Ad

Ad

27 September 2016

ປກສ ແຂວງບໍ່ແກ້ວຈັບຜູ້ຄ້າຢາເສບຕິດລາຍໃຫຍ່

ຂ່າວ-ພາບ : ຫນັງສືພິມ ປກສ
   ເມື່ອທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ, ສາມາດຈັບຜູ້ຄ້າຂາຍຢາເສບຕິດລາຍໃຫຍ່ຢູ່ດ່ານກວດກາບ້ານນ້ຳເກິ່ງ, ເມືອງຕົ້ນເຜິ້ງ, ໂດຍມີຊື່ວ່າ: ທ້າວ ໄໝ່ຈັນດີ, ອາຍຸ 27 ປີຢູ່ບ້ານຊຽງກົກໃໝ່, ເມືອງລອງ, ແຂວງຫລວງນ້ຳທາ, ພ້ອມຂອງກາງຢາບ້າຈໍານວນ 2 ແສນເມັດ, ລົດກະບະວີໂກ້ໜຶ່ງຄັນ ແລະ ໂທລະສັບມືຖືໜຶ່ງເຄື່ອງ ຈຶ່ງໄດ້ຢຶດໄວ້ເປັນຫລັກຖານໃນການດໍາເນີນຄະດີຕາມລະບຽບກົດໝາຍ.
   ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ກ່ຽວແມ່ນເປົ້າໝາຍຄ້າຢາເສບຕິດຕົວອັນຕະລາຍທີ່ໄດ້ຕິດຕາມມາເປັນເວລາດົນແຕ່ບໍ່ມີຫລັກຖານພຽງພໍທີ່ຈະຈັບກຸມ, ຈົນຮອດວັນທີ 21 ກັນຍາຜ່ານນີ້ໄດ້ມີພົນລະ ເມືອງດີ
ລາຍງານໃຫ້ຮູ້ວ່າຜູ້ກ່ຽວຈະມີການເຄື່ອນໄຫວຂົນສົ່ງຢາເສບຕິດຄັ້ງໃຫຍ່, ຈຶ່ງໄດ້ນຳກຳລັງເຈົ້າໜ້າທີ່ຕັ້ງດ່ານກວດກາຕາມເສັ້ນທາງຫລາຍຈຸດໃນຕົວເມືອງ ແລະ ພົບເຫັນລົດເປົ້າໝາຍເປັນກະບະວີໂກ້ໝາຍເລກທະບຽນ 2888 ກໍາແພງນະຄອນແລ່ນມາດ້ວຍຄວາມໄວຕາມເສັ້ນທາງເຂດບ້ານນໍ້າເກິ່ງ, ເມືອງຕົ້ນເຜິ້ງ, ຈຶ່ງໄດ້ຢຸດລົດເພື່ອກວດກາແລ້ວເຫັນຢາບ້າຈຳນວນດັ່ງກ່າວຊຸກເຊື່ອງໄວ້ໃນເບາະນັ່ງດ້ານຫລັງລົດ ຈຶ່ງໄດ້ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.
            ຜ່ານການສືບສວນ-ສອບສວນຜູ້ກ່ຽວຮັບສາລະພາບວ່າ: ຢາບ້າທັງໝົດແມ່ນຕົນເອງໄດ້ໄປຮັບມາຈາກຄົນມຽນມາຢູ່ບ້ານຫ້ວຍໄຄ້, ເມືອງຕົ້ນເຜິ້ງ ເພື່ອຈະເອົາໄປສົ່ງໃຫ້ຊາຍຄົນໜຶ່ງທີ່ບໍ່ຮູ້ຊື່ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ໂດຍໄດ້ຮັບຄ່າຈ້າງ 50 ພັນບາດ(ສະກຸນເງິນໄທ) ແລະ ຢາບ້າອີກໜຶ່ງມັດ, ແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ເສຍກ່ອນ.

   ປັດຈຸບັນຄະດີຢາເສບຕິດລາຍນີ້, ເຈົ້າໜ້າທີ່ກໍາລັງຂະຫຍາຍຜົນຫາຜູ້ຮ່ວມຂະບວນການເພື່ອຈັບຕົວມາດໍາເນີນຄະດີໂດຍໄວ.

No comments:

Post a Comment