຫົວໜ້າລັດຖະບານຈາກປະເທດສາມາຊິກ 137 ປະເທດເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອພ້ອມກັນທົບທວນຄືນເຖິງການດຳເນີນງານຂອງອົງການຕະ ຫຼອດໄລຍະ 4 ປີ ຜ່ານມາ, ຕີລາຄາສະພາບຕົວຈິງໃນໂລກ ທີ່ປະເທດສະມາຊິກຂະບວນການບໍ່ຮ່ວມກຸ່ມ ກໍາລັງປະເຊີນໜ້າຢູ່ ເພື່ອພ້ອມກັນຢືນຢັນຄືນ ຄວາມສາມັກຄີອັນແຮງກ້າ ຕໍ່ສູ້ຕ້ານກັບລັດທິຈັກກະພັດ, ສົງຄາມທີ່ຍຶດເຍື້ອຍາວນານ, ການເປັນຫົວເມືອງຂຶ້ນ, ການກໍ່ການຮ້າຍ ແລະ ພ້ອມດຽວກັນນັ້ນກໍຊຸກຍູ້ ສົ່ງເສີມການນຳໃຊ້ກົດໝາຍສາກົນ. ບັນດາປະເທດສະມາຊິກ ໄດ້ເຫັນ ມິດຕະພາບ ແລະ ການສົ່ງເສີມສັນຕິພາບ, ການເຄົາລົບຊຶ່ງກັນ ແລະ ກັນ, ເປັນເອກະພາບກັນວ່າ ຄວາມສາມັກຄີສາກົນການຢູ່ຮ່ວມລະຫວ່າງບັນດາລັດ ແມ່ນເປັນພື້ນຖານອັນສຳຄັນໃນການພົວພັນການຕ່າງປະ ເທດຮ່ວມກັນໂດຍສັນຕິພາບ ແລະ ຍົກພາລະບົດບາດຂອງປະເທດກຳລັງພັດທະນາໃຫ້ເທົ່າທຽມກັນ ແລະ ສູງຂຶ້ນກວ່າເກົ່າ ເຊິ່ງຈະເປັນເປົ້າໝາຍສຸດທ້າຍຂອງການພັດທະນາເສດຖະກິດສັງຄົມ ແລະ ຄວາມຍຸຕິທຳຂອງປະຊາຊາດໃນໂລກ.
          ກອງປະຊຸມ ໄດ້ປຶກສາຫາລືຫຼາຍບັນຫາສຳຄັນ: ການສ້າງຄວາມເຂັ້ມແຂງ ແລະ ການປະຕິຮູບຂະບວນການບໍ່ຮ່ວມກຸ່ມໃຫ້ແທດເໝາະກັບສະພາບຄວາມເປັນຈິງໃນໄລຍະໃໝ່, ການສ້າງຄວາມເຂັ້ມແຂງສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ບັນຫາການຫຼຸດຜ່ອນກຳລັງອາວຸດ ແລະ ຄວາມໝັ້ນຄົງສາກົນ, ສິດທິມະນຸດ, ສິດໃນການກຳນົດໂຊກຊາຕາກຳຂອງຕົນເອງ, ການຍົກເລີກການຂວ້ຳບາດພຽງຝ່າຍດຽວ, ການແກ້ໄຂບັນຫາການກໍ່ການຮ້າຍ, ບັນຫາຕາເວັນອອກກາງ ລວມທັງບັນຫາປາແລດສະຕິນ, ການປະຕິຮູບ ອົງການສະຫະປະຊາຊາດ ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງ ການໃນປັດຈຸບັນ, ບັນຫາການຄັດເລືອກ ແລະ ແຕ່ງຕັ້ງເລຂາທິການໃຫຍ່ອົງການສະຫະປະຊາຊາດ, ການດຳເນີນກອງຮັກສາສັນຕິພາບໂລກ, ເປົ້າໝາຍການພັດທະນາທີ່ຍືນຍົງ, ການສົ່ງເສີມການສຶກສາ-ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອການພັດທະນາ, ບັນຫາການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງເສດຖະກິດ, ການຮ່ວມມືໃຕ້-ໃຕ້, ຄວາມສາມັກຄີສາກົນ, ບັນຫາຊາວອົບພະຍົບ ແລະ ການຍົກຍ້າຍຖິ່ນຖານ, ບົດບາດແມ່ຍິງ-ສັນຕິພາບ ແລະ ຄວາມໝັ້ນຄົງ ແລະ ລະບຽບການສາກົນອັນໃໝ່.
          ທ່ານ ບຸນເກີດ ສັງສົມສັກ, ຫົວໜ້າຄະນະຜູ້ແທນລາວ ໄດ້ກ່າວຄຳປາໄສຕໍ່ກອງປະຊຸມ ໂດຍໄດ້ຢືນຢັນເຖິງການສະໜັບສະໜູນຂອງ ສປປ ລາວ ຕໍ່ຄວາມສຳຄັນຂອງຂະບວນການບໍ່ຮ່ວມກຸ່ມ ເຊິ່ງໃນສັດຕະວັດທີ XX ຂະບວນການບໍ່ຮ່ວມກຸ່ມ ໄດ້ມີບົດບາດທີ່ສຳຄັນທາງດ້ານການເມືອງ ຊ່ວຍໃຫ້ບັນດາປະຊາຊາດປົດປ່ອຍເປັນປະເທດເອກະລາດ ແລະ ມີອິດສະລະພາບ ເປັນເຈົ້າຕົນເອງ. ໃນສັດ ຕະວັດທີ 21, ໂລກໄດ້ມີການປ່ຽນແປງຢ່າງໄວວາ ມີຄວາມຂັດແຍ້ງທາງດ້ານການເມືອງ, ມີຄວາມຂັດແຍ້ງກັນທາງດ້ານດິນແດນ, ມີການນຳໃຊ້ກຳລັງ, ຄວາມບໍ່ສະເໝີພາບ, ການແຊກແຊງເຂົ້າກິດຈະ ການພາຍໃນຂອງກັນ ແລະ ກັນ, ການປ່ຽນແປງດິນຟ້າອາກາດ ແລະ ບັນຫາອື່ນໆ. ດ້ວຍເຫດນັ້ນຂະບວນການບໍ່ຮ່ວມກຸ່ມ ຈຶ່ງຕ້ອງຍົກສູງຄຸນຄ່າ ແລະ ມີຄວາມສຳຄັນ ໃຫ້ແທດເໝາະກັບສະພາບການໃຫມ່ຂອງໂລກເພື່ອຜ່ານຜ່າສິ່ງທ້າທາຍເຫຼົ່ານັ້ນ; ຂະບວນການຄວນສືບຕໍ່ຮັດແໜ້ນຄວາມສາມັກຄີເປັນໜຶ່ງດຽວ ເພື່ອແກ້ໄຂບັນຫາຕ່າງໆທີ່ກຳລັງປະເຊີນໜ້າຢູ່ໃນປັດຈຸບັນ. ພ້ອມກັນນັ້ນ, ອົງການບໍ່ຮ່ວມກຸ່ມ ກໍ່ຄວນເພີ້ມຄວາມເຂັ້ມແຂງ ເພື່ອປະກອບສ່ວນໃນການປະຕິຮູບອົງການສະຫະປະຊາຊາດ ເພື່ອໃຫ້ແທດເໝາະກັບສະພາບການໃນໄລຍະໃໝ່ ເພື່ອສົ່ງເສີມການຢູ່ດີກິນດີ ແລະ ຄວາມສົມບູນພູນສຸກຂອງປະຊາຊາດໃນໂລກ ໃນສະຕະວັດທີ 21, ການເຕີບໂຕທາງດ້ານເສດຖະກິດ ໄດ້ຂະຫຍາຍຕົວຈາກຕາເວັນຕົກມາສູ່ຕາເວັນອອກ ແລະ ເພື່ອເຮັດໃຫ້ເສດຖະກິດເຕີບໂຕຢ່າງຕໍ່ເນື່ອງ, ພວກເຮົາຈະຕ້ອງຮ່ວມມືກັນປົກປ້ອງສິດໃນສັນຕິພາບ, ສະກັດກັ້ນການໃຊ້ກຳລັງ, ການແຊກແຊງພາຍໃນ ແລະ ການລະເມີດອະທິປະໄຕ ແລະ ການສ້າງອາວຸດທຳລາຍລ້າງຜານ; ທັງໝົດນີ້ ແມ່ນເພື່ອໃຫ້ໂລກ ມີສັນຕິພາບ ແລະ ປາສະຈາກສົງຄາມ ພ້ອມກັນນັ້ນ, ຄະນະຜູ້ແທນລາວ ກໍ່ໄດ້ຮຽກຮ້ອງໃຫ້ຂະບວນການບໍ່ຮ່ວມກຸ່ມ ເລັ່ງລັດຊອກຫາຊ່ອງທາງຮ່ວມກັນ ເພື່ອແກ້ໄຂບັນຫາຄວາມຂັດແຍ້ງໃນຕະເວັນອອກກາງ ເພື່ອກ້າວໄປສູ່ການສ້າງລັດເອກະລາດຂອງປະຊາຊົນປະແລດສະຕິນ; ສະແດງຄວາມຊົມເຊີຍ ການຟື້ນຟູສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ກູບາ ແລະ ສະຫະລັດ ອາເມລິ ກາ ແລະ ມີຄວາມຫວັງວ່າການພົວພັນການທູດເປັນປົກກະຕິນີ້ ຈະຊຸກຍູ້ໃຫ້ ສະຫະລັດ ອາເມລິກາ ຍຸດຕິການຂວ້ຳບາດຕໍ່ ສາທາລະນະລັດ ກູບາ ຢ່າງຊິ້ນເຊິງ; ພ້ອມດຽວກັນນີ້, ຄະນະຜູ້ແທນລາວ ກໍ່ໄດ້ແຈ້ງຕໍ່ກອງປະຊຸມຊາບ ກ່ຽວກັບ ຜົນສຳເລັດການຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.

No comments:

Post a Comment