Ad

Ad

11 October 2016

ກະຊວງການເງິນແຕ່ງຕັ້ງໜ້າທີ່ໃໝ່ຫລາຍຕໍາແໜ່ງ

          ໃນວັນທີ 3 ຕຸລາ 2016 ທີ່ຫ້ອງປະຊຸມກົມສ່ວຍສາອາກອນ ໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ທ່ານ ສັງວອນ ພັນທະວິໄລ ຫົວໜ້າກົມສ່ວຍສາອາກອນ (ຜູ້ເກົ່າ) ແລະ ທ່ານ ພູ ທະນູເພັດ ຫົວໜ້າຄັງເງິນແຫ່ງຊາດ ມາຮັບໜ້າທີ່ເປັນຫົວໜ້າກົມສ່ວຍສາອາກອນ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງດັ່ງກ່າວ.

          ໃນໂອກາດດຽວກັນ, ທ່ານ ພູ ທະນູເພັດ ຫົວໜ້າກົມສ່ວຍສາອາກອນ (ຜູ້ໃຫມ່) ໄດ້ກ່າວວ່າ: ຕໍ່ກັບຜົນງານທີ່ກົມສ່ວຍສາອາກອນຍາດມາໄດ້ນັ້ນຈະພ້ອມກັນຮັກສາມູນເຊື້ອ ແລະ ສືບຕໍ່ຜັນຂະ ຫຍາຍໃຫ້ມີໃບໜ້າໃຫມ່ ຍິ່ງໃຫຍ່ກ່ວາເກົ່າ, ເສີມສ້າງຄວາມສາມັກຄີ, ສ້າງຄວາມເຂັ້ມແຂງໃຫ້ແກ່ການຊີ້ນໍາ-ນໍາພາ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງແຕ່ລະກົມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ.

          ໃນວັນທີ 4 ຕຸລາ 2016 ກະຊວງການເງິນ ໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ລະຫວ່າງ ທ່ານ ທຸມ ຄໍາພານິດ ຫົວໜ້າກົມກວດກາ (ຜູ້ໃໝ່) ແລະ ທ່ານ ໂພໄຊ ໝັ້ນພິລາພັນ ຫົວໜ້າກົມກວດກາ (ຜູ້ເກົ່າ) ທີ່ຖືກຍົກຍ້າຍໄປຮັບໜ້າທີ່ເປັນຜູ້ຊ່ວຍວຽກຄະນະນໍາກະຊວງ ແລະ ມອບ-ຮັບໜ້າທີ່ລະຫວ່າງທ່ານ ນາງ ວັນພອນ ພົມມະສອນຂື້ນເປັນຫົວໜ້າຄັງເງິນແຫ່ງຊາດ (ຜູ້ໃໝ່) ແລະ ທ່ານ ພູ ທະນູເພັດ ຫົວໜ້າຄັງເງິນແຫ່ງຊາດ (ຜູ້ເກົ່າ) ຖືກຍົກຍ້າຍໄປຮັບໜ້າທີ່ເປັນຫົວໜ້າກົມສ່ວຍສາອາກອນ.

No comments:

Post a Comment