Ad

Ad

11 October 2016

ຕຳແລ້ວເອົາຕົວຫລົບໜີຍັງມີຢູ່

          ທ້າຍອາທິດຜ່ານມາ, ຢູ່ເສັ້ນທາງເລກ 9 ເຂດບ້ານອຸດົມໄຊ, ເມືອງພະລານໄຊ ແຂວງສະຫວັນນະເຂດ, ໄດ້ເກີດອຸປະຕິເຫດລົດກະບະຕຳລົດຈັກຢ່າງແຮງ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່ 2 ຄົນ, ສ່ວນຜູ້ຂັບຂີ່ລົດໃຫຍ່ຍັງເອົາຕົວຫລົບໜີ.

          ທ່ານ ພັຕ ນີວັນ ຈູມມະນີວົງ ຫົວໜ້າພະແນກຈະລາຈອນ ປກສ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເວລາປະມານ 5:00 ໂມງ, ໄດ້ມີລົດກະບະຕຳລົດຈັກຂອງນາງ
ຈັນ ອາຍຸ 24 ປີ ແລະ ມີນາງ ແມ໋ກ ອາຍຸ 30 ປີ ເປັນຜູ້ຊ້ອນທ້າຍ, ໂດຍທັງສອງເປັນປະຊາຊົນຢູ່ບ້ານແກ້ງຫລວງ, ເມືອງພະລານໄຊ ແຂວງສະຫວັນນະເຂດ, ຊຶ່ງເຮັດໃຫ້ຜູ້ຂັບຂີ່ລົດຈັກທັງສອງຄົນເສຍຊີວິດຄາທີ່. ຈາກນັ້ນ ຜູ້ກໍເຫດໄດ້ເອົາຕົວຫລົບໜີ. ຜ່ານການລົງກວດສອບສະຖານທີ່ເກີດເຫດຂອງເຈົ້າໜ້າທີ່ ໄດ້ພົບເຫັນປ້າຍລົດຄັນກໍ່ເຫດ ໝາຍເລກທະບຽນ ກກ 8596 ສະຫວັນນະເຂດ ຕົກເຮ່ຍຢູ່ສະຖານທີ່ດັ່ງກ່າວ, ຈາກນັ້ນ ຈຶ່ງໄດ້ປະສານຫາພາກສ່ວນກ່ຽວຂ້ອງເພື່ອຕິດຕາມ ແລະ ນຳຈັບຕົວຜູ້ກໍ່ເຫດມາດຳເນີນຄະດີຕາມກົດໝາຍໃຫ້ໄດ້ໂດຍໄວ.

No comments:

Post a Comment