Ad

Ad

19 October 2016

ອຸຕຸແຈ້ງອາກາດຈະເຢັນລົງເລັກຫນ້ອຍ

          ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ນັບແຕ່ວັນທີ 19-23 ຕຸລານີ້, ອຸນຫະພູມອາກາດຈະເຢັນລົງ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ເກືອບທົ່ວໄປ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງພາກກາງຫາພາກໃຕ້ ຍ້ອນຄວາມກົດດັນອາກາດສູງຂອງອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງລາວດ້ວຍກຳລັງປານກາງ.


          ພາກເໜືອດ້ານຕາເວັນອອກ: ອຸນຫະພູມອາກາດຈະເຢັນລົງພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ມີຝົນຕົກກະຈາຍ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງຊຽງຂວາງ. ອຸນຫະພູມຕ່ຳສຸດ 14-16 ອົງສາ ແລະ ສູງສຸດ 20-22 ອົງສາ; ພາກເໜືອດ້ານຕາເວັນຕົກ: ອຸນຫະພູມອາກາດຈະເຢັນລົງ ແລະ ຈະມີຝົນຕົກໃນລະດັບຄ່ອຍ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງບໍ່ແກ້ວ, ອຸດົມໄຊ ແລະ ໄຊຍະບູລີ. ອຸນຫະພູມຕ່ຳສຸດ 18-20 ອົງສາ ແລະ ສູງສຸດ 29-31 ອົງສາ; ນະຄອນຫລວງວຽງຈັນ: ອຸນຫະພູມອາກາດຈະເຢັນລົງໃນຕອນກາງຄືນຫາຕອນເຊົ້າ ແລະ ມີຝົນຕົກກະຈາຍເປັນບາງໂອກາດ. ອຸນຫະພູມ 19-21 ອົງສາ ແລະ ສູງສຸດ 29-31 ອົງສາ; ພາກກາງ: ຍັງຈະມີຝົນຕົກໃນລະດັບຄ່ອຍ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕ່ຳສຸດ 19-21 ອົງສາ ແລະ ສູງສຸດ 29-31 ອົງສາ; ພາກໃຕ້: ຈະມີຝົນຕົກໃນລະດັບຄ່ອຍ ແລະ ຕົກປານກາງເປັນບາງໂອກາດຢູ່ແຂວງຈຳປາສັກ ແລະ ເຊກອງ. ອຸນຫະພູມຕ່ຳສຸດ 19-21 ອົງສາ ແລະ ສູງສຸດ 27-29 ອົງສາ.

No comments:

Post a Comment