Ad

Ad

10 October 2016

ລັດຈະເລີ່ມຈັດຕັ້ງປະຕິບັດຈັດເກັບອາກອນມູນຄ່າເພີ່ມ10% ນຳເຄື່ອງຂອງຕິດຕົວຜູ້ໂດຍສານໃນຕົ້ນເດືອນພະຈິກນີ້


        ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ໄດ້ຖະແຫລງຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ລັດຖະບານຈະເລີ່ມຈັດຕັ້ງປະຕິບັດການຈັດເກັບອາກອນມູນຄ່າເພີ່ມ 10% ໃນວັນທີ 1 ພະຈິກນີ້, ທີ່ດ່ານຂົວມິດຕະພາບ 1 ວຽງຈັນ-ໜອງຄາຍ, ຈາກນັ້ນ ຈຶ່ງຈະຂະຫຍາຍໄປນຳໃຊ້ຢູ່ບັນດາດ່ານຕ່າງໆໃນຂອບເຂດທົ່ວປະເທດຢ່າງເຂັ້ມງວດ, ເພື່ອແນໃສ່ຍົກສູງສະຕິໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຂອງລາວໃຫ້ສູງຂຶ້ນ, ພ້ອມທັງສົ່ງເສີມການລົງທຶນ ແລະ ການເຄື່ອນໄຫວຂອງບັນດາວິສາຫະກິດພາຍໃນປະເທດ ໃຫ້ໄດ້ດີຂຶ້ນ ແລະ ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຕາມກົດໝາຍ ແລະ ລະບຽບການໄດ້ກຳນົດໄວ້, ຊຶ່ງການຈຳໜ່າສິນຄ້າເຄື່ອງຂາຍພາຍໃນປະເທດ ຕາມລະບຽບການແລ້ວ ແມ່ນໄດ້ມີການເສຍພາສີ-ອາກອນລວມໃນລາຄາຂາຍ, ສະນັ້ນ ຜູ້ຊົມໃຊ້ພາຍໃນປະເທດ ແມ່ນໄດ້ປະກອບສ່ວນພັນທະທາງດ້ານພາສີ-ອາກອນ ໂດຍທາງອ້ອມຕໍ່ງົບປະມານຂອງລັດ. ໃນກໍລະນີຜູ້ໂດຍສານໄດ້ຊື້ສິນຄ້າເຄື່ອງຂອງຢູ່ຕ່າງປະເທດ ແລ້ວນຳເຂົ້າມາຊົມໃຊ້ພາຍໃນ, ຊຶ່ງບໍ່ລວມມີຄ່າພາສີ-ອາກອນ ຕາມກົດໝາຍ ແລະ ລະບຽບການຂອງລາວ ໄດ້ກຳນົດໄວ້, ດັ່ງນັ້ນ ໃນເວລານຳເຂົ້າສິນຄ້າເຄື່ອງຂອງດັ່ງກ່າວ ຊຶ່ງມີມູນຄ່າເກີນລະບຽບກົດໝາຍກຳນົດໄວ້ ຈະຕ້ອງໄດ້ມອບພັນທະຕາມລະບຽບການ, ຕາມກະຊວງການເງິນໄດ້ອອກຂໍ້ກຳນົດເລກທີ 2834/ກງ, ວ່າດ້ວຍການຈັດເກັບອາກອນມູນຄ່າເພີ່ມສຳເລັບເຄື່ອງຂອງຕິດຕົວຜູ້ໂດຍສານ ໃນອັດຕາ 10% ຂອງມູນຄ່າເຄື່ອງຂອງ, ຊຶ່ງໄດ້ກຳນົດເປົ້າໝາຍຜູ້ໂດຍສານພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ທີ່ເດີນທາງອອກ-ເຂົ້າສປປ ລາວ ບໍ່ມີລັກສະນະປະຈຳຊື້ເຄື່ອງຂອງຕິດຕົວເຂົ້າມາຊົມໃຊ້, ໂດຍບໍ່ເປັນລັກສະນະການຄ້າ ຫລື ຈຸດປະສົງທາງການຄ້າ, ມີມູນຄ່າບໍ່ສູງ ແມ່ນໄດ້ຮັບການຍົກເວັ້ນ ໃນມູນຄ່າບໍ່ເກີນ 50ໂດລາສະຫະລັດ, ສ່ວນມູນຄ່າທີ່ເກີນຕ້ອງໄດ້ແຈ້ງເສຍອາກອນມູນຄ່າເພີ່ມໃນອັດຕາ 10%.

          ທ່ານຮັກສາການຫົວໜ້າກົມພາສີ ກ່າວວ່າ: ປັດຈຸບັນ ຈຳນວນຜູ້ໂດຍສານ ແລະ ພາຫະນະຂອງລາວ ທີ່ເດີນທາງຜ່ານດ່ານຂົວມິດຕະພາບ 1 ໂດຍສະເລ່ຍແລ້ວ ວັນຈັນ-ສຸກ ລົດສ່ວນຕົວລາວ ປະມານ 300 ຄັນ, ວັນເສົາ-ທິດ ລົດສ່ວນຕົວລາວປະມານ 750 ຄັນ. ສຳລັບການຈັດເກັບອາກອນມູນຄ່າເພີ່ມ 10% ນຳເຄື່ອງຂອງຕິດຕົວຜູ້ໂດຍສານ ທີ່ເດີນທາງເຂົ້າມາທາງລົດສ່ວນຕົວ, ສ່ວນຜູ້ ໂດຍສານທີ່ເດີນທາງນຳລົດເມ ແມ່ນຍັງບໍ່ທັນໄດ້ມີການຈັດເກັບອາກອນມູນຄ່າເພີ່ມ 10% ເທື່ອ, ເວັ້ນເສຍແຕ່ນຳເຂົ້າສິນຄ້າເຄື່ອງຂອງເປັນຈຳນວນຫລາຍ, ມີລັກສະນະການຄ້າ ຕ້ອງໄດ້ເສຍພາສີອາ ກອນຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.

No comments:

Post a Comment