Ad

Ad

11 October 2016

ສະຫະລັດອາເມລິກາສ້າງຖານສຳລັບໂຄງການສົ່ງເສີມການສຶກສາແກ່ເດັກຍິງໃນ ສປປ ລາວ

ຜູ້ປະສານງານອາວຸໂສດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງແກ່ແມ່ຍິງ ປະຈຳອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID), ໄດ້ສະຫລຸບການຢ້ຽມຢາມ ສປປ ລາວ ເປັນເວລາ 5 ມື້ຂອງຕົນເອງວ່າ: ໄດ້ພົບກັບບັນດາເຈົ້າໜ້າທີ່ທີ່ເຮັດວຽກໃນຂະແໜງສຶກສາ ແລະ ໄດ້ຢ້ຽມຢາມບັນດາໂຮງຮຽນເພື່ອສ້າງຖານຕໍ່ການຂະຫຍາຍໂຄງການຊ່ວຍເຫລືອຂອງລັດຖະບານສະຫະລັດອາເມລິກາ ໃນການລິເລີ່ມໂຄງການ ສົ່ງເສີມການສຶກສາແກ່ເດັກຍິງ ໃນ ສປປ ລາວ,   ເຊິ່ງທ່ານປະທານາທິບໍດີ ໂອບາມາໄດ້ປະກາດໃນລະຫວ່າງການຢ້ຽມຢາມລາວໃນເດືອນກັນຍາຜ່ານມາ.

ພາຍຫລັງການພົບປະກັບລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ແລະ ບັນດາຊ່ຽວຊານອາວຸໂສ ທີ່ນະຄອນຫລວງວຽງຈັນ, ທ່ານນາງ ຊູຊານພ້ອມດ້ວຍຄະນະກໍ່ໄດ້ເດີນທາງໄປແຂວງຫລວງພະບາງ ແລະ ອຸດົມໄຊເຊິ່ງທ່ານໄດ້ມີໂອກາດປຶກສາຫາລືເຖິງຄວາມຕ້ອງການຕໍ່ວຽກງານການສຶກສາ ແລະ ການຮ່ຳຮຽນ ກັບບັນດາຄູອາຈານ, ຄະນະບໍລິຫານ, ນັກຮຽນ ແລະ ຜູ້ປົກຄອງອື່ນໆ, ໂດຍທ່ານນາງ ຊູຊານ ສະຫລຸບວ່າ: ພວກເຮົາມີຄວາມຮູ້ສຶກດີໃຈຫຼາຍທີ່ໄດ້ມີໂອກາດພົບກັບບັນດາເຈົ້າໜ້າທີ່, ຄູອາຈານ, ຜູ້ປົກຄອງ ແລະ ນັກຮຽນ ເພື່ອຮຽນຮູ້ໃຫ້ຫລາຍຂື້ນກ່ຽວກັບລະບົບການສຶກສາໃນປະເທດທີ່ສວຍງາມແຫ່ງນີ້ ແລະ ຜ່ານໂຄງການສົ່ງເສີມການສຶກສາແກ່ເດັກຍິງ, ພວກເຮົາສາມາດຊອກຫາຊ່ອງທາງໃໝ່ໆໃນການຮ່ວມມືແລະ ຊ່ວຍໃຫ້ໝັ້ນໃຈວ່າ ໄວໜຸ່ມທັງຍິງແລະຊາຍຈະໄດ້ຮັບການສຶກສາທີ່ພວກເຂົາຕ້ອງການເພື່ອໃຫ້ປະສົບຄວາມສຳເລັດ.

ໃນໂອກາດນີ້ ທ່ານ ຊູຊານ ຍັງໄດ້ພົບກັບຜູ້ຕາງໜ້າສູນກາງສະຫະພັນແມ່ຍິງລາວ, ຄະນະກຳມາທິການເພື່ອແມ່ແລະເດັກແຫ່ງຊາດ, ກອງເລຂາຄະນະກຳມະການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ບັນດາຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງທາງສັງຄົມທີ່ສຸມໃສ່ວຽກງານກ່ຽວກັບແມ່ຍິງ ແລະ ການພັດທະນາເພື່ອໃຫ້ມີຄວາມເຂົ້າໃຈຫລາຍຂຶ້ນຕໍ່ກັບຄວາມຕ້ອງການຂອງແມ່ຍິງ ແລະ ເດັກໃນ ສປປ ລາວ, ຊຶ່ງໂຄງການສົ່ງເສີມການສຶກສາແກ່ເດັກຍິງຂອງລັດຖະບານສະຫະລັດອາເມລິກາແມ່ນໂຄງການທີ່ກໍ່ຕັ້ງໂດຍທ່ານ ນາງ ມິເຊວ ໂອບາມາ ເພື່ອແນໃສ່ແກ້ໄຂສິ່ງທ້າທາຍຕ່າງໆທີ່ເປັນອຸປະສັກຕໍ່ການເຂົ້າເຖິງລະບົບ ການສຶກສາທີ່ມີຄຸນນະພາບຂອງໄວໜຸ່ມຍິງ. 

No comments:

Post a Comment