Ad

Ad

23 November 2016

ນະຄອນຫລວງວຽງຈັນຈະເພີ່ມທະວີການຄຸ້ມຄອງປ້າຍໂຄສະນາໃຫ້ເຂັ້ມງວດກວ່າເກົ່າ

           ປັດຈຸບັນ ສະພາບການນໃຊ້ສື່ໂຄສະນາປະຊາສຳພັນ ດ້ວຍປ້າຍປະເພດຕ່າງໆ ຢູ່ນະຄອນ ຫລວງວຽງຈັນ ນັບມື້ມີທ່າອ່ຽງເພີ່ມຂຶ້ນ, ເຊິ່ງລັດຖະບານກໍໄດ້ອອກດຳລັດວ່າດ້ວຍປ້າຍ ເພື່ອກຳນົດຫລັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງ, ຕິດຕາມ, ກວດກາການດຳເນີນກິດຈະການກ່ຽວກັບປ້າຍ ເພື່ອໃຫ້ມີລັກສະນະຊາດ, ກ້າວໜ້າ ແລະ ມະຫາຊົນ ແນໃສ່ເຮັດໃຫ້ການດຳເນີນກິດຈະການດັ່ງກ່າວ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນເອກະພາບໃນທົ່ວປະເທດ ດັ່ງທ່ານ ຄຳປະດິດ ເຂັມມານິດ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງ
ວຽງຈັນ (ຖວທ) ໄດ້ຖະແຫລງໃຫ້ຮູ້ໃນວັນທີ 22 ພະຈິກນີ້ວ່າ: ປັດຈຸບັນ ນະຄອນຫລວງວຽງຈັນມີປ້າຍໂຄສະນາ 215 ປ້າຍ ທີ່ພະແນກ ຖວທ ນະຄອນຫລວງເປັນຜູ້ອອກອະນຸຍາດ. ນອກນັ້ນ, ຍັງມີຫ້ອງການ ຖວທ ປະຈຳແຕ່ລະເມືອງ ເປັນຜູ້ອອກອະນຸຍາດ ເຊັ່ນ: ເມືອງສີສັດຕະນາກ ມີຈຳນວນ 156 ປ້າຍ, ເມືອງຈັນທະບູລີ 263 ປ້າຍ, ເມືອງໄຊເສດຖາ 55 ປ້າຍ, ເມືອງໄຊທານີ 50 ກວ່າປ້າຍ, ເມືອງຫາດຊາຍຟອງ 46 ປ້າຍ, ເມືອງສີໂຄດຕະບອງ 62 ປ້າຍ, ເມືອງນາຊາຍທອງ 98 ປ້າຍ ເຊິ່ງບໍ່ລວມທັງປ້າຍທີ່ບໍ່ໄດ້ຜ່ານການກວດກາທາງດ້ານເນື້ອໃນ, ຈຶ່ງເຮັດໃຫ້ມີບັນຫາຫຍໍ້ທໍ້ຕ່າງໆດ້ານປ້າຍໂຄສະນາດັ່ງກ່າວເກີດຂຶ້ນ ແລະ ເພື່ອຫລີກລ້ຽງບັນຫານີ້, ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງ ຈຶ່ງມີຂໍ້ຕົກລົງ ແຕ່ງຕັ້ງໜ່ວຍງານຮັບຜິດຊອບປ້າຍໂຄສະນາຂຶ້ນ ເພື່ຄວາມໂປ່ງໃສ, ຄວາມເປັນລະບຽບຮຽບຮ້ອຍ, ສາມາດກວດກາໄດ້ ແລະ ໃຫ້ຖືກຕ້ອງຕາມລະ ບຽບການຄຸ້ມຄອງປ້າຍໂຄສະນາ ທີ່ພັກ-ລັດຖະບານວາງອອກ.

             ທ່ານ ຄປະດິດ ໃຫ້ຮູ້ວ່າ: ສຳລັບທິດທາງໃນຕໍ່ໜ້າ ແມ່ນຈະສືບຕໍ່ເອົາໃຈໃສ່ລົງຕິດຕາມກວດກາ ແລະ ເກັບກຳສະຖິຕິດ້ານປ້າຍ, ໃນນະຄອນຫລວງວຽງຈັນ ໃຫ້ມີຄວາມລະອຽດຈະແຈ້ງ, ພ້ອມຈະໄດ້ອອກແຮງເຮັດວຽກງານໂຄສະນາເຜີຍແຜ່ດຳລັດວ່າດ້ວຍປ້າຍ ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ ໂດຍສະເພາະບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການຜະລິດປ້າຍໂຄສະນາໃຫ້ປະຕິບັດຕາມລະບຽບຫລັກການຢ່າງເຂັ້ມງວດ ແລະ ຈະໄດ້ເພີ່ມທະວີປະສານສົມທົບກະຊວງ ຖວທ ແລະ ຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 9 ຕົວເມືອງ ຮ່ວມກັນກວດກາບັນດາປ້າຍຕ່າງໆໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ຈໍາກັດຊ່ອງຫວ່າງໃນການເຮັດຜິດລະບຽບດ້ານປ້າຍໃຫ້ເຂັ້ມງວດກວ່າເກົ່າ.

No comments:

Post a Comment