Ad

Ad

5 September 2016

ໂຍທານະຄອນຫຼວງແຈ້ງການປິດບາງເສັ້ນທາງການເສ້ນທາງໃນໄລຍະດຳເນີນກອງປະຊຸມສຸດຍອດອາຊຽນ

          ເພື່ອອຳນວຍຄວາມສະດວກໃຫ້ແກ່ການຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 28 – 29 ທີ່ລາວເຮົາໄດ້ຮັບກກຽດເປັນເຈົ້າພາບໃຫ້ດຳເນີນໄປຢ່າງສະດວກ ແລະ ມີຜົນສຳເລັດສູງ, ດັ່ງນັ້ນພະແນກ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫລວງວຽງຈັນໄດ້ອອກແຈ້ງການສະບັບເລກທີ 3125 / ຍທຂ.ນວ ລົງວັນທີ 2 ກັນຍາ 2016 ເຖິງ: ບັນດາບໍລິສັດ, ລັດວິສາຫະກິດ, ຫ້າງຮ້ານ, ພະນັກງານ, ທະຫານ, ຕຳຫລວດ, ຕະຫລອດຮອດປະຊາຊົນບັນດາເຜົ່າ ຜູ້ນຳໃຊ້ລົດໃຊ້ຖະໜົນໃນທົ່ວນະຄອນຫລວງວຽງຈັນຮັບຊາບ:
          1.      ເລີ່ມຕັ້ງແຕ່ວັນທີ 6 ຫາ 8/9/2016 ເປັນຕົ້ນໄປ ໃຫ້ງົດການສັນຈອນພາຫະນະທຸກປະເພດຕາມເສັ້ນທາງສຳຄັນດັ່ງນີ້:

ຖະໜົນໄກສອນ ພົມວິຫານ (ແຕ່ປະຕູໄຊ-ສີ່ແຍກໄຟອຳນາດດົງໂດກ) ຖະໜົນຈອນມະນີ (ແຕ່ວົງວຽນໂທລະພາບແຫ່ງຊາດ-ສີ່ແຍກໄຟອຳນາດໜອງໜ່ຽງ)
          2.      ໃຫ້ງົດການສັນຈອນພາຫະນະທຸປະເພດຊົ່ວຄາວ(ເປັນບາງເວລາ) ຕາມຖະໜົນດັ່ງນີ້:
-ຖະໜົນສຸພານຸວົງ (ແຕ່ສາມແຍກສີໄຄ-ສີ່ແຍກໄຟອຳນາດສີຫອມຫລັກ 1).
- ຖະໜົນເສດຖາທິລາດ (ສີ່ແຍກໄຟອຳນາດສີຫອມຫລັກ 1- ສີ່ແຍກໄຟອຳນາດທາດຂາວ).
- ຖະໜົນສາມແສນໄທ (ສີ່ແຍກໄຟອຳນາດທາດຂາວ-ສາມແຍກສວນເຈົ້າຟ້າງຸ່ມຫລັກ 2).
- ຖະໜົນເຈົ້າຟ້າງຸ່ມ (ສາມແຍກທາດຂາວ-ສາມແຍກສຳນັກໃຫຍ່ທະນາຄານການຄ້າຕ່າງປະເທດ).
- ຖະໜົນລ້ານຊ້າງ (ແຕ່ຫໍຄຳ-ປະຕູໄຊ).
          3. ຫ້າມຈອດລົດທຸກປະເພດຕາມແຄມທາງ, ທາງຄົນຍາງ (ຟຸດບາດ) ຢ່າງເດັດຂາດ ຕາມເສັ້ນ ທາງທີ່ໄດ້ລະບຸໄວ້ໃນຂໍ້ທີ 1 ແລະ ຂໍ້ທີ 2 ຂ້າງເທິງນີ້.
          4. ໃຫ້ນັກຂັບຂີ່ພາຫະນະທຸກປະເພດປະຕິບັດຕາມສັນຍານຂອງເຈົ້າໜ້າທີ່ຕຳຫລວດຈະລາ ຈອນທີ່ປະຈຳຢູ່ແຕ່ລະຈຸດຕາມເສັ້ນທາງຢ່າງເຂັ້ມງວດ.

          5. ມາດຕະການໃນການຈັດຕັ້ງປະຕິບັດມອບໃຫ້ຂະແໜງຄຸ້ມຄອງການຂົນສົ່ງພະແນກ ຍທຂ ນວ ເຈົ້າໜ້າທີ່ຕຳຫລວດຈະລາຈອນ ທຸກພາກສ່ວນໄດ້ເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດເດັດຂາດ.

No comments:

Post a Comment