Ad

Ad

5 September 2016

ລາວຊຸກຍູ້ຫົວໜ່ວຍທຸລະກິດນໍາໃຊ້ລະບົບເກັບເງິນທັນສະໄໝ

           ກະຊວງການເງິນ, ພວມສ້າງນິຕິກໍາເພື່ອຊຸກຍູ້ໃຫ້ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ດໍາເນີນທຸລະກິດໃນຂອບເຂດທົ່ວປະເທດຫັນໄປນໍາໃຊ້ເຄື່ອງມືເກັບເງິນທັນສະໄໝໃນການຊື້-ຂາຍສີນຄ້າ ແລະ ບໍລິການຕ່າງໆຂອງຕົນ, ພາຍຫລັງເຫັນວ່າມັນສາມາດບັນທຶກຂໍ້ມູນລາຍງານຖານະການເງິນຂອງຫົວໜ່ວຍທຸລະກິດຕ່າງໆໄດ້ຢ່າງຖືກຕ້ອງເພື່ອປະຕິບັດພັນທະພາສີອາກອນຕ່າງໆເຂົ້າງົບປະມານລັດໄດ້ເປັນຢ່າງດີ.
            ນະໂຍບາຍຊຸກຍູ້ວຽກງານດັ່ງກ່າວໄດ້ກໍານົດໃນແຈ້ງການຂອງລັດຖະມົນຕີກະຊວງການເງິນສະບັບເລກທີ 2835 ລົງວັນທີ 30 ສິງຫາ 2016 ວ່າດ້ວຍການນໍາໃຊ້ເຄື່ອງມືທີ່ທັນສະໄໝເພື່ອບັນທຶກລາຍການຂາຍສີນຄ້າ, ບໍລິການ ແລະ ການເຊື່ອມຕໍ່ຂໍ້ມູນທາງອີເລັກໂຕຼນິກ ເພື່ອຄຸ້ມຄອງວຽກງານສ່ວຍສາອາກອນ. ໂດຍກະຊວງການເງິນ ໄດ້ອະນຸມັດໃຫ້ກົມສ່ວຍສາອາກອນສົມທົບກັບຂະແໜງສ່ວຍສາອາກອນໃນທົ່ວປະເທດສ້າງຕັ້ງໂຄງການນໍາໃຊ້ເຄື່ອງມືທັນສະໄໝ ເພື່ອຄຸ້ມຄອງການເກັບລາຍຮັບງົບ
ປະມານດ້ວຍການຕິດຕັ້ງເຄື່ອງອີເລັກໂຕຼນິກ ເຊັ່ນ: ເຄື່ອງບັນທຶກເງິນສົດ, ບັນທຶກລາຍ ການສິນຄ້າ ແລະ ບໍລິການຢູ່ຈຸດຂາຍຕາມບັນດາຮ້ານຄ້າ, ຫົວໜ່ວຍທຸລະກິດທີ່ນອນໃນລະບົບອາ ກອນມູນຄ່າເພີ່ມ ແລະ ຫົວໜ່ວຍທຸລະກິດທີ່ເສຍອາກອນແບບມອບເໝົາຈໍານວນໜຶ່ງທີ່ເຫັນວ່າມີລາຍຮັບທຸລະກິດເກີນ 400 ລ້ານກີບຕໍ່ປີຂຶ້ນໄປ. ສໍາລັບຮ້ານຄ້າ ຫລື ຫົວໜ່ວຍທຸລະກິດ ແລະ ອົງ ການຈັດຕັ້ງຕ່າງໆທີ່ໄດ້ນໍາໃຊ້ເຄື່ອງມືທັນສະໄໝມາກ່ອນແລ້ວແມ່ນໃຫ້ເຊື່ອມຕໍ່ຂໍ້ມູນທາງອີເລັກໂຕຼນິກເພື່ອເກັບລາຍຮັບງົບປະມານ, ແຕ່ຕ້ອງຮັບປະກັນບໍ່ໃຫ້ຂໍ້ມູນຮົ່ວໄຫລອອກສູ່ທາງນອກ, ສ່ວນຫົວໜ່ວຍທຸລະກິດໃດທີ່ໃຊ້ລະບົບເຄື່ອງມືທັນສະໄໝເພື່ອພີມໃບເກັບເງິນຈາກການຂາຍສິນຄ້າ ແລະ ບໍລິ ການຕ້ອງໄດ້ສະເໜີຂໍອະນຸຍາດຈາກຂະແໜງການເງິນ ເພື່ອນໍາໃຊ້ເຄື່ອງມືດັ່ງກ່າວໃຫ້ຖືກຕ້ອງຕາມລະບຽບການ. ກະຊວງການເງິນຈະອອກຄໍາແນະນໍາລະອຽດຕື່ມກ່ຽວກັບການນໍາໃຊ້ໃບເກັບເງິນອາກອນທີ່ພີມດ້ວຍເຄື່ອງເອເລັກໂຕຼນິກ ລວມທັງກໍານົດປະເພດເຄື່ອງອຸປະກອນ, ເຄື່ອງພິມ, ເຄື່ອງບັນທຶກການຂາຍສີນຄ້າ ແລະ ບໍລິການ, ບັນທຶກເງິນສົດ ແລະ ເຄື່ອງເອເລັກໂຕຼນິກທຸກປະເພດທີ່ໃຊ້ພິມໃບເກັບເງິນ, ຮັບເງິນ, ຢັ້ງຢືນອື່ນໆທີ່ໃຊ້ເປັນຫລັກຖານໃນການຂາຍສີນຄ້າ ແລະ ການບໍລິການ ລວມເຖິງການນໍາໃຊ້ມາດຕະການຕໍ່ຜູ້ລະເມີດ ເພື່ອເປັນບ່ອນອິງໃຫ້ແກ່ຂະແໜງການທີ່ກ່ຽວຂ້ອງໃນການຄຸ້ມຄອງ, ຕິດຕາມການເກັບ ແລະ ມອບພັນທະເຂົ້າງົບປະມານຂອງຫົວໜ່ວຍທຸລະກິດ, ພ້ອມດຽວກັນນັ້ນ ກໍຄົ້ນຄວ້ານະໂຍບາຍຊຸກຍູ້ສົ່ງເສີມເພື່ອດຶງດູດເອົາຫົວໜ່ວຍທຸລະກິດຕ່າງໆສະໝັກໃຈນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຂາຍສີນຄ້າ ແລະ ບໍລິການຕ່າງໆຂອງຕົນ. ນອກຈາກນີ້ ໃຫ້ທຸກພາກສ່ວນສັງຄົມເອົາໃຈໃສ່ປະຕິບັດສິດໜ້າທີ່ຜູ້ຊື້-ຜູ້ຂາຍ ເຊັ່ນ: ຜູ້ຊື້ຕ້ອງຂໍເອົາໃບເກັບເງິນອາກອນນໍາຜູ້ຂາຍທຸກຄັ້ງ ແລະ ຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມໂຄງການຈະໄດ້ຮັບການຍ້ອງຍໍ ຫລືນະໂຍບາຍ ອື່ນໆຕາມລະບຽບການ ແລະ ຫົວໜ່ວຍທຸລະກິດໃດບໍ່ໃຫ້ຄວາມຮ່ວມມື ຫລື ລະເມີດ ແມ່ນຈະນໍາໃຊ້ມາດຕະການທາງບໍລິຫານ, ເສດຖະກິດ ແລະ ຖ້າຮ້າຍແຮງຈະດໍາເນີນຄະດີຕາມລະບຽບກົດໝາຍ, ໂດຍກະຊວງການເງິນໃຫ້ມີການແຕ່ງຕັ້ງຄະນະຮັບພິຊອບຄື: ມອບໃຫ້ທ່ານຮອງລັດຖະມົນຕີກະຊວງການເງິນເປັນຫົວໜ້າຄະນະ, ຫົວໜ້າກົມສ່ວຍສາອາກອນເປັນຮອງ ແລະ ພາກສ່ວນກ່ຽວຂ້ອງອື່ນໆເປັນຄະນະ. ສ່ວນຂັ້ນແຂວງ ແລະ ນະຄອນຫລວງແມ່ນມອບໃຫ້ທ່ານຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນ ຜູ້ຊີ້ນໍາວຽກເສດຖະກິດເປັນຫົວໜ້າຄະນະ, ຫົວໜ້າພະແນກການເງິນ ແລະ ສ່ວຍ
ສາອາກອນເປັນຮອງ ແລະ ພາກສ່ວນອື່ນໆເປັນຄະນະ ເພື່ອເຮັດໜ້າທີ່ກໍານົດ ແລະ ຄັດເລືອກຫົວໜ່ວຍທຸລະກິດທີ່ເປັນເປົ້າໝາຍຕ້ອງໄດ້ນໍາໃຊ້ເຄື່ອງມືທັນສະໄໝ ແລະ ເຊື່ອມຕໍ່ລະບົບຕິດຕາມເກັບລາຍຮັບງົບປະມານໃຫ້ລະອຽດແລ້ວສັງລວມໃຫ້ຄະນະຮັບພິຊອບຂອງກະຊວງການເງິນ, ພ້ອມທັງສະຫລຸບຄືນບັນດາຫົວໜ່ວຍທຸລະກິດທີ່ໄດ້ນໍາໃຊ້ໃບເກັບເງິນອາກອນໃນໄລຍະຜ່ານມາ, ພ້ອມທັງ
ກວດກາຫົວໜ່ວຍທຸລະກິດທີ່ພີມໃບເກັບເງິນດ້ວຍເຄື່ອງອີເລັກໂຕຼນິກທີ່ບໍ່ທັນໄດ້ຮັບອະນຸຍາດຕາມມາດຕະຖານຖືກຕ້ອງຂອງຂະແໜງການເງິນກໍານົດ, ຫາກພົບເຫັນການນໍາໃຊ້ ຫລື ພີມໃບເກັບເງິນບໍ່ຖືກຕ້ອງແມ່ນໃຫ້ປະຕິບັດມາດຕະການຕາມລະບຽບກົດໝາຍຢ່າງເຄັ່ງຄັດ.
            ການຊຸກຍູ້ວຽກງານດັ່ງກ່າວໃຫ້ຫັນເປັນທັນສະໄໝນີ້, ກໍເນື່ອງຈາກວ່າໃນໄລຍະຜ່ານມາມີບັນດາບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆໄດ້ມີການເຄື່ອນໄຫວການຜະລິດທຸລະກິດ ແລະ ບໍລິການຖືກຕ້ອງຕາມລະບຽບກົດໝາຍ, ມີການພັດທະນາລະບົບຄຸ້ມຄອງທຸລະກິດດ້ວຍເຄື່ອງມືທັນສະໄໝເປັນຢ່າງດີ ແລະ ປະກອບສ່ວນມອບພັນທະດ້ານພາສີອາກອນຕ່າງໆໄດ້ຢ່າງຄົບຖ້ວນ, ແຕ່

ຄຽງຄູ່ກັນນັ້ນ ກໍເຫັນວ່າການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍບັນຊີ, ສ່ວຍສາອາກອນ, ອາກອນມູນຄ່າເພີ່ມ ແລະ ອື່ນໆ ຂອງຫລາຍຫົວໜ່ວຍທຸລະກິດຍັງບໍ່ທັນຫັນເຂົ້າສູ່ລະບົບທີ່ກໍານົດໄວ້ຢ່າງຄົບຖ້ວນ ແລະ ການນໍາໃຊ້ໃບເກັບເງິນບັນທຶກລາຍການຂາຍສີນຄ້າ ແລະ ບໍລິການຕ່າງໆ ເພື່ອແຈ້ງເສຍພັນທະໃຫ້ລັດແມ່ນຍັງບໍ່ທັນເປັນເອກະພາບ ແລະ ມີຊ່ອງຫວ່າງເຮັດໃຫ້ລັດເສຍຜົນປະໂຫຍດຫລວງຫລາຍ.

No comments:

Post a Comment