Ad

Ad

18 October 2016

ເຮືອຊ່ວງເພດຍິງ ບ້ານແສນດິນ ​ແລະ ເພດຊາຍ ທະນາຄານຮ່ວມພັດທະນາ ເປັນແຊ໊ມໃນງານຊ່ວງເຮືອປະຈຳປີ 2016

  ຫລາຍແຂວງ​ໃນທົ່ວ​ປະ​ເທດ ໄດ້ສຳ​ເລັດ​ການຈັດການແຂ່ງ ຂັນເຮືອຊ່ວງປະເພນີຢ່າງຄຶກຄື້ນມ່ວນ​ຊື່ນ. ຂະນະ ທີ່ຢູ່ນະຄອນຫລວງວຽງຈັນ ກໍໄດ້ຈັດການແຂ່ງຂັນເຮືອຊ່ວງ ປະຈຳປີ 2016 ໂດຍມີການນຳຂັ້ນ​ສູງ, ມວນຊົນຊາວ​ນະຄ​ອນຫລວງ​ວຽງ​ຈັນ ແລະ ນັກທ່ອງທ່ຽວຕ່າງປະ ເທດ ເປັນຈຳນວນຫລວງຫລາຍເຂົ້າຮ່ວມຊົມ ແລະ ເປັນກຳລັງໃຈໃຫ້ແກ່ສີພາຍເຮືອຊ່ວງ. ມີ​ເຮືອຊ່ວງ​​ເຂົ້າແຂ່ງຂັນ​ທັງ​ໝົດ 25 ລຳ. ໃນນັ້ນ, ມີເຮືອປະເພນີຊາຍ 10 ລຳ ເຮືອປະເພນີຍິງ 7 ລຳ ແລະ ເຮືອສູດຊາຍ 8 ລຳ.
 ຜົນການແຂ່ງຂັນປາກົດວ່າ: ເຮືອປະເພນີຍິງ ຊະນະເລີດ ​ໄດ້​ແກ່ບ້ານແສນດິນ ພ້ອມຮັບຂັນ​ເງິນ
ໜັກ 1 ກິໂລ ພ້ອມເງິນລາງວັນ 25 ລ້ານກີບ ແລະ ຂັນໝູນວຽນ. ລາງວັນທີ 2 ​ແມ່ນ​ເຮືອ​ບໍລິສັດລາວ ໂຕໂຍຕ້າ ບໍລິການ​ຈຳກັດ ໄດ້ຮັບຂັນ​ເງິນ 0,75 ກິໂລ ພ້ອມເງິນລາງວັນ 17 ລ້ານກີບ ​ແລະ ລາງວັນທີ 3 ເມືອງຈັນທະບູລີ ໄດ້ຮັບຂັນເງິນ 0,5 ກິໂລ ພ້ອມເງິນລາງວັນ 15 ລ້ານກີບ. ສ່ວນເຮືອປະເພນີຊາຍ, ຊະນະເລີດ ​ໄດ້​ແກ່ທະນາຄານຮ່ວມພັດທະນາ ໄດ້ຮັບຂັນໜັກ 1 ກິໂລ ພ້ອມເງິນລາງວັນ 25 ລ້ານກີບ ແລະ ຂັນໝູນວຽນ. ລາງວັນ​ທີ 2 ​ແມ່ນ​ບໍລິສັດລາວ ໂຕໂຍຕ້າ ບໍລິການ​ຈຳກັດ ໄດ້ຮັບຂັນເງິນ 0,75  ກິໂລ ພ້ອມເງິນລາງວັນ 17 ລ້ານກີບ ​ແລະ ລາງວັນ ທີ 3 ​ແມ່ນ​ເຮືອ​ຫລວງພະບາງ ໄດ້ຮັບຂັນເງິນ 0,5 ກິໂລ ພ້ອມເງິນລາງວັນ 15 ລ້ານກີບ,  ເຮືອສູດຊາຍ ຊະນະເລີດ ​ໄດ້​ແ​ກ່​ເຮືອນາວາສັກສິດ ໄດ້ຮັບຂັນເງິນ 1 ກິໂລ ພ້ອມເງິນລາງວັນ 20 ລ້ານກີບ ແລະ ຂັນໝູນວຽນ. ລາງວັນທີ 2 ​ໄດ້​ແກ່​ເຮືອພອນພຮະແກ້ວ ໄດ້ຮັບຂັນເງິນ 0,75 ກິໂລ ພ້ອມເງິນລາງ ວັນ 15 ລ້ານກີບ ​ແລະ ທີ 3 ​ໄດ້​​ແກ່​ເຮືອເທບທິດາສ້ອຍຟ້າ ​ໄດ້​ຮັບ​ຂັນ 0,5 ກິໂລ ພ້ອມເງິນລາງ ວັນ 10 ລ້ານກີບ. 
ປີຜ່ານມາ, ເຮືອປະເພນີຍິງ, ຊະນະເລີດ​ແມ່ນບ້ານຫາດສ້ຽວ, ທີ 2 ພະແນກສຶກສາ ແລະ ກິ ລານະຄອນຫລວງວຽງຈັນ, ທີ 3 ນ້ອຍອິດທິລິດ. ເຮືອປະເພນີຊາຍ, ຊະນະເລີດ​ແມ່ນ ​ເຮືອ​ຫລວງພະບາງ, ທີ 2 ​ເຮືອບ້ານທ່າແຂກ, ທີ 3 ​ເຮືອນ້ອຍອິດທິລິດ. ເຮືອສູດຊາຍ ຊະນະເລີດ ​ແມ່ນບ້ານ​ຈອມແຈ້ງ, ທີ 2 ບ້ານຖີ່ນເພຍ ​ແລະ ທີ 3 ​ແມ່ນ​ບ້ານສີຖານໃຕ້ .

No comments:

Post a Comment