Ad

Ad

14 October 2016

ກອງປະຊຸມຄົບຄະນະກຳມາທິການເສດຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມ


        ກອງປະຊຸມຄົບຄະນະກຳມາທິການເສດຖະກິດເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຄັ້ງທີ 1 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ຈັດຂຶ້ນແຕ່ວັນທີ 13-15 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ບຸນປອນ ສີສຸລາດ ປະທານກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ປະຈຳສະພາແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ.
          ທ່ານ ບຸນປອນ ສີສຸລາດ ໄດ້ຜ່ານບົດສະຫລຸບການຊີ້ນຳ-ນຳພາຂອງກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ປະຈຳປີ 2016 ເຊິ່ງເປັນຄັ້ງທຳອິດທີ່ໄດ້ເຊື້ອເຊີນເອົາສະມາຊິກສະພາ
ແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງໃນຂອບເຂດທົ່ວປະເທດເຂົ້າ ຮ່ວມປຶກສາຫາລືຮ່ວມກັນ ພາຍຫລັງກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດຊຸດທີ VIII.
ກອງປະຊຸມໃນຄັ້ງນີ້, ຍັງໄດ້ຮັບຟັງການເຜີຍແຜ່ບາງມາດຕາຂອງລັດຖະທຳມະນູນ ແລະ ກົດໜາຍທີ່ຕິດພັນກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ, ຮັບຟັງການເຜີຍແຜ່ກ່ຽວກັບມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກຳມາທິການເສດຖະ ກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ແຜນ 5 ປີ ແລະ ແຜນປະຈຳປີ 2017 ຂອງກຳມາທິການ ແລະ ຖອດຖອນບົດຮຽນກັບຊ່ຽວຊານສາກົນຈາກອົງການສະຫະປະຊາຊາດເພື່ອການພັດທະ ນາ ກ່ຽວກັບການຄຸ້ມຄອງພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ບັນຫາອື່ນໆທີ່ໃຫ້ຄວາມ ສົນໃຈ.

 ເປົ້າໝາຍຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອໃຫ້ຮັບຮູ້ເຂົ້າໃຈ ແລະ ປະກອບຄຳຄິດຄຳເຫັນໃສ່ບັນຫາທີ່ພົ້ນເດັ່ນໃນຂົງເຂດເສດຖະກິດ ແລະ ບັນດາເນື້ອໃນທີ່ສຳຄັນທີ່ຈະນຳເຂົ້າຜ່ານກອງປະຊຸມສະໄໜສາມັນຂອງສະພາແຫ່ງຊາດ.

No comments:

Post a Comment