Ad

Ad

23 September 2016

ສປປ ລາວ ເຂົ້າຮ່ວມ ພິທີຍື່ນສານໃຫ້ສັດຕະຍາບັນສັນຍາປາຣີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທີ່ສໍານັກງານໃຫຍ່ ສປຊ ນິວຢອກ

          ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ພິທີ ຍື່ນສານໃຫ້ສັດຕະຍາບັນ ສົນທິສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຊຶ່ງຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 21 ກັນຍານີ້, ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ (ສປຊ), ທີ່ນິວຢອກ, ໂດຍ ທ່ານ ບັນ ກີມູນ, ເລຂາທິການໃຫຍ່ ສປຊ ໃນຖານະຜູ້ເກັບຮັກສາສານໃຫ້ສັດຕະຍາບັນຂອງສົນທິສັນຍາດັ່ງກ່າວ. ຈຸດປະສົງຂອງພິທີ ດັ່ງກ່າວ ແມ່ນໃຫ້ບັນດາປະເທດຕ່າງໆ ຍື່ນສານໃຫ້ສັດຕະຍາບັນຕໍ່ທ່ານເລຂາທິການໃຫຍ່ ສປຊ ພ້ອມທັງເປັນການ ກະຕຸກຊຸກຍູ້ປະເທດທີ່ຍັງບໍ່ທັນລົງນາມ ຫຼື ໃຫ້ສັດຕະຍາບັນ ພິຈາລະນາ ການລົງນາມ ແລະ ໃຫ້ສັດຕະຍາບັນ. ໃນພິທີດັ່ງກ່າວ, 29 ປະເທດ ທີ່ໃຫ້
ສັດຕະຍາບັນແລ້ວ ໄດ້ຖືກປະກາດລາຍຊື່ ແລະ ຂຶ້ນຖ່າຍຮູບຮ່ວມກັບ ທ່ານເລຂາທິ ການໃຫຍ່ ສປຊ ແລະ ຫຼັງຈາກນັ້ນ ແມ່ນການຍື່ນສານໃຫ້ສັດຕະຍາບັນຈາກ 31 ປະເທດ. ສປປ ລາວ ເປັນປະເທດທຳອິດ ຈາກອາຊຽນ ທີ່ໄດ້ໃຫ້ສັດຕະຍາບັນແກ່ສົນທິສັນຍາ ປາຣີ, ຊຶ່ງທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ໄດ້ມອບສານໃຫ້ສັດຕະຍາບັນແກ່ສົນທິສັນຍາດັ່ງກ່າວ ຕໍ່ ພະນະທ່ານ ບັນ ກີມູນ ໃນໂອກາດ ທີ່ທ່ານເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສປຊ ທີ່ ນະຄອນຫລວງວຽງຈັນ ວັນທີ 7 ກັນຍາຜ່ານມາ. ມາຮອດປັດຈຸບັນ ມີ 185 ປະເທດ ໄດ້ລົງນາມ ແລະ 60 ປະເທດ ໄດ້ໃຫ້ສັດຕະຍາ ບັນແລ້ວ ແລະ ຄິດເປັນອັດຕາ ສ່ວນກວມເອົາ 47,5% ຂອງການປ່ອຍອາຍພິດເຮືອນແກ້ວທັງໝົດ. ສົນທິສັນຍາ ດັ່ງກ່າວ ຈະມີຜົນບັງຄັບໃຊ້ 30 ວັນ ຫຼັງຈາກຢ່າງໜ້ອຍ 55 ປະເທດ ທີ່ໃຫ້ສັດຕະ ຍາບັນແລ້ວ ລວມກັນກວມເອົາຢ່າງໜ້ອຍ 55% ຂອງອັດຕາການປ່ອຍອາຍພິດເຮືອນແກ້ວທັງໝົດ. ຜູ້ນຳຫຼາຍປະເທດ, ເປັນຕົ້ນ: ກຳປູເຈຍ, ເຢຍລະມັນ, ຝຣັ່ງ, ໂປໂລ່ຍ, ການາດາ ແລະ ອີກຈໍານວນນຶ່ງ ໄດ້ສະແດງເຈດຈຳນົງວ່າ ຈະສາມາດສຳເລັດຂະບວນການໃຫ້ສັດຕະຍາບັນ ແກ່ສົນທິສັນຍາດັ່ງກ່າວ ພາຍໃນທ້າຍປີ 2016 ນີ້ ແລະ ຖ້າເປັນເຊັ່ນນັ້ນ ສົນທິສັນຍາດັ່ງກ່າວ ຈະສາມາດມີຜົນ ບັງຄັບໃຊ້ພາຍໃນທ້າຍປີນີ້. ສົນທິສັນຍາດັ່ງກ່າວ ແມ່ນກຳນົດໃຫ້ວົງຄະນາຍາດສາກົນ ຮ່ວມກັນຫຼຸດການປ່ອຍ ອາຍພິດເຮືອນແກ້ວ ເພື່ອສາມາດຮັກສາ ການເພີ່ມຂຶ້ນຂອງອຸນຫະພູມສະເລ່ຍຂອງໂລກ ໃຫ້ຢູ່ໃນລະດັບຕໍ່າກ່ວາ 2 ອົງສາເຊ ແລະ ດີແທ້ແມ່ນຕໍ່າກ່ວາ 1,5 ອົງສາເຊ ຂອງອຸນຫະພູມສະເລ່ຍຂອງໂລກ ກ່ອນຍຸກອຸດສະຫະກຳ.

No comments:

Post a Comment