Ad

Ad

27 September 2016

ໄຂງານວາງສະແດງຮູບພາບເສັ້ນທາງໂຮ່ຈີ່ມິງ ບົນດິນແດນລາວ ຄົບຮອບ 55 ປີ

          ວັນທີ 26 ກັນຍານີ້, ກະຊວງປ້ອງກັນປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ​​ແຫ່ງສສ ຫວຽດນາມ ປະຈຳລາວ, ​ໄດ້ຈັດງານວາງສະແດງຮູບພາບເສັ້ນທາງໂຮ່ຈີ່ມິງ ມະຫັດສະຈັນ-ສາຍພູຫລວງຕາເວັນຕົກບົນດິນແດນລາວ ຄົບຮອບ 55 ປີ (1961-2016), ຂຶ້ນທີ່ຫໍພິພິທະພັນປະຫວັດສາດກອງທັບປະຊາຊົນລາວ, ນະຄອນຫລວງວຽງຈັນ, ​ໂດຍການເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານນາງ ຫງວັຽນທິກິມເງິນ ປະທານສະພາແຫ່ງຊາດ
ສສ. ຫວຽດນາມ, ທ່ານ ຫງວັຽນແມ໋ຮຸງເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳລາວ, ພ້ອມດ້ວຍພະນັກງານ, ທະຫານ, ຕຳຫລວດລາວ-ຫວຽດນາມເຂົ້າຮ່ວມເປັນຈຳນວນຫລາຍ.
          ທ່ານ ພົນ​​ໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ກ່າວວ່າ: ​ງານດັ່ງກ່າວແມ່ນມີຄວາມໝາຍສຳຄັນຍິ່ງ, ຊຶ່ງເປັນການທົບທວນຫວນຄືນ, ຈົດຈຳລ້ຳລຶກເຖິງຜົນງານ, ມູເຊື້ອແລະໄຊຊະນະຂອງການປະກອບສ່ວນເສັ້ນ ທາງໂຮ່ຈິ່ມິນ ປະຫວດສາດບົນດິນແດນລາວແລະ ບຸນຄຸນວິລະກຳອັນລ້ຳເລີດຂອງພະນັກງານ, ນັກຮົບປະຕິວັດແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ໄດ້ເສຍສະຫລະປະກອບສ່ວນເຂົ້າໃນ​​ເສັ້ນທາງດັ່ງກ່າວ, ພ້ອມທັງເປັນການໂຄສະນາເຜີຍແຜ່, ສຶກສາອົບຮົມ, ປຸກລະດົມໃຫ້ບັນດາຊັ້ນຄົນໃນທົ່ວສັງຄົມແລະເພື່ອນມິດສາກົນ, ​ໂດຍສະເພາະນາຍແລະ ພົນທະຫານ​, ປະຊາຊົນບັນດາເຜົ່າຂອງສອງຊາດລາວ-ຫວຽດນາມໄດ້ຮັບຮູ້ເຂົ້າໃຈເລິກເຊິ່ງຕື່ມຕໍ່ຄວາມໝາຍສຳຄັນແລະ ຄວາມສາມັກຄີຮ່ວມສຳພັນສູ້ຮົບ​, ປະກອບສ່ວນໂດຍກົງເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມໃຫ້ໝັ້ນຄົງທະນົງແກ່ນແລະ ຂະຫຍາຍຕົວຍິ່ງຂຶ້ນ.

          ພາຍໃນງານໄດ້ຈັດວາງສະແດງຮູບພາບກ່ຽວກັບເສັ້ນທາງສາຍດັ່ງກ່າວຢ່າງຫລວງ ຫລາຍ, ພ້ອມທັງຮູບພາບບັນດານັກຮົບທີ່ເສຍສະຫລະຊີວິດຂອງຕົນເພື່ອປະເທດຊາດ, ໂດຍການລຳລຽງຂົນສົ່ງສິ່ງຂອງຕ່າງໆຈາກແນວຫລັງໄປສູ່ແນວໜ້າ, ພ້ອມນີ້ ຍັງມີປະ ຫວັດຄວາມເປັນມາຂອງເສັ້ນທາງດັ່ງກ່າວອີກດ້ວຍ.

No comments:

Post a Comment