Ad

Ad

18 October 2016

ນະຄອນຫຼວງວຽງຈັນສາມາດຜະລິດສະບຽງອາຫານໄດ້ພຽງພໍ

          ອົງການປົກຄອງນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ໃນເມື່ອກ່ອນນະຄອນຫຼວງວຽງຈັນຖືເປັນພື້ນທີ່ໜຶ່ງທີ່ອຶດຢາກດ້ານສະບຽງອາຫານ, ລວມທັງເຂົ້າກິນ, ແຕ່ພາຍຫຼັງທີ່ຈັດຕັ້ງປະຕິບັດໂຄງການຄ້ຳປະກັນສະບຽງອາຫານໄປຄຽງຄູ່ກັບແຂວງຕ່າງໃນຂອບເຂດທົ່ວປະເທດ, ຊຶ່ງມາຮອດປັດຈຸບັນນະຄອນຫຼວງວຽງຈັນສາມາດຜະລິດສະບຽງອາຫານ ແລະ ເຂົ້າກິນໄດ້ພຽງພໍກັບຄວາມຕ້ອງການ,ສິ່ງດັ່ງກ່າວໄດ້ກາຍເປັນຜົນງານທີ່ພົ້ນເດັ່ນໃນໄລຍະ 5 ປີຜ່ານມາຄື: ແຕ່ລະປີນະຄອນຫຼວງສາມາດຜະລິດເຂົ້າໄດ້ຫຼາຍ ກວ່າ 1 ລ້ານໂຕນ, ປູກພືດອຸດສາຫະກຳໄດ້ 9 ແສນກວ່າໂຕນ, ລື່ນຄາດໝາຍແຜນການທີ່ວາງໄວ້ ແລະ
ສາມາດສະໜອງຊີ້ນປາໄດ້ປີລະ275 ພັນກວ່າໂຕນ, ນີ້ກໍ ເນື່ອງມາຈາກມີປັດໄຈໃໝ່ໃນການຜະລິດກະສິກຳຄື: ການນຳໃຊ້ເຕັກນິກວິທະຍາສາດ, ການນຳໃຊ້ກົນຈັກເຂົ້າໃນການປູກຝັ່ງ, ປັບປຸງນາໄຮ່ນ້ອຍໃຫ້ເປັນນາໄຮໃຫຍ່, ການເຮັດນາຫວານ, ການລ້ຽງສັດແບບເປັນຟາມເຊັ່ນ: ງົວ, ໜູ່, ເປັດ, ໄກ່ ແລະ ການລ້ຽງປາ, ກໍໄດ້ຂະຫຍາຍຕົວຢ່າງແຜ່ຫຼາຍ, ເວົ້າລວມແລ້ວມາຮອດປັດຈຸບັນນະຄອນຫຼວງວຽງຈັນສາມາດຜະລິດ ແລະ ສະໜອງສະບຽງອາຫານ ແລະ ມີສ່ວນແຮ່ໄວ້ເປັນຈຳນວນຫຼາຍ. ຜູ້ລາຍງານຂ່າວໃຫ້ຮູ້ອີກວ່າ: ແຕ່ເຖິງຢ່າງໃດກໍດີວຽກງານຄ້ຳປະກັນສະ ບຽງອາຫານກໍຍັງມີບາງຢ່າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂເປັນຕົ້ນແມ່ນ: ຄຸນນະພາບຂອງການຜະລິດຍັງຕ່ຳບໍ່ສາມາດແຂ່ງຂັນກັບປະເທດໃກ້ຄຽງໄດ້,ການຜະລິດສ່ວນໃຫຍ່ຍັງເປັນການຜະລິດແບບກະ ແຈກກະຈາຍເປັນລັກຊະນະຄອບຄົວ, ຍັງຂາດທືນຮອນເພື່ອປັບປຸງເຕັກນິກວິຊາການຂອງການຜະລິດ ແລະ ເຮັດໃຫ້ການຜະລິດຍັງຂາດປະສິດທິພາບ ,ຊຶ່ງສິ່ງດັ່ງກ່າວລ້ວນແລ້ວແຕ່ເປັນຂໍ້ຄົງຄ້າງທີ່ນະ ຄອນຫຼວງຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂເພື່ອເຮັດໃຫ້ການຜະລິດມີຄຸນນະພາບ ແລະ ປະສິດທິຜົນສູງສາມາດແຂ່ງຂັ້ນກັບປະເທດໃກ້ຄຽງໄດ້.       

No comments:

Post a Comment