Ad

Ad

22 September 2016

ຄກມຊ ຍົກລະດັບທັກສະການຂຽນຂ່າວບັນຫາສິດທິແມ່ຍິງລາວໃຫ້ສື່ມວນຊົນ

          ເພື່ອແນໃສ່ສ້າງຄວາມຮັບຮູ້ ແລະເຂົ້າໃຈກ່ຽວກັບການນຳສະເໜີຂ່າວໃນດ້ານສິດທິຂອງແມ່ຍິງຢູ່ໃນ ສປປລາວ, ຄະນະກຳມາ ທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ ຮ່ວມກັບສະມາຄົມນັກຂ່າວແຫ່ງ ສປປ ລາວ, ໄດ້ຈັດຊຸດຝຶກອົບຮົມທັກສະການຂຽນຂ່າວບັນຫາສິດທິຂອງແມ່ຍິງຂຶ້ນວັນທີ 21 ກັນຍານີ້, ທີ່ສະມາຄົມນັກຂ່າວແຫ່ງ ສປປລາວ, ໂດຍການເປັນປະທານຂອງທ່ານນາງ ຈັນໂສດາ ພອນທິບ ຫົວໜ້າກອງເລຂາຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ (ຄກມຊ) ແລະ ມີບັນດາສື່ມວນຊົນຫລາຍພາກສ່ວນເຂົ້າຮ່ວມ.

          ທ່ານນາງ ຈັນໂສດາ ພອນທິບ ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ແມ່ນເພື່ອໃຫ້ສື່ມວນຊົນໄດ້ຮັບຮູ້ ແລະເຂົ້າໃຈເຖິງທັກສະການນຳສະເໜີຂ່າວກ່ຽວກັບບັນຫາສິດທິຂອງແມ່ຍິງ, ຊຶ່ງໃນນີ້ ຈະໄດ້ເນັ້ນໜັກທາງດ້ານເນື້ອຫາຂອງການນຳສະເໜີສິດທິຂອງແມ່ຍິງເຂົ້າໃນບົດ ແລະຂ່າວ ເພື່ອເຮັດແນວໃດ ໃຫ້ສັງຄົມໄດ້ຮັບຮູ້ຂໍ້ມູນທີ່ຖືກຕ້ອງ ກ່ຽວກັບ ສິດ ທິຂອງແມ່ຍິງຕໍ່ກັບການພັດທະນາໃນສັງຄົມ, ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການບັນຍາຍຂອງວິທະຍາກອນກ່ຽວກັບ ສະພາບການພັດທະ ນາແມ່ຍິງໃນໄລຍະຜ່ານມາ, ຖະແຫຼງການ ແລະແຜນປະຕິບັດງານປັກກິ່ງ, ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ, ເປົ້າໝາຍການພັດທະນາແບບຍືນຍົງ ກໍຄືເປົ້າໝາຍທີ 5: ບັນລຸຄວາມສະເໝີພາບຍິງ-ຊາຍ ແລະ ຟັງລາຍງານວິໃສທັດຮອດປີ 2030, ຍຸດທະສາດແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ (2016-2025) ແລະແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ III (2016-2020), ບົດສຶກ ສາລະດັບຊາດກ່ຽວກັບສຸຂະພາບ ແລະປະສົບການຊີວິດຂອງແມ່ຍິງລາວໃນປີ 2014, ກົດ ໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ.

          ນອກນີ້ ຜູ້ເຂົ້າຮ່ວມຍັງໄດ້ຈັດແບ່ງກຸ່ມ ເພື່ອປຶກສາຫາລື, ຄົ້ນຄ້ວາສົນທະນາ ແລະແລກປ່ຽນບົດຮຽນໃນການຂຽນຂ່າວທີ່ກ່ຽວພັນເຖິງບັນຫາສິດທິຂອງແມ່ຍິງໃນລາວ ເພື່ອສ້າງຄວາມເຂົ້າໃຈໃນການຂຽນຂ່າວວຽກງານດັ່ງກ່າວ ແລະ ເຜີຍແປ່ໃຫ້ສັງຄົມໄດ້ຮັບຮູ້ກ່ຽວກັບສິດທິຂອງແມ່ຍິງດີຫລາຍຂຶ້ນ.

No comments:

Post a Comment