Ad

Ad

1 March 2017

ທະນາຄານລາວ-ຫວຽດມອບລາງວັນໃຫ້ລູກຄ້າ

 ພາຍຫລັງສໍາເລັດການໝູນລາງວັນລາຍການເງິນຝາກລຸ້ນຊັບຮັບໂຊກປີ 2016 ງວດທີ 2 ຂອງທະນາຄານຮ່ວມທຸລະກິດລາວ-ຫວຽດ (Lao-Viet Bank) ເມື່ອວັນທີ 4 ກຸມພາຜ່ານ ແລະ ວັນທີ 28 ກຸມພານີ້, ຢູ່ສໍານັກງານໃຫຍ່ທະນາຄານດັ່ງກ່າວກໍໄດ້ຈັດພິທີມອບລາງວັນໃຫ້ລູກຄ້າໂຊກດີຄື: ລາງວັນທີ 1 ແມ່ນລົດໃຫຍ່ໂຕໂຍຕາ ອໍນິວ ຟໍຈູນເນີ (Toyota Allnew Fortuner) ຜູ້ໂຊກດີຊື່ທ່ານ ອາຊາງ ຟູ ຢູ່ແຂວງອຸດົມໄຊ, ສ່ວນລາງວັນທີ 2 ແມ່ນລົດຈັກຮອນດາຄລິກໄອ (Honda Click i) ມີ 3 ລາງວັນ, ລາງວັນທີ 3 ໂທລະພາບຊໍາຊຸງ 55 ນີ້ວມີ 5 ລາງວັນ, ລາງວັນທີ 4 ໂທລະສັບມືຖືໄອໂຟນ 7 ຈໍານວນ 10 ລາງວັນ ແລະ ລາງວັນທີ 5 ແມ່ນບັນຊີເງິນຝາກທະນາຄານມູນຄ່າ 3 ລ້ານກີບຈໍານວນ 20 ລາງວັນ, ຊຶ່ງລວມມີມູນຄ່າທັງໝົດ 1,2 ຕື້ກີບ.

          ທ່ານຮອງຜູ້ອໍານວຍການໃຫຍ່ທະນາຄານຮ່ວມທຸລະກິດລາວ-ຫວຽດ ວຽງວິໄລ ແສງຄໍາຍອງ ໄດ້ມີຄໍາເຫັນວ່າ: ໂດຍສຸມໃສ່ພັດທະນາໃຫ້ເປັນທະນາຄານທີ່ມີເຕັກໂນໂລຊີທັນສະໄໝ, ໃນໄລຍະຜ່ານມາພວກເຮົາໄດ້ສືບຕໍ່ສຸມໃສ່ຄົ້ນຄວ້າພັດທະນາຫລາຍຜະລິດຕະພັນບໍລິການເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າທີ່ນັບມື້ສູງຂຶ້ນ ເຊັ່ນ: ເງິນຝາກປະຈຳຈ່າຍດອກເບ້ຍເປັນງວດ, ເງິນຝາກປະຈຳຈ່າຍດອກເບ້ຍລ່ວງໜ້າ, ເງິນຝາກສະສົມເພື່ອອະນາຄົດລູກຫລານ, ເງິນຝາກສະສົມເພື່ອບຳນານ, ເງິນຝາກຊີງລາງວັນ ກໍຄືເງິນຝາກລຸ້ນຊັບຮັບໂຊກຂອງພວກເຮົາ. ປີນີ້ກໍແມ່ນປີທີ 4 ທີ່ທະນາຄານຮ່ວມທຸລະກິດລາວ-ຫວຽດ ໄດ້ຈັດຕັ້ງປະຕິບັດກິດຈະກໍາເງິນຝາກລຸ້ນຊັບຮັບໂຊກ ເພື່ອສ້າງໂອກາດຄືນກໍາໄລໃຫ້ລູກຄ້າ ແລະ ເຫັນວ່າສາມາດດຶງດູດປະຊາຊົນ, ບັນດາພໍ່ຄ້າຊາວຂາຍເຂົ້າຮ່ວມຝາກເງິນໃນໂຄງການດັ່ງກ່າວໄດ້ຢ່າງຫລວງຫລາຍ, ເຮັດໃຫ້ກິດຈະກໍານີ້ກາຍເປັນຜະລິດຕະພັນເງິນຝາກທີ່ນິຍົມຊົມຊອບຂອງລູກຄ້າກໍຄືພໍ່ແມ່ປະຊາຊົນໄດ້ເປັນຢ່າງດີ ແລະ ເພື່ອຕອບສະໜອງຄວາມຕ້ອງການ ແລະ ການສະໜັບສະໜູນຈາກລູກຄ້າຂອງທະນາຄານພວກເຮົາໃນປີ 2017 ນີ້, ຈະສືບຕໍ່ຜັນຂະຫຍາຍລາຍການເງິນຝາກລຸ້ນຊັບຮັບໂຊກປີ 2017 ຄັ້ງທີ 1 ຂຶ້ນອີກ, ເຊິ່ງເລີ່ມຜັນຂະຫຍາຍໃນທ້າຍເດືອນມີນາ 2017 ນີ້, ຊຶ່ງມີລາງວັນໃຫຍ່ຄື: ການເດີນທາງໄປທ່ອງທ່ຽວສາມປະເທດຢູ່ເອີຣົບຄື: ປະເທດຝລັ່ງ, ເຢຍລະມັນ ແລະ ອີຕາລີ ຈຳນວນ 2 ລາງວັນ (2 ທ່ານ) ແລະ ລາງວັນການເດີນທາງໄປທ່ອງທ່ຽວໃນບັນດາປະເທດຢູ່ອາຊີອີກຫລາຍລາຍການ, ຊຶ່ງຫວັງວ່າຈະໄດ້ຮັບຄວາມສົນໃຈຈາກລູກຄ້າ ແລະ ສັງຄົມເປັນຢ່າງດີ.

  ເຂົ້າຮ່ວມພິທີມອບລາງວັນຄັ້ງນີ້, ມີທ່ານ ຫງວຽນ ວັນ ບິງ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມທຸລະກິດລາວ-ຫວຽດ, ມີຜູ້ຕາງໜ້າຈາກພະແນກການເງິນ, ພະແນກອຸດສະຫະກໍາ ແລະ ການຄ້າ, ພະແນກຍຸຕິທໍາ, ຫ້ອງການປົກຄອງເມືອງຈັນທະບູລີ ແລະ ລູກຄ້າຜູ້ໂຊກດີເຂົ້າຮ່ວມຢ່າງພ້ອມພຽງ.

No comments:

Post a Comment