Ad

Ad

23 September 2016

ໄອທີຊີລາວ ຢາກໃຫ້ລັດພິຈາລະນາຍົກເວັ້ນອາກອນຊົມໃຊ້ 10%

             ສະມາຄົມໄອຊີທີຊີລາວ ໃຫ້ຮູ້ວ່າ: ຄ່າບໍລິການອິນເຕີເນັດຢູ່ລາວ ຍັງມີລາຄາສູງຫລາຍເມື່ອທຽບກັບບັນດາປະເທດໃກ້ຄຽງ, ຊຶ່ງບັນຫາດັ່ງກ່າວຈະເປັນສິ່ງທ້າທາຍ ແລະ ຂໍ້ຈຳກັດຕໍ່ການເຂົ້າເຖິງແຫລ່ງຂໍ້ມູນຂ່າວສານ, ໂດຍສະເພາະການບໍລິການຄົ້ນຄວ້າ-ສຶກສາ, ການສ້າງໂປລແກມ, ການພັດທະນາຊອບແວ ແລະ ການດຳເນີນທຸລະກິດໄອຊີທີຂອງລາວ.
           ສະມາຄົມດັ່ງກ່າວ ໃຫ້ຮູ້ວ່າ: ອີງໃສ່ກົດໝາຍສ່ວຍສາອາກອນ 2005 ການເກັບອາກອນຊົມໃຊ້ອິນເຕີເນັດແມ່ນ 10% ຍ້ອນວ່າອິນເຕີເນັດເປັນສິນຄ້າຟຸມເຟືອຍ, ແຕ່ເມື່ອເບິ່ງສະພາບຄວາມເປັນຈິງແລ້ວ
ອິນເຕີເນັດແມ່ນບໍ່ເປັນສິນຄ້າຟຸມເຟືອຍເລີຍ, ເນື່ອງຈາກປະຊາຊົນທຸກເພດໄວລ້ວນແຕ່ນຳໃຊ້ອິນເຕີເນັດ.   ປັດຈຸບັນຜູ້ຊົມໃຊ້ອິນເຕີເນັດຢູ່ລາວແມ່ນໄດ້ຈ່າຍອາກອນມູນຄ່າເພີ່ມ 10% ແລະ ອາກອນຊົມໃຊ້ອີກ 10% ລວມເປັນ 20% ເຊິ່ງຖືວ່າສູງຫລາຍ ແລະ ກາຍເປັນອຸປະສັກໃຫ້ແກ່ການພັດທະນາໄອທີລາວ ຫລື ຖ້າຫາກນັກພັດທະນາໄອທີລາວ ສ້າງລະບົບໂປແກມຂຶ້ນມາກໍຈະບໍ່ສາມາດແຂ່ງຂັນກັບຊອບແວທີ່ນຳເຂົ້າຈາກຕ່າງປະເທດໄດ້.

          ຕໍ່ສະພາບດັ່ງກ່າວ, ສະມາຄົມໄອຊີທີລາວຢາກໃຫ້ລັດຖະບານພິຈາລະນາຍົກເວັ້ນອາກອນຊົມໃຊ້ອິນເຕີເນັດ 10%, ພ້ອມທັງຂໍໃຫ້ຫລຸດຄ່າໄອຊີທີ ຫລື ອາດບໍ່ເກັບເລີຍສຳລັບການສຶກສາ ແລະ ການຄົ້ນຄວ້າ ແລະ ສະເໜີໃຫ້ພາກລັດນຳໃຊ້ກອງທຶນສະໜັບສະໜູນຂອງຜູ້ໃຫ້ທຶນຕ່າງປະເທດເຊັ່ນ: ກອງທຶນອາຊຽນ ເພື່ອຊ່ວຍເຫລືອການບໍລິການອິນເຕີເນັດໃຫ້ແກ່ສະຖາບັນການສຶກສາ, ການຄົ້ນຄວ້າພັດທະນາ ແລະ ອື່ນໆ. ພ້ອມທັງສະໜັບສະໜູນຜູ້ປະກອບການໄອຊີທີລາວໃຫ້ເປັນຜູ້ໄດ້ຮັບ ແລະ ດຳເນີນໂຄງການໄອຊີທີຂອງພາກລັດ ຫລື ຖ້າຕ້ອງການນຳໃຊ້ບໍລິສັດຂອງຕ່າງປະເທດກໍຂໍໃຫ້ບໍລິສັດຂອງລາວເປັນຄູ່ຮ່ວມມືໃນທຸລະກິດ, ທັງນີ້ເພື່ອເຮັດໃຫ້ທຸລະກິດໄອຊີທີລາວໄດ້ນຳໃຊ້ຄວາມຮູ້ ແລະ ຄວາມສາມາດທີ່ມີໃຫ້ເຕັມສ່ວນເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວໃຫ້ເຕີບໃຫຍ່ເຂັ້ມແຂງ.

No comments:

Post a Comment