Ad

Ad

25 January 2017

ບໍລິສັດ ລ້ານຊ້າງ ມີເນີໂຣນສ໌ ລິມິເຕັດ ປະກອບສ່ວນໂລຫະທອງ 1 ໂຕນ ເພື່ອຫຼໍ່ພະພຸດທະຮູບຢູ່ແຂວງໄຊຍະບູລີ

ໃນວັນທີ 23 ມັງກອນ 2017ຕາງໜ້າໃຫ້ບໍລິສັດ MMG LXML Sepon ທ່ານສະໝານອະເນກາຜູ້ອຳນວຍການພ້ອມດ້ວຍ, ໄດ້ມອບທອງແດງຈຳນວນ 1ໂຕນໃຫ້ແກ່ທ່ານ ຄຳສຸກ ທໍ່, ຮອງເລຂາພັກແຂວງ, ປະທານແນວລາວສ້າງຊາດແຂວງ ໄຊຍະບູລີ, ຄິດເປັນມູນຄ່າ 5.125 ໂດລາສະຫະລັດ ເພື່ອນຳໄປຫຼໍ່ພະພຸດທະຮູບຈຳນວນ 2 ອົງ ຢູ່ແຂວງດັ່ງກ່າວ.

ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ບໍລິສັດ LXML Sepon ໄດ້ປະກອບສ່ວນທອງ ຫຼາຍກວ່າ 18 ໂຕນ
ເພື່ອນໍາໃຊ້ເຂົ້າໃນຈຸດປະສົງຕ່າງໆ ອັນລວມມີພະພຸດທະຮູບ ຫຼາຍແຂວງໃນສປປ ລາວ, ອະນະສາວະລີ ເຈົ້າອານຸວົງ, ເຄື່ອງໝາຍກາຊາດ, ຍອດຊໍ່ຟ້າຫໍຫຼັກເມືອງວຽງຈັນ ແລະຮູບຈຳຮອງບຸກຄົນທີ່ສຳຄັນຂອງຊາດອື່ນໆອີກ.

No comments:

Post a Comment