Ad

Ad

23 September 2016

ນັກສຶກສາ ມຊ ຫລາຍກວ່າ 5 ພັນຄົນສຳເລັດການສຶກສາໃນສົກຮຽນ 2012-2016 ຮຸ່ນ 16

          ເຊົ້າວັນທີ 22 ກັນຍານີ້, ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ຈັດພິທີປິດສົກຮຽນປີ 2012-2016 ເພື່ອສະຫລຸບຜົນການຮ່ຳຮຽນຂອງນັກສຶກສາຮຸ່ນທີ 16 ແລະ ພິທີໄຂສົກຮຽນໃໝ່ປີ 2016-2017 ທີ່ພວມມີການລົງທະບຽນເຂົ້າສຶກສາທີ່ມະຫາວິທະຍາໄລແຫ່ງຊາດ, ພ້ອມທັງມອບໃບຍ້ອງຍໍໃຫ້ກັບນັກສຶກສາທີ່ໄດ້ຮັບກຽດນິຍົມອັນດັບທີໜຶ່ງ (ໄດ້ຮັບໃບປະກາດແດງ) ຈຳນວນ 34 ຄົນ, ຍິງ 27 ຄົນ, ໂດຍການໃຫ້ກຽດເຂົ້າຂອງທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມສີ ຍໍພັນໄຊ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ມີບັນດາຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງຫລວງຫລາຍ.

          ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ກ່າວວ່າ: ໃນຊຸດຮຽນນີ້ ມີນັກສຶກສາປີສຸດທ້າຍ 7.015 ຄົນ, ຍິງ 2.486 ຄົນ, ໃນນັ້ນ ມີນັກສຶກສາປະລິນຍາໂທ 1.068 ຄົນ, ຍິງ 418 ຄົນ, ປະລິນ ຍາຕີ 5.856 ຄົນ, ຍິງ 2.286 ຄົນ, ອະນຸປະລິນຍາ 91 ຄົນ, ຍິງ 37 ຄົນ, ແຕ່ຈຳນວນນັກສຶກສາດັ່ງກ່າວ ແມ່ນບໍ່ສາມາດຈົບການສຶກສາໄດ້ທັງໝົດ ນັ້ນກໍເນື່ອງມາຈາກຫລາຍສາເຫດ, ຈຶ່ງມີຜູ້ທີ່ຈົບການສຶກສາໃນສົກຮຽນນີ້ພຽງແຕ່ 5.969 ຄົນ, ຍິງ 2.465 ຄົນ, ໃນນັ້ນ ລະດັບປະລິນຍາໂທ 476 ຄົນ, ຍິງ 196 ຄົນ, ລະດັບປະລິນຍາຕີ 5.412 ຄົນ, ຍິງ 2.232 ຄົນ ແລະ ອະນຸປະລິນຍາ 81 ຄົນ, ຍິງ 37 ຄົນ ແລະ ໃນນີ້ມີພະສົງ ສຳມະເນນ 24 ອົງ ແລະ ນັກສຶກສາຕ່າງປະເທດ 74 ຄົນ, ຍິງ 29 ຄົນ. ພິເສດ ຍັງມີນັກສຶກສາທີ່ຫ້າວຫັນເອົາໃຈໃສ່ໃນການຄົ້ນຄ້ວາຮ່ຳຮຽນ, ພັດທະນາຕົນເອງຈົນກາຍເປັນຄົນເກັ່ງມີຄວາມຮູ້ ແລະ ສາມາດຍາດໄດ້ໃບຍ້ອງຍໍກຽດນິຍົມອັນດັບທີ 1 ຈຳນວນ 34 ຄົນ, ຍິງ 27 ຄົນ, ອັນເປັນການປະກອບສ່ວນເຂົ້າໃນການພັດທະນາຊັບພະ ຍາກອນມະນຸດ ເພື່ອຮັບໃຊ້ໃຫ້ແກ່ພາລະກິດພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ.
          ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີວ່າ: ຕາງໜ້າໃຫ້ຄະນະການນຳກະຊວງສຶກສາທິການ ແລະ ກິລາ ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍມາຍັງຄະ ນະບໍລິຫານມະຫາວິທະຍາໄລແຫ່ງຊາດ ທີ່ໄດ້ປະກອບສ່ວນ, ໂດຍ ສຸມທຸກກຳລັງສະຕິປັນຍາຄວາມຮູ້, ຄວາມສາມາດເຂົ້າໃນການກໍ່ສ້າງບຸກຄະລາກອນທີ່ມີວຸດທິການສຶກສາ ແລະ ມີຄວາມຮູ້ທາງດ້ານວິຊາການເຕັກນິກວິທະຍາສາດ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ໃຫ້ແກ່ແຕ່ລະຂະແໜງການເພື່ອການພັດທະນາເສດຖະກິດ-ສັງຄົມຂອງຊາດໃນຍຸກເຊື່ອມໂຍງເຂົ້າເປັນປະຊາຄົມເສດຖະກິດອາຊຽນ (AEC) ແລະ ເຊື່ອມໂຍງສາກົນ, ນັກສຶກສາທັງໝົດ ທີ່ສຳເລັດການສຶກສາຮ່ຳຮຽນຢູ່ໃນ ມຊ ເປັນເວລາ 4-5 ປີນີ້, ຖືວ່າເປັນການຢັ້ງຢືນເຖິງຜົນສຳເລັດຂອງຄວາມມາ ນະອົດທົນຂອງການສຶກສາຄົ້ນຄ້ວາຮ່ຳຮຽນທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ. ແນວໃດກໍຕາມ ໃບປະກາດສະນີຍະບັດ ເປັນການຢັ້ງຢືນການຮຽນຈົບທາງດ້ານກົດໝາຍ, ແຕ່ໃນການປ່ຽນສະ ຖານະພາບຈາກນັກສຶກສາເປັນພະນັກງານ ຫລື ຜູ້ປະກອບການນັ້ນ ນັກສຶກສາຍັງຈະຕ້ອງໄດ້ສຶກສາຮຽນຮູ້ ແລະ ກຳແໜ້ນສະພາບແວດລ້ອມທັງພາຍໃນ ແລະ ຕ່າງປະເທດ ເພື່ອນຳເອົາທິດສະດີ ແລະ ຄວາມຮູ້ທີ່ໄດ້ຮຽນມາໄປຜັນຂະຫຍາຍເຂົ້າໃນພຶດຕິກຳຕົວຈິງຢ່າງມີຫົວຄິດປະດິດສ້າງ, ພ້ອມທັງສືບຕໍ່ຄົ້ນຄ້ວາຮ່ຳຮຽນແນວທາງນະໂຍ  ບາຍຂອງພັກ, ບັນດາມະຕິ-ຄຳສັ່ງ, ລະບຽບກົດໝາຍບ້ານເມືອງ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ເພື່ອນຳໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີຄວາມຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງໃຫ້ມີຜົນສຳເລັດສູງ, ພ້ອມຖອດຖອນບົດຮຽນເພື່ອການພັດທະນາໄປເລື້ອຍໆ.

          ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 5 ພະຈິກ 1996 ຕາມດຳລັດຂອງນາຍົກລັດຖະມົນຕີ, ໄລຍະ 20 ປີຜ່ານມາ, ໄດ້ສ້າງນັກສຶກສາໃນລະດັບປະລິນຍາຕີ 16 ຮຸ່ນ, ລະດັບປະລິນຍາໂທ 8 ຮຸ່ນ ແລະ ປະລິນຍາເອກ 1 ຮຸ່ນ, ປະກອບມີທັງໝົດ 12 ຄະນະວິຊາຮຽນ, 2 ສະຖາບັນ, 11 ຫ້ອງການ, 4 ສູນ, ຫໍສະໝຸດກາງ ແລະ ໂຮງໝໍວິທະຍາເຂດ. ມະຫາວິທະຍາໄລແຫ່ງຊາດ (ມຊ) ມີໜ້າທີ່ສ້າງແລະ ພັດທະນາຊັບພະຍາກອນມະນຸດໃຫ້ກາຍເປັນນັກບໍລິຫານ, ນັກວິຊາ ການ, ນັກຄົ້ນຄວ້າວິທະຍາສາດທີ່ມີຄຸນນະພາບທາງດ້ານຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ ແລະ ມີຫົວຄິດປະດິດສ້າງ, ພ້ອມທັງດຳເນີນ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດໃຫ້ມີມາດຕະ ຖານ ເພື່ອຕອບສະໜອງນະໂຍບາຍການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ເຜີຍແຜ່ບໍລິ ການຜົນການຄົ້ນຄ້ວາວິທະຍາສາດ, ວິຊາການທີ່ມີປະສິດທິພາບ ເພື່ອຕອບສະໜອງໃຫ້ແກ່ສັງຄົມຢ່າງມີວິທະຍາສາດ ແລະ ເປີດກ້ວາງການຮ່ວມມືກັບສະຖາບັນການສຶກສາຊັ້ນສູງທັງພາຍໃນ ແລະ ຕ່າງປະເທດຢ່າງມີປະສິດທິຜົນ.

No comments:

Post a Comment