Ad

Ad

14 October 2016

ນະຄອນຫລວງປັບປຸງລະບົບຄຸ້ມຄອງນ້ຳປະປາຮອງຮັບການພັດທະນາ

ພິທີວາງສີລາລຶກໂຄງການຂະຫຍາຍ ແລະ ປັບປຸງລະບົບການຄຸ້ມຄອງນ້ຳປະປາ ຢູ່ນະຄອນ ຫລວງວຽງຈັນ ໄດ້ມີຂຶ້ນໃນວັນທີ 12 ຕຸລານີ້ ທີ່ບ້ານໂຄກແຮ່ ເມືອງສັງທອງ ນະຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນ ຫລວງວຽງຈັນ.
ໂຄງການນີ້ໄດ້ນໍາໃຊ້ເງິນກູ້ຢືມຈາກບໍລິສັດ ນໍຣີນໂກ ສປ ຈີນ ປະຈຳອາຊີ ມູນຄ່າ 100 ລ້ານໂດລາສະຫະລັດ ຫລື ປະມານ 800 ຕື້ກວ່າກີບ ເພື່ອຮອງຮັບການຂະ ຫຍາຍຕົວຂອງຊຸມຊົນ ແລະ ຮັບປະກັນການສະໜອງນ້ຳໃຫ້ພຽງພໍກັບຄວາມຕ້ອງການໃນສະເພາະໜ້າ.

ທ່ານ ຄຳເຜີຍ ວົງສາຄຳຜຸຍ ອຳນວຍການລັດວິສາຫະກິດນ້ຳປະປາ ນະຄອນຫລວງວຽງຈັນ ກ່າວວ່າ: ຍ້ອນເຫັນໄດ້ຄວາມຈຳເປັນ ແລະ ຄວາມຕ້ອງການຂອງປະຊາຊົນ ກໍຄືແຜນພັດທະນາ 5 ປີ (2016-2020) ການນຳນະຄອນຫລວງ ຈຶ່ງເລັ່ງເພື່ອພັດທະນາ ແລະ ຂະຫຍາຍລະບົບທໍ່ ລວມທັງການ ປັບປຸງ ແລະ ການນຳໃຊ້ເຄື່ອງມືທັນສະໄໝ ເປັນຕົ້ນຂະຫຍາຍລະບົບທໍ່ແຕ່ຂະໜາດ 630-700 ມິນລີແມັດ, ມີໄລຍະຍາວຫລາຍກວ່າ 450 ກິໂລແມັດ ຢູ່ເມືອງນາຊາຍທອງ, ສີໂຄດຕະບອງ, ໄຊທານີ ແລະ ເມືອງໄຊເສຖາ.                                                                                                                                                                                                       

ພ້ອມດຽວກັນນັ້ນ, ຍັງຈະມີການປ່ຽນຖ່າຍລະບົບທໍ່ເກົ່າຈໍານວນໜຶ່ງ, ກໍ່ສ້າງອ່າງເກັບນ້ຳສູງ 3 ໜ່ວຍ ຢູ່ບ້ານເວີນຄຳ, ນ້ຳຊວງ ແລະ ບ້ານສອງຂົວກາງແສນ; ກໍ່ສ້າງລະບົບນ້ຳປະປາຄົບຊຸດຢູ່ບ້ານ ໂຄກແຮ່ ແລະ ບ້ານໝາກນາວ-ນາລ້ອງ ເມືອງປາກງື່ມ; ຕິດຕັ້ງ ແລະ ນຳໃຊ້ລະບົບ SCADA ເຂົ້າໃນ ການຄຸ້ມຄອງໂຮງງານ, ລະບົບທໍ່ ແລະ ອ່າງນ້ຳສູງ ຢູ່ສຳນັກງານໃຫຍ່ໂພນເຄັງ; ກໍ່ສ້າງຫ້ອງການສາຂາ ເມືອງນາຊາຍທອງ, ໄຊທານີ ແລະ ປ່ອງບໍລິການ ບ້ານຈັນສະຫວ່າງ. ໂຄງການນີ້ແມ່ນຈະໄດ້ຈັດຕັ້ງ ປະຕິບັດໃຫ້ສຳເລັດໃນກາງປີ 2018 ແລະ ຈະສາມາດສະໜອງນ້ຳໄດ້ກວມ 95% ຂອງປະຊາຊົນທີ່ມີ ລະບົບທໍ່ນ້ຳໄປເຖິງໃນນະຄອນຫລວງວຽງຈັນ.

No comments:

Post a Comment