Ad

Ad

10 October 2016

ລາວສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາຢ່າງຟົດຟື້ນ

            ວັນທີ 7 ຕຸລານີ້, ຊຶ່ງເປັນວັນຄູແຫ່ງຊາດຄົບຮອບ 22 ປີ (1994 -2016) ກະຊວງສຶກສາທິການ ແລະ ກິລາ, ໄດ້ຈັດພິທີສະເຫຼີມສະຫຼອງວັນສຳຄັນດັ່ງກ່າວຂຶ້ນທີ່ຫໍວັດທະນາທຳແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ພ້ອມດ້ວຍພະນັກງານອາວຸໂສ, ຄູ-ອາຈານ ແລະ ນັກຮຽນນັກສຶກສາເຂົ້າຮ່ວມຢ່າງຫລວງຫລາຍ.
            ໃນພິທີ, ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ນາງ ແສງເດືອນ ຫລ້າຈັນທະບູນ
ໄດ້ຍົກໃຫ້ເຫັນເຖິງຜົນການຈັດຕັ້ງປະຕິບັດວຽກງານສຶກສາ ແລະ ກິລາໃນໄລຍະຜ່ານມາ, ຊຶ່ງມີຫຼາຍອັນພົ້ນເດັ່ນຄື: ສາມາດເຮັດໃຫ້ລະບົບການສຶກສາໃນທົ່ວປະເທດເປັນເອກະພາບອັນໜຶ່ງອັນດຽວກັນນັບທັງພາກລັດ ແລະ ເອກະຊົນ, ຕາໜ່າງການສຶກສາໄດ້ຮັບການພັດທະນາຂະຫຍາຍຕົວຕໍ່ເນື່ອງເຮັດໃຫ້ປະຊາຊົນໄດ້ເຂົ້າເຖິງການສຶກສາຫຼາຍຂື້ນ, ໄດ້ເພີ່ມປີຮຽນຂອງສາຍສາມັນສຶກສາຈາກ 10 ປີເປັນ 11 ປີ, ນອກນັ້ນກໍໄດ້ປັບປຸງຫລັກສູດການຮຽນ-ການສອນ, ປັບປຸງພື້ນຖານໂຄງລ່າງການສຶກສາໄດ້ດີພໍສົມຄວນ ແລະ ສິ່ງສຳຄັນແມ່ນສາມາດບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ
(MDG) ຄື: ອັດຕາການເຂົ້າຮຽນຂອງເດັກອາຍຸ 3-5 ປີບັນລຸໄດ້ 49% ລື່ນຄາດໝາຍ 10% (ຄາດໝາຍປີ 2015 ແມ່ນ 39%), ອັດຕາການເຂົ້າຮຽນສຸດທິຂອງຊັ້ນປະຖົມບັນລຸໄດ້ 98,5% ລື່ນຄາດໝາຍ 0,5%, ອັດຕາການເຂົ້າຮຽນຊັ້ນມັດທະຍົມຕອນຕົ້ນບັນລຸ 82,2% ລື່ນຄາດໝາຍ 7,2%, ອັດຕາການເຂົ້າຮຽນຊັ້ນມັດທະຍົມຕອນປາຍບັນລຸ 47,8% ລື່ນຄາດໝາຍ 4,8%, ສຳ ລັບການສຶກສານອກໂຮງຮຽນແມ່ນພວກເຮົາສາມາດປະກາດຈົບຊັ້ນປະຖົມບຳລຸງທົ່ວປະເທດເມື່ອທ້າຍເດືອນສິງຫາ 2015 ແລະ ມາຮອດປັດຈຸບັນມີ 81 ເມືອງໃນແຂວງຊຽງຂວາງ, ໄຊຍະບູລີ ແລະ ນະ ຄອນຫຼວງວຽງຈັນ ໄດ້ປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນ, ພ້ອມນັ້ນຍັງໄດ້ຈັດລະບົບການຮຽນ-ການສອນໂດຍເນັ້ນໃສ່ຄຸນນະພາບເປັນຫລັກເຊັ່ນ: ໄດ້ຈັດນັກຮຽນເຂົ້າຮຽນໃນລະດັບວິຊາສະເພາະຕ່າງໆ ອັນໄດ້ເຮັດໃຫ້ການກໍ່ສ້າງກຳລັງແຮງງານ, ນັກວິຊາການລະດັບສູງ, ນາຍຊ່າງໄດ້ມີການຫັນປ່ຽນຈາກແບບຮູບຂັນໄປສູ່ແບບຮູບທາດເທື່ອລະກ້າວ, ຄຸນນະພາບການສຶກສາຕາມ 5 ຫລັກມູນມີທ່າອ່ຽງດີຂື້ນຕາມມາດຕະຖານຂອງການສຶກສາແຫ່ງຊາດ, ຂອງພາກພື້ນ ແລະ ສາກົນ, ນັບທັງຄວາມຮູ້, ຄວາມສາມາດຂອງຄູສອນ ແລະ ການຮຽນຮູ້ຂອງນັກຮຽນ- ນັກສຶກສາ.

            ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ສຳລັບວຽກງານກິລາກາຍຍະ ກຳກໍມີທ່າກ້າວຂຶ້ນ, ສາມາດເຂົ້າຮ່ວມແຂ່ງຂັນກິລາໃນລາຍການຕ່າງໆໃນລະດັບຊີເກມ, ເອຊຽນເກມ, ໂອແລມປິກເກມ ແລະ ອື່ນໆໃນລະດັບພາກພື້ນ, ອັນໄດ້ສ້າງຄວາມເຊື້ອໝັ້ນໃຫ້ແກ່ສັງຄົມ, ພາກພື້ນ ແລະ ສາກົນຕໍ່ວົງການກິລາລາວນັບມື້ສູງຂຶ້ນ, ສ່ວນການບໍລິຫານຄຸ້ມຄອງການສຶກສາ ແລະ ກິລາ ລວມທັງວຽກງານກວດກາໄດ້ຫັນເຂົ້າສູ່ລະບຽບຫລັກການທີ່ເປັນລະບົບຮັດກຸມ, ໂດຍສະເພາະການແບ່ງຂັ້ນຄຸ້ມຄອງການສຶກສາ ແລະ ກິລາໃຫ້ສອດຕ່ອງຕາມທິດ 3 ສ້າງ, ປັດຈຸບັນຂະແໜງສຶກສາ ແລະ ກິລາ ມີກົດໝາຍ 3 ສະບັບຄື: ກົດໝາຍວ່າດ້ວຍການສຶກສາສະບັບປັບປຸງ 2015, ກົດໝາຍກິລາກາຍຍະກຳປັບປຸງ 2012, ກົດໝາຍວ່າດ້ວຍອາຊີວະສຶກສາ 2014, ນອກຈາກນັ້ນຍັງມີນິຕິກຳລຸ່ມກົດໝາຍຫລາຍກວ່າ 190 ສະບັບ ທີ່ໄດ້ນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານສຶກສາ ແລະ ກິລາແຫ່ງຊາດໄດ້ເປັນຢາງດີ. ຂະນະດຽວກັນກໍຍັງມີບັນຫາ ແລະ ສິ່ງທ້າທາຍບາງຢ່າງເຊັ່ນ: ເຖິງວ່າຕາໜ່າງການສຶກສາໄດ້ຮັບການປັບປຸງ ແລະ ຂະຫຍາຍຢ່າງຕໍ່ເນື່ອງກໍຕາມ, ແຕ່ກໍຍັງບໍ່ທັນທົ່ວເຖິງໃນເຂດຊົນນະບົດຫ່າງໄກສອກຫຼີກ, ໂດຍສະເພາະການສຶກສາກ່ອນໄວຮຽນ ແລະ ການສຶກສາວິຊາຊີບ, ອັດຕາການເຂົ້າຮຽນຂອງເດັກໄວ 3-5 ປີ ເຖິງວ່າພວກເຮົາຈະບັນລຸໄດ້ຄາດໝາຍ, ແຕ່ເມື່ອທຽບໃສ່ປະເທດໃກ້ຄຽງແລ້ວແມ່ນຍັງຕ່ຳເພາະຍັງບໍ່ສາມາດບັນລຸໄດ້ເຖິງ 50%, ອັດຕາການປະລະການຮຽນ ແລະ ອັດຕາການຄ້າງຫ້ອງຍັງມີຫຼາຍ, ອັດຕາການລອດເຫຼືອຂອງນັກຮຽນຊັ້ນປະຖົມ ປ1 - ປ5 ຍັງຫ່າງໄກຈາກຄາດໝາຍ (ປັດຈຸບັນບັນລຸໄດ້ພຽງ78.3% ຄາດໝາຍແມ່ນ 95%), ການກໍ່ສ້າງຊັບພະຍາກອນມະນຸດທັງພາກລັດ ແລະເອກະຊົນບໍ່ທັນກົມກຽວກັນ, ນະໂຍບາຍການພັດທະນາຊັບພະຍາກອນມະນຸດແຫ່ງຊາດດ້ານປະລິມານມີລັກສະນະບໍ່ພໍ, ດ້ານຄຸນນະພາບເມື່ອທຽບໃສ່ພາກພື້ນ ແລະ ສາກົນເຫັນວ່າຍັງບໍ່ທັນສູງເທົ່າທີ່ຄວນ, ຄູ-ອາຈານຈຳນວນໜຶ່ງຍັງບໍ່ທັນປັບປ່ຽນຕົນເອງໃຫ້ເຂົ້າກັບສະພາບການເຊື່ອມໂຍງ, ຍັງເຮັດຕາມຄວາມເຄີຍຊີນເກົ່າ, ສະພາບການຄຸ້ມຄອງ ແລະ ນຳໃຊ້ເນື່ອທີ່ຂອງສະຖານທີ່ການສຶກສາ ແລະ ສະໜາມຫລີ້ນກິລາກາຍຍະກຳບາງແຫ່ງ, ບາງທ້ອງຖິ່ນ ບໍ່ທັນມີປະສິດທິຜົນເທົ່າທີ່ຄວນ, ສະພາບດ້ານການເງິນຮັບໃຊ້ການພັດທະນາການສຶກສາ ແລະ ກິລາ ຍັງມີຢູ່ໃນຂອບເຂດຈຳກັດ, ພ້ອມນັ້ນປະກົດການຫຍໍ້ທໍ້ໃນສັງຄົມຍັງມີລັກສະນະແຜ່ລາມສົ່ງຜົນສະ ທ້ອນບໍ່ດີຕໍ່ການສຶກສາເປັນຕົ້ນ: ບັນຫາຮ້ານບັນເທີງ, ຮ້ານກິນດື່ມທີ່ມີທາດເຫລົ້າຢູ່ໃກ້ສະຖາບັນການສຶກສາ ແລະ ບັນຫາສິ່ງເສບຕິດ, ການປອມແປງໃບປະກາດ ແລະ ອື່ນໆ, ຊຶ່ງຜູ້ບໍລິຫານການສຶກສາ ແລະ ກິລາ ກໍຄືຄູ-ອາຈານຈະຕ້ອງໄດ້ບຸກທະລຸແບບແຜນວິທີເຮັດວຽກ ແລະ ເພີ່ມຄວາມຮັບຜິດຊອບຕໍ່ການແກ້ໄຂປະກົດການຫຍໍ້ທໍ້ດັ່ງກ່າວໃຫ້ໝົດໄປ, ສ້າງລູກຫລານພວກເຮົາໃຫ້ກາຍເປັນຜູ້ສືບທອດທີ່ດີ ແລະ ມີຄຸນນະພາບ.

No comments:

Post a Comment