Ad

Ad

23 September 2016

ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 71 ໄຂຂຶ້ນຢ່າງເປັນທາງການພາຍໃຕ້ຫົວຂໍ້: “ ເປົ້າໝາຍການພັດທະນາແບບຍືນຍົງເພີ່ມທະວີຄວາມພະຍາຍາມຂອງສາກົນເພື່ອຫັນປ່ຽນໂລກຂອງພວກເຮົາ”

          ກອງປະຊຸມຄົບຄະນະປະຈຳປີຂອງສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະ ໄໝ 71 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ກັນຍານີ້, ທີ່ສຳນັກງານໃຫຍ່ອົງການ ສະຫະປະຊາຊາດ (ສປຊ), ທີ່ນະຄອນ ນິວຢອກ, ສະຫະລັດ ອາເມລິກາ ພາຍໃຕ້ຫົວຂໍ້ ເປົ້າໝາຍການພັດທະນາແບບຍືນຍົງ ເພີ່ມທະວີຄວາມພະຍາຍາມຂອງສາກົນເພື່ອຫັນປ່ຽນ ໂລກຂອງພວກເຮົາເພື່ອປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ, ຕີລາຄາສະພາບການ ຂອງໂລກ ແລະ ສະເໜີວິທີການແກ້ໄຂສິ່ງທ້າທາຍຂອງສາກົນ, ລວມທັງການຊຸກຍູ້ການຈັດຕັ້ງເປົ້າໝາຍການພັດທະນາແບບຍືນຍົງ ທີ່ກອງປະຊຸມ ສຸດຍອດ ສປຊ ໄດ້ຮັບຮອງເອົາໃນເດືອນ
ກັນປີຜ່ານມານີ້, ກອງປະຊຸມພາກອະພິປາຍທົ່ວໄປ ຈະດຳເນີນໄປແຕ່ວັນທີ 20-26 ກັນຍາ 2016, ໂດຍມີຜູ້ນຳຂັ້ນສູງຈາກປະເທດສະມາຊິກ ສປຊ ທັງໝົດເຂົ້າຮ່ວມ, ໃນນັ້ນມີປະມຸກລັດ ແລະ ຫົວໜ້າລັດຖະບານຈາກ 130 ກວ່າປະເທດ.
          ໃນພິທີເປີດກອງປະຊຸມ, ທ່ານ ບັນກີມູນ ເລຂາທິການໃຫຍ່ ສປຊ ໄດ້ກ່າວຄຳເຫັນໃນພິທີເປີດກອງປະຊຸມ, ຊຶ່ງໄດ້ສະຫລຸບຕີລາຄາຜົນສຳເລັດ ແລະ ສິ່ງທ້າທາຍທີ່ອົງການ ສປຊ ແລະ ບັນດາປະເທດສະມາຊິກໃນການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆໃນໜຶ່ງປີຜ່ານມາ. ທ່ານເຫັນວ່າ ຜົນສຳເລັດອັນທີ່ສຳຄັນແມ່ນການຮັບຮອງເອົາເປົ້າໝາຍ ການພັດທະນາແບບຍືນຍົງ ແລະ ສັນຍາປາຣີ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ຊຶ່ງເປັນວາລະສຳຄັນ ທີ່ວົງຄະນາຍາດສາກົນ ຈະໄດ້ພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ. ແຕ່ໃນຂະນະດຽວກັນ, ທ່ານເຫັນວ່າ ຍັງມີສິ່ງທ້າທາຍຫລາຍອັນທີ່ວົງຄະນາຍາດສາກົນ ຈະຕ້ອງໄດ້ຮ່ວມແຮງຮ່ວມໃຈກັນແກ້ໄຂ ໂດຍສະເພາະແມ່ນບັນຫາ ສັນຕິພາບ ແລະ ຄວາມໝັ້ນຄົງ, ການກໍ່ການຮ້າຍ, ບັນຫາການປ່ຽນແປງດິນຟ້າອາກາດ, ຊຶ່ງເຫັນວ່າເປັນໄພຂົ່ມຂູ່ອັນຮ້າຍແຮງຕໍ່ສັນຕິພາບ ແລະ ການພັດທະນາ. ສະນັ້ນ ເພື່ອໃຫ້ສາມາດຮັບມືກັບສິ່ງທ້າທາຍຕ່າງໆໄດ້ຢ່າງມີປະສິດທິຜົນ, ທ່ານໄດ້ຮຽກຮ້ອງໃຫ້ອົງການ ສປຊ ໄດ້ຮັບການປະຕິຮູບໃຫ້ມີປະສິດທິພາບກວ່າເກົ່າ ແລະ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກ ຮ່ວມແຮງຮ່ວມໃຈກັນ ໃນການແກ້ໄຂບັນຫາທ້າທາຍຕ່າງໆ. ຫລັງຈາກນັ້ນ, ບັນດາຜູ້ນຳຂອງ 33 ປະເທດສະມາຊິກ, ໄດ້ຜັດປ່ຽນຂຶ້ນກ່າວຄຳເຫັນ, ຊຶ່ງໂດຍລວມແລ້ວ ໄດ້ເວົ້າເຖິງຜົນສຳເລັດ, ສິ່ງທ້າທາຍ ແລະ ວິທີແກ້ໄຂບັນຫາຕ່າງໆ ທີ່ເປັນໄພຂົ່ມຂູ່ຕໍ່ສັນຕິພາບ ແລະ ການພັດທະນາຢູ່ໃນພາກພື້ນຕ່າງໆກໍຄືໃນໂລກ.
          ນອກຈາກກອງປະຊຸມພາກອະທິປາຍທົ່ວໄປແລ້ວ, ຍັງຈະມີກອງປະຊຸມປິ່ນອ້ອມຕ່າງໆຫລາຍກອງປະຊຸມ, ເປັນຕົ້ນ ກອງປະຊຸມລະດັບລັດຖະມົນຕີຂອງກຸ່ມ 77 ແລະ ສປ ຈີນ, ກອງປະຊຸມລະດັບລັດຖະມົນຕີຂອງບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ, ກອງປະຊຸມລະດັບລັດຖະ ມົນຕີຂອງກຸ່ມປະເທດດ້ອຍພັດທະນາ, ກອງປະຊຸມລະດັບລັດຖະມົນຕີອາຊຽນກັບອົງການ ສປຊ ແລະ ກອງປະຊຸມອື່ນໆອີກ ທີ່ຈັດຂຶ້ນໃນວັນທີ 21-26 ກັນຍານີ້.

          ຄະນະຜູ້ແທນຂັ້ນສູງຂອງລາວນຳໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ແລະ ໄດ້ຂຶ້ນກ່າວບົດປາໄສໃນວັນທີ 23 ກັນຍານີ້.

No comments:

Post a Comment