ຈານແຫຍ່ຄິດວ່າບັນຫາຊູ້ທາງໃຈ (ຖືກແທ້ຄວນວ່າຊູ້ທາງໂຕໜັງສື) ຂອງຕົນຄົງມີໂອກາດ
ໄດ້ອ່ານບົດໃນຄໍລຳນີ້ພາຍໃຕ້ ຫົວຂໍ້ “ກຳລັງໃຈຈາກປາກກາຄອງໃຫຍ່ໆ” ໃນວັນສຸກອາທິດແລ້ວ.
ມັນເປັນບົດຍາວຍືດແຕ່ພໍອ່ານຄືນກໍຍັງຮູ້ສຶກວ່າຫລາຍຈຸດທີ່ຢາກເວົ້າແຕ່ບໍ່ໄດ້ເວົ້າ
ຍ້ອນໜ້າເຈ້ຍຈຳກັດ ເລີຍໄດ້ສຸດເອົາແບບ “ກາງປ້ອງກ່ອງລຳ”.
ດັ່ງນັ້ນ ມື້ນີ້ຈຶ່ງຂໍຝອຍຕໍ່ວ່າເປັນຫຍັງເມື່ອເຫັນຜູ້ໃຫຍ່ມີຜົນງານການຂຽນປະເພດສອດສິນໃນຮູບບົດກະວີບໍ່ເອີ່ຍ, ບົດເລື່ອງສັ້ນ-ບົດເລື່ອງຍາວບໍ່ເອີ່ຍ ຫລື ບົດບັນທຶກຄວາມຊົງຈຳທີ່ຂຽນຈາກຊີວິດຈິງກໍໄດ້, ພວກເຮົາຄົນສີມືສິນທັງຫລາຍຈຶ່ງພາກັນດີອົກດີໃຈຕົບມືພືຜ້າ, ອ່ານແລ້ວອ່ານອີກເຊັ່ນເມື່ອໄດ້ອ່ານບົດກະວີສອງບົດຂອງທ່ານ
ນາຍົກ ທອງລຸນ ສີສຸລິດ ເມື່ອສາມ-ສີ່ປີກ່ອນ, ຫລາຍຄົນພາກັນເວົ້າຮອດບໍ່ເຫືອດສົບເຫືອດປາກ, ບໍ່ວ່າຈະຢູ່ຫ້ອງການ ຫລື ຕາມສະພາບາຢອງ (ແປວ່າບອງຢາຫັ້ນລະ) ໃນບົດປະຈຳອາທິດແລ້ວຈານແຫຍ່ໄດ້ບອກ
ແລ້ວວ່າ
ກຳລັງໃຈທີ່ໄດ້ຈາກບົດປາກກາຄອງໃຫຍ່ໆນັ້ນແມ່ນມາຈາກຄວາມເຂົ້າໃຈທີ່ວ່າ ເພິ່ນຜູ້ໃຫຍ່ໄມ້ສູງວຽກລົ້ນມືແຕ່ເພິ່ນຍັງບິແບ່ງເວລາມາຂຽນໄດ້ນີ້ສະແດງວ່າເພິ່ນມັກ, ເພິ່ນເຂົ້າໃຈກ່ຽວກັບຄວາມສຳຄັນຂອງວັນນະຄະດີ.
ແຕ່ສຳຄັນໄປກວ່ານັ້ນ (ຂໍ້ນີ້ບໍ່ໄດ້ເວົ້າໃນບົດກ່ອນ) ກໍແມ່ນພວກເຮົາເຈົ້າຂອງປາກກາທັງຫລາຍຮູ້ວ່າ
ຜູ້ໃຫຍ່ທີ່ຂຽນບົດວັນນະກຳນັ້ນ “ເປັນພວກດຽວກັບຕົນ” ເອີ້ນວ່າ ເປັນຄົນໃນຄອບຄົວດຽວກໍເລີຍຮູ້ສຶກສະໜິດສະໜົມດ້ານຈິດໃຈ
ເຖິງວ່າທາງດ້ານຮ່າງກາຍອາດິບໄດ້ໃກ້ຊິດກັນ. ຄວາມຮູ້ສຶກ “ເປັນພວກດຽວ” ນີ້ສຳຄັນຫລາຍບໍ່ວ່າຈະ ເປັນເລື່ອງການຂຽນເລື່ອງແນວ ຄິດ, ໃນຊັ້ນຄົນ ຫລື ໃນວິຊາຊີບ ເຊັ່ນຖ້າເຮົາເຫັນຜູ້ໃຫຍ່ໄປນັ່ງກິນຕຳສົ້ມໃນຮ້ານແຄມທາງຈັກຄັ້ງ ຫລື
ພົບເພິ່ນຢູ່ຮ້ານຕັດຜົມທົ່ວໄປພວກເຮົາກໍຈະຮູ້ສຶກວ່າເພິ່ນເປັນ “ພວກດຽວກັນ” ອ່ານຮອດຈຸດນີ້ຂໍຢ່າຄິດວ່າຈານແຫຍ່ຕ້ອງການໃຫ້ທຸກຄົນ “ຕົກນ້ຳຫົວພຽງກັນ” ຈານແຫຍ່ເຄີຍເປັນພະນັກງານລັດມາກ່ອນເລື່ອງນີ້ ເຂົ້າໃຈດີຢູ່ດອກ.
ໃນບົດ “ກຳລັງໃຈຈາກປາກກາຄອງໃຫຍ່ໆ” ນັ້ນ ຈານແຫຍ່ ຖິ້ມທ້າຍວ່າຢາກອ່ານບົດແບບທຳມະດາ-ທຳມະດາ, ບົດກ່ຽວກັບຊີວິດ, ທັດສະນະຄະຕິ,
ຂໍ້ຄິດທີ່ເປັນສ່ວນຕົວລວມຮອດເລື່ອງຄວາມຮັກ, ວິທີທາງຈັດການກັບຄວາມເຫງົາ, ຄວາມພ່າຍແພ້ ຫລື ອາດເປັນເລື່ອງຄວາມຮັກຈາກປາກກາຄອງໃຫຍ່ໆ.
ທີ່ເວົ້າແບບນີ້ບໍ່ໄດ້ໝາຍຄວາມບໍ່ຕ້ອງການອ່ານບົດການເມືອງ, ບົດທີ່ມີລັກສະ ນະທາງການຂອງພວກເພິ່ນແຕ່ປະການໃດ, ພຽງແຕ່ຢາກຟັງຢາກອ່ານຜົນງານໃນຖານະຜູ້ໃຫຍ່ເຮົາເປັນຄົນທຳມະດາຜູ້ໜຶ່ງເທົ່ານັ້ນ.
ຜ່ານຊີວິດພະນັກງານມາຫລາຍທົດສະວັດຈົນເຂົ້າສູ່ບຳນານ, ຈານແຫຍ່ໄດ້ໃກ້ຊິດກັບບຸກຄົນໃນຊັ້ນຕຳແໜ່ງຕ່າງກັນ, ໃນນັ້ນມີຜູ້ໃຫຍ່ອາຍຸລຸ້ນອ້າຍ, ລຸ້ນສໍ່າຮານປານດຽວ ແລະ ລຸ້ນນ້ອງ ແລະ ພົບວ່າຫລາຍຄົນມີພອນສະຫວັນດ້ານສິນ
ແຕ່ເວລາຊິລົງມືຂຽນຕົວຈິງພັດອືດອາດ ຍ້ອນວ່າເຄີຍໃຊ້ແຕ່ຄຳສັບໃຫຍ່ໆສູງໆ-ຄຳສັບທາງການ
ເຊິ່ງຖ້າເອົາມາຂຽນເປັນກອນມັນອາດຟັງກະດ້າງຫູ, ຖ້າເອົາມາຂຽນເປັນຄຳສົນທະນາຂອງຕົວລະຄອນຄູ່ບ່າວສາວກໍຢ້ານບໍ່ໄດ້ເລື່ອງ
ເພາະບໍ່ມີເວລາອ່ານເລື່ອງສັ້ນເລື່ອງຍາວ. ນີ້ລະແມ່ນບັນຫາໃຫຍ່ທີ່ຜູ້ໃຫຍ່ບາງຄົນບໍ່ກ້າຂຽນກອນຂຽນເລ່ືອງສັ້ນ.
ນອກນັ້ນ ກໍຍັງມີບັນຫາເລື່ອງເວລາອີກດ້ວຍ.
ການທີ່ຈະຂຽນບົດວັນນະກຳໄດ້ນັ້ນ ຜູ້ຂຽນບໍ່ວ່າຈະຢູ່ຖານະຕຳແໜ່ງໃດກໍຕ້ອງມີຄັງສາງ
ສຳລັບວັນນະຄະດີແຮໄວ້ທີ່ແຍກຈາກຄຳສັບການເມືອງ-ຄຳສັບທາງການ ເຊັ່ນຄຳສັບການເມືອງອາດວ່າ “ເດັດຂາດບໍ່ຍອມຈຳນົນ” ຄຳສັບວັນນະຄະດີຕ້ອງວ່າ “ເດັດຂາດບໍ່ຍອມຄູ້ເຂົ່າ” ຫລື “ອ້າຍຈະບໍ່ຍອມຍົກທຸງຂາວເດັດຂາດ” ຄຳເວົ້າທຳມະດາອາດວ່າ “ບໍ່ມີເວລາ”
ຄຳເວົ້າວັນນະຄະດີຕ້ອງແມ່ນ “ຍ້ອນເວລາບໍ່ເປັນໃຈ”
ຄຳເວົ້າທຳມະດາອາດວ່າ “ທຸລະກິດຫລຸບທຶນ”
ຄຳເວົ້າວັນນະຄະດີຕ້ອງແມ່ນ “ທຸລະກິດກຳໄລລອດພື້ນ”
ແລະ ອື່ນໆ. ການອ່ານບົດວັນນະກຳນອກຈາກຈະຊ່ວຍສະສົມຄຳສັບປະເພດສິນແລ້ວຍັງຈະເຮັດໃຫ້ປວດຢາກຂຽນ.
ຊີວິດພະນັກງານຂອງຈານແຫຍ່ຕິດພັນກັບຄຳສັບການເມືອງ-ຄຳສັບທາງການ 100%. ດັ່ງນັ້ນຖ້າຈະລົງມືຂຽນເລື່ອງສັ້ນ ຫລື ບົດກະວີເທື່ອໃດກໍຕ້ອງໄດ້ໃຊ້ເວລາອ່ານບົດກະວີອ່ານເລື່ອງສັ້ນປະມານສາມວັນກ່ອນເພື່ອກ່ອມ
ຫລື ບົ່ມຄຳສັບໃຫ້ນິ້ມນວນ,
ໃຫ້ອາລົມຈິດຫລຸດຄວາມກະດ້າງລົງແລ້ວຈຶ່ງລົງມືຂຽນ.
No comments:
Post a Comment