Ad

Ad

5 September 2016

ມີນັກຂ່າວຕ່າງປະເທດພັນກວ່າຄົນຈາກ 256 ສໍານັກຂ່າວໄດ້ລົງທະບຽນເພື່ອລາຍງານຂ່າວກອງປະຊຸມສຸດຍອດອາຊຽນ

             ທ່ານ ພອນທະວີ ບຸດດາລາ ຫົວໜ້າກົມການຂ່າວກະຊວງການຕ່າງປະເທດຂອງລາວ ທັງເປັນຫົວໜ້າສູນຂ່າວຕ່າງປະເທດຂອງອະນຸກຳມະການໂຄສະນາເຜີຍແຜ່ວັດທະນະທຳ ແລະ ຂ່າວ ສານ ເພື່ອຮັບໃຊ້ໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະ ກອງປະຊຸມປີ່ນອ້ອມສໍາຄັນຕ່າງໆ ທີ່ຈະໄດ້ຈັດຂຶ້ນໃນວັນທີ 6-8 ກັນຍານີ້ທີ່ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ມາຮອດປັດຈຸບັນຄວາມພ້ອມດ້ານຕ່າງໆຂອງສູນຂ່າວພາຍໃນ ແລະ ຕ່າງປະເທດສໍາລັບກອງປະຊຸມຄັ້ງສໍາຄັນນີ້ແມ່ນມີຄວາມພ້ອມເຕັມຮ້ອຍແລ້ວ ເພື່ອເຮັດໜ້າທີ່ລາຍງານຂ່າວອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະ ເທດ, ໃຫ້ມີຄວາມສະດວກວ່ອງໄວ ແລະ ທັນການ, ຊຶ່ງຕັ້ງຢູ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ຫລັກ 5 ໂດຍປະກອບມີລະບົບສິ່ງອຳນວຍຄວາມສະດວກຄົບຊຸດເປັນຕົ້ນ: ຫ້ອງເຮັດວຽກຂອງນັກຂ່າວ, ຈຸດບໍລິການພາບໜິ້ງ-ພາບເໜັງຕິງ, ຈຸດຮັບສັນຍານພາບຖ່າຍທອດສົດ, ຫ້ອງຖະ ແຫລງຂ່າວ, ຫ້ອງປະກາດ
ຂ່າວ, ຫ້ອງວາງສະແດງ ແລະ ບໍລິການການເງິນ, ການສື່ສານດ້ານໂທລະຄົມ, ອິນເຕີເນັດຄວາມໄວສູງ, ໂທລະສັບ, ແຟັກ, ລວມທັງສັນຍານໂທລະພາບດີຈີຕອນ. ພ້ອມນີ້ ຍັງມີຫ້ອງບໍລິການແພດສຸກເສີນ, ຫ້ອງອາຫານ ແລະ ເຄື່ອງດື່ມໄວ້ຄອຍບໍລິການອີກດ້ວຍ.      ປັດຈຸບັນມີນັກຂ່າວຕ່າງປະເທດທີ່ໄດ້ລົງທະບຽນເຂົ້າມາຕິດຕາມລາຍງານຂ່າວກອງປະຊຸມເທື່ອນີ້ຫລາຍກວ່າພັນຄົນຈາກ 256 ສຳນັກຂ່າວຂອງ 33 ປະເທດ, ໃນນັ້ນຫລາຍກວ່າໝູ່ແມ່ນນັກຂ່າວຈາກຍີ່ປຸ່ນ 184 ຄົນ, ສ.ເກົາຫລີ 152 ຄົນ, ສປຈີນ 144 ຄົນ ແລະ ປະເທດອື່ນໆຕາມລຳດັບ.
ລາວເລັ່ງແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງໃຫ້ສໍາເລັດໃນຕົ້ນປີ 2017.
            ລັດຖະບານຈະສຸມໃສ່ແກ້ໄຂບັນຫາພາຫະນະນໍາເຂົ້າບໍ່ຖືກຕ້ອງໃຫ້ສໍາເລັດພາຍໃນເດືອນມີນາ 2017 ນີ້, ໂດຍມອບໃຫ້ກະຊວງການເງິນແຕ່ງຕັ້ງຄະນະກໍາມະການເພື່ອການແກ້ໄຂບັນຫາດັ່ງກ່າວຢູ່ບັນດາກະຊວງ, ອົງການທຽບເທົ່າຕ່າງໆ ໂດຍສົມທົບກັບຂະແໜງໂຍທາທິການ ແລະ ຂົນສົ່ງ, ອຸດສະຫະກໍາ ແລະ ການຄ້າ, ປ້ອງກັນຄວາມສະຫງົບເຂົ້າຮ່ວມໃນຄະນະດັ່ງກ່າວ ເພື່ອດໍາ
ເນີນການຕິດຕາມກວດກາ ແລະ ແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງທີ່ໄດ້ມາແຈ້ງໃໝ່ ແລະ ນອນໃນບັນຊີເກົ່າຜ່ານມາ ແຕ່ບໍ່ທັນມາຊໍາລະຄ່າພາສີອາກອນ ແລະ ອື່ນໆ ຫລື ໄດ້ນໍາເຂົ້າມາຊົມໃຊ້ໃໝ່ຕ້ອງໄດ້ມາແຈ້ງຕໍ່ກອງກວດກາພາສີແຂວງ, ນະຄອນຫລວງ ເພື່ອຊໍາລະຕາມລະບຽບຫລັກການ, ການກໍານົດພື້ນຖານຄິດໄລ່ໃນການສະສາງຄະດີແມ່ນໃຫ້ອິງຕາມລາຄາຊື້-ຂາຍຕົວຈິງຕາມທີ່ໄດ້ກໍານົດໃນຖານຂໍ້ມູນລາຄາພາຫະນະແຕ່ລະລຸ້ນຂອງກົມພາສີ ເພື່ອເປັນພື້ນຖານໃນການຫັກຄ່າຫລຸ້ຍຫ້ຽນຕາມອາຍຸການນໍາໃຊ້, ການຄິດໄລ່ໃຫ້ອິງຕາມອັດຕາພາສີປົກກະຕິທີ່ກໍານົດໄວ້ໃນປື້ມສາລະບານອັດຕາພາສີ, ອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມທີ່ກໍານົດໃນກົດໝາຍສ່ວຍສາອາກອນ, ໃນກໍລະນີເຈົ້າຂອງພາຫະນະໄດ້ຊໍາລະຄົບຖ້ວນຕາມລະບຽບຫລັກການແລ້ວແມ່ນບໍ່ໃຫ້ຄິດໄລ່ຄ່າປັບໃໝ ແລະ ຖ້າບໍ່ສາມາດຊໍາລະໄດ້ໃນຄັ້ງດຽວແມ່ນອະນຸຍາດໃຫ້ເຈົ້າຂອງພາຫະນະສາມາດຊໍາລະເປັນງວດໄດ້ແຕ່ບໍ່ໃຫ້ເກີນ 3 ງວດໃນໄລຍະ 6 ເດືອນ ແລະ ຈະຖືກຄິດໄລ່ຄ່າປັບໃໝເພີ່ມຕາມທີ່ກໍານົດໄວ້ໃນກົດໝາຍພາສີ, ຊຶ່ງການປະຕິບັດນະໂຍບາຍດັ່ງກ່າວແມ່ນອະນຸຍາດໃຫ້ສະເພາະພະນັກງານສັງກັດລັດທີ່ມີການຢັ້ງຢືນ ແລະ ຄໍ້າປະກັນຈາກອົງການຈັດຕັ້ງທີ່ຜູ້ກ່ຽວສັງກັດຢູ່ເທົ່ານັ້ນ ແລະ ໃນກໍລະນີທີ່ໄດ້ມີການແຈ້ງ ແລະ ຄິດໄລ່ອັດຕາພາສີອາກອນ ແລະ ພັນທະອື່ນໆແລ້ວຖ້າເຈົ້າຂອງພາຫະນະບໍ່ປະຕິບັດໃຫ້ສົມທົບກັບໜ່ວຍງານປ້ອງກັນຄວາມສະຫງົບລົງກວດກາຕິດຕາມເພື່ອນໍາເອົາພາຫະນະດັ່ງກ່າວມາອາຍັດໄວ້ເປັນການຊົ່ວຄາວ ເພື່ອດໍາເນີນການສະສາງຄ່າທໍານຽມຕ່າງໆໃຫ້ສໍາເລັດຕາມລະບຽບກົດໝາຍ.
            ກະຊວງການເງິນ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ບັນດາກະຊວງ, ອົງການຕ່າງໆຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ແກ້ໄຂພາຫະນະນໍາເຂົ້າບໍ່ຖືກຕ້ອງໃຫ້ສອດຄ່ອງຕາມກົດໝາຍ ແລະ ສາມາດນໍາເງິນມອບເຂົ້າງົບປະມານລັດໄດ້ດີສົມຄວນ, ແຕ່ກໍເຫັນວ່າຍັງບໍ່ສາມາດແກ້ໄຂບັນຫາດັ່ງກ່າວໄດ້ຢ່າງຂາດຕົວ, ສະນັ້ນ ຈຶ່ງຕ້ອງໄດ້ສືບຕໍ່ແກ້ໄຂປະກົດການຫຍໍ້ທໍ້ໃນການນໍາໃຊ້ພາຫະນະ

ນໍາເຂົ້າບໍ່ຖືກຕ້ອງໃຫ້ເປັນເອກະພາບ, ສອດຄ່ອງຕາມລະບຽບກົດໝາຍ ແລະ ຮັບປະກັນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ແກ້ໄຂສະພາບການນໍາເຂົ້າພາຫະນະບໍ່ຖືກລະ ບຽບ ເຊັ່ນ: ບໍ່ໄດ້ເສຍພາສີອາກອນ, ນໍາໃຊ້ທະບຽນ ແລະ ປ້າຍບໍ່ຖືກຕ້ອງໃຫ້ໝົດໄປຢ່າງຂາດຕົວ.

No comments:

Post a Comment