Ad

Ad

27 September 2016

ລັດຖະມົນຕີກະຊວງຕ່າງປະເທດກ່າວຄຳເຫັນ ໃນງານພົົບປະແບບພິເສດ ກ່ຽວກັບ ອານາຄົດຂອງອາຊຽນ

ໃນວັນທີ 23 ກັນຍາ 2016 ທີ່ ນິວຢອກ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງ ປະເທດໄດ້ເຂົ້າຮ່ວມເວທີປຶກສາຫາລື ກ່ຽວກັບ ອະນາຄົດຂອງອາຊຽນ 50 ປີຕໍ່ໜ້າເຊິ່ງເປັນເຈົ້າພາບຮ່ວມໂດຍ ອົງການຈັດຕັ້ງສັງຄົມອາຊີ ແລະ ສະຖາບັນຍຸດທະສາດ ແລະ ການເປັນຜູ້ນຳອາຊີ ໃນໂອກາດກອງປະຊຸມສະມັດຊາໃຫ່ຍອົງການສະຫະປະຊາຊາດ ຄັ້ງທີ 71 ໂດຍການເຂົ້າຮ່ວມຂອງບັນດາຜູ້ນໍາ ແລະ ລັດຖະມົນຕີຕ່າງປະເທດຂອງບັນດາປະເທດໃນພາກພື້ນອາຊີ ແລະ ຕາງໜ້າຈາກສະຖາບັນຄົ້ນຄວ້າຕ່າງໆ.
ໃນເວທີດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຊີ້ໃຫ້ເຫັນຄວາມຫລາກຫລາຍພາຍໃນອາຊຽນ
ເຊິ່ງລວມທັງລະບົບການເມືອງ, ລະດັບການພັດທະນາເສດຖະກິດ, ວັດທະນະທໍາ, ພາສາ ແລະ ສາສະຫນາ. ຄວາມຫລາກຫລາຍດັ່ງກ່າວ ບໍ່ໄດ້ເປັນອຸປະສັກສໍາລັບການຮ່ວມມືຂອງອາຊຽນແຕ່ມັນກາຍເປັນລັກສະນະສະເພາະຂອງອາຊຽນ ໃນຖານະເປັນອົງການຮ່ວມມືລະຫວ່າງ ລັດຖະ ບານ ຂອງບັນດາປະເທດ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້. ໃນຂະນະດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ແຈ້ງໃຫ້ທີ່ປະຊຸມຊາບ ກ່ຽວກັບການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2016 ໂດຍສະເພາະ ຜົນສໍາເລັດຂອງການຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ຢູ່ ນະຄອນຫລວງວຽງຈັນ ໃນຕົ້ນເດືອນ ກັນຍາ ຜ່ານມາ.

ໃນຕອນທ້າຍ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ຄໍາເຫັນວ່າ: ອາຊຽນ ຈະສືບຕໍ່ຈັດຕັ້ງປະຕິບັດ ວິໄສທັດປະຊາຄົມອາຊຽນ 2025 ກໍຄື ບັນດາແຜນແມ່ບົດ ສໍາລັບ ສາມ ເສົາຄໍ້າປະຊາຄົມອາຊຽນ, ແຜນແມ່ບົດ ສໍາລັບການເຊື່ອມຈອດອາຊຽນ 2025 ແລະ ແຜນວຽກຂໍລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ ແລະ ເອກະສານອື່ນໆເພື່ອສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ, ອັນຈະເປັນການປະກອບສ່ວນເຂົ້າໃນພາລະກິດລວມ ແຫ່ງ ການປົກປັກຮັກສາ ແລະ ສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ ໃນພາກພື້ນ ກໍຄື ໃນໂລກ.

No comments:

Post a Comment