Ad

Ad

21 September 2016

ປະຊາຊົນຫລາຍຄອບຄົວຢູ່ແຂວງໄຊສົມບູນ ມີລາຍຮັບຈາກການສະໜອງອາຫານໃຫ້ບໍລິສັດພູເບ້ຍມານິງເປັນຢ່າງດີ

          ໜຶ່ງໃນສິ່ງທີ່ສ້າງຄວາມປະທັບໃຈໃຫ້ແກ່ຜູ້ມາຢ້ຽມຢາມໂຮງງານຂອງບໍລິສັດ ພູເບ້ຍ ມາຍນິງ ແຂວງໄຊສົມບູນ ແມ່ນອາຫານ, ຜູ້ມາຢ້ຽມຢາມຮູ້ສຶກແປກໃຈທຸກຄັ້ງທີ່ໄດ້ຊິມອາຫານລົດຊາດແຊບ ແລະ ມີຄຸນນະພາບສູງ ທີ່ເສີບໃຫ້ແກ່ພະນັກງານ 3.000 ກວ່າຄົນທີ່ເຮັດວຽກຢູ່ພາກສະ ໜາມໃນເຂດຫ່າງໄກຈາກຕົວເມືອງ, ຫລາຍໆຄັ້ງພວກເຂົາສົງໃສວ່າຜົນລະປູກສົດໆ ທີ່ນຳມາປຸງແຕ່ງໃນຫ້ອງຄົວນັ້ນ ມາຈາກໃສ, ຄຳຕອບແມ່ນວັດຖຸດິບເຫລົ່ານັ້ນ ແມ່ສົ່ງກົງມາຈາປະຊາຊົນໃກ້ຄຽງນັ້ນເອງ.
          ບໍລິສັດ ໄດ້ເລີ່ມຊື້ເຄື່ອງອຸປະໂພກຈາກຊຸມຊົນທີ່ຢູ່ໃກ້ຄຽງກັບເຂດໂຮງງານພູຄຳ ແຕ່ປີ 2012 ເປັນຕົ້ນມາ, ນັບແຕ່ນັ້ນມາ, ຊຸມຊົນເຫລົ່ານີ້ ໄດ້ມີລາຍຮັບຫລາຍກວ່າ 3,7 ລ້ານໂດລາສະຫະລັດ ຈາກການຂາຍຜັກ, ນ້ຳດື່ມ, ໄຂ່ໄກ່, ຖົງໃສ່ແຮ່, ໝາກໄມ້ ແລະ ປາໃຫ້ບໍລິສັດ ພູເບ້ຍ ມາຍນິງ.

          ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ພູເບ້ຍ ມາຍນິງ ກ່າວວ່າ: ພວກເຮົາໄດ້ໃຫ້ການຝຶກອົບຮົມ ແລະ ປະກອບສ່ວນເງິນເຂົ້າໃນກອງທຶນໝູ່ບ້ານແກ່ສະມາຊິກຊຸມຊົນທີ່ອາໃສຢູ່ໃນເຂດຂຸດຄົ້ນຂອງພວກເຮົາ, ເພື່ອໃຫ້ປະຊາຊົນສາມາດສ້າງທຸລະກິດຂະໜາດນ້ອຍຂອງຕົນ ເພື່ອສົ່ງຜົນລະປູກໃຫ້ບໍລິສັດ, ນອກຈາກນີ້, ພວກເຮົາຊື້ເຄື່ອງອຸປະໂພກບໍລິໂພກໂດຍກົງຈາກຫົວໜ່ວຍທຸລະກິດໂດຍບໍ່ມີການຜ່ານພໍ່ຄ້າຄົນກາງແຕ່ຢ່າງໃດ.
          ການຝຶກອົບຮົມວຽກງານກະສິກຳ ໄດ້ຊ່ວຍໃຫ້ປະຊາຊົນເຫລົ່ານີ້ ປັບປຸງຄຸນນະພາບ ຂອງຜົນຜະລິດ ແລະ ສ້າງຄວາມຫລາກຫລາຍໃຫ້ແກ່ຜົນລະປູກ ແລະ ມີການສ້າງທັກສະໃນການລ້ຽງສັດຕື່ມ.

          ນາງ ອ່ອນຕາ ແລະ ຄອບຄົວຂອງລາວ ແມ່ນປະຊາຊົນຢູ່ບ້ານ ນ້ຳໂມ້ ຢູ່ໃກ້ກັບເຂດໂຮງ ງານ ພູຄຳ ໄດ້ຮັບການຝຶກອົບຮົມວິທີການສ້າງຜົນຜະລິດໃຫ້ເພີ້ມຂຶ້ນໃນຫລາຍໆປີຜ່ານມາ ແລະ ລາວໃຫ້ສຳພາດວ່າ: ການຝຶກອົບຮົມສອນໃຫ້ຂ້ອຍຮູ້ວິທີສ້າງລາຍຮັບຈາກການປູກຝັງ, ກ່ອນໜ້ານີ້ ຄອບຄົວພວກເຮົາປູກພືດພຽງແຕ່ໄວ້ກິນໃນຄອບຄົວ, ແຕ່ພາຍຫລັງເຂົ້າຝຶກອົບຮົມ ພວກເຮົາສາມາດສ້າງຜົນລະປູກເພີ່ມຂຶ້ນຕື່ມ, ຄອບຄົວຂອງຂ້ອຍໄດ້ຫລຸດພົ້ນອອກຈາກຄວາມທຸກຍາກ, ສາມາດສ້າງເຮືອນຂອງຕົນ, ມີເງິນທຶນໄວ້ສຳລັບການສຶກສາຂອງລູກ ແລະ ມີເງິນອອມໄວ້ເພື່ອລົງທຶນໃນຕໍ່ໜ້າ.

No comments:

Post a Comment