Ad

Ad

1 March 2017

ນະຄອນຫລວງເອົາໃຈໃສ່ກວດກາການໃຊ້ສານກັນບູດໃນອາຫານຕາມທ້ອງຕະຫລາດ


         ຂະແໜງລ້ຽງສັດ ແລະ ການປະມົງພະແນກກະສິກໍາ-ປ່າໄມ້ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ພາຍຫລັງໄດ້ແຕ່ງຕັ້ງໜ່ວຍງານລົງຕິດຕາມກວດກາສະພາບການລັກລອບໃຊ້ສານກັນບູດ (ຟອກໂມນ) ແຊ່ໃນອາຫານສົດ, ໂດຍສະເພາະປະເພດຊີ້ນ, ປາ, ເຄື່ອງໃນສັດ ແລະ ອາຫານທະເລຕ່າງໆຂອງຊາວຄ້າຂາຍຕາມທ້ອງຕະຫລາດໃຫຍ່ໃນຕົວເມືອງໃນໄລຍະເດືອນກຸມພາຜ່ານມາປະກົດວ່າສະພາບດັ່ງກ່າວໄດ້ມີທ່າອ່ຽງຫລຸດລົງຫລາຍ ແລະ ຢູ່ຕະຫລາດຫລາຍແຫ່ງກໍບໍ່ພົບເຫັນການໃຊ້ສານດັ່ງກ່າວ. ທັງນີ້ກໍຍ້ອນຂະແໜງກ່ຽວຂ້ອງໄດ້ເອົາໃຈໃສ່ລົງຕິດຕາມກວດກາເປັນປະຈຳ ແລະ ໄດ້ກ່າວເຕືອນສຶກສາອົບຮົມບັນດາ
ແມ່ຄ້າທີ່ສວຍໂອກາດລັກລອບນໍາໃຊ້ສານດັ່ງກ່າວຫລາຍລະດັບຕາມກໍລະນີໜັກເບົາ, ເພື່ອແນ່ໃສ່ຄວບຄຸມດ້ານໂພຊະນາການໃຫ້ຖືກຕາມຫລັກອະນາໄມສະອາດ ແລະ ປາສະຈາກສານປົນເປື້ອນຕ່າງໆທີ່ສົ່ງຜົນກະທົບອັນບໍ່ດີຕໍ່ສຸຂະພາບຂອງຜູ້ບໍລິໂພກກໍຄືປະຊາຊົນ. ເນື່ອງຈາກສານດັ່ງກ່າວເປັນນໍ້າຢາເຄມີທີ່ນໍາຢູ່ໃນວຽກງານທາງການແພດ, ຖ້າຜູ້ໃດກິນ ແລະ ສູບດົມສານດັ່ງກ່າວເຂົ້າໄປຮ່າງກາຍຈະສົ່ງຜົນກະທົບຕໍ່ລະບົບຫາຍໃຈ, ສະໜອງ, ລະບົບຍ່ອຍອາຫານ ແລະ ທຳລາຍຈຸລັງຕ່າງໆ, ເຮັດໃຫ້ສຸຂະພາບອ່ອນເພຍຊຸດໂຊມ ແລະ ມີພະຍາດອື່ນໆແຊກຊ້ອນຕາມມາ, ໂດຍສະເພາະພະຍາດມະເຮັງ ແລະ ຍ້ອນຄວາມອັນຕະລາຍດັ່ງກ່າວເຈົ້າໜ້າທີ່ກ່ຽວຂ້ອງຈຶ່ງກວດເອົາໃຈໃສ່ຕິດຕາມກວດກາບໍ່ໃຫ້ຊາວຄ້າຂາຍສວຍໂອກາດນໍາເອົາສານເຄມີດັ່ງກ່າວເຈືອປົນໃສ່ໃນອາຫານໂດຍເດັດຂາດ.
  ຫົວໜ້າຂະແໜງດັ່ງກ່າວ ໃຫ້ຮູ້ວ່າ: ປັດຈຸບັນ, ນອກຈາກຕິດຕາມການໃຊ້ສານກັນບູດເຈືອປົນໃນອາຫານແລ້ວ, ອີກບັນຫາໜຶ່ງທີ່ໜ້າເປັນຫ່ວງແມ່ນມີສານເຄມີຕົກຄ້າງໃນຊີ້ນ, ປາ, ເຊິ່ງເກີດຈາກການໃຊ້ຢາຕ້ານເຊື້ອເກີນຂະໜາດຂອງຜູ້ຜະລິດ, ຊຶ່ງຜ່ານມາໄດ້ກວດພົບການໃຊ້ຢາດັ່ງກ່າວເກີນຂະໜາດຫລາຍສົມຄວນຢູ່ໃນຟາມລ້ຽງສັດ ແລະ ລ້ຽງປາກະຊັງຈຳນວນໜຶ່ງ, ໂດຍສະເພາະຜູ້ປະ ກອບການທີ່ຍັງບໍ່ໄດ້ຂື້ນທະບຽນກັບພາກສ່ວນກ່ຽວຂ້ອງ ແລະ ບໍ່ໄດ້ຮັບການກວດມາດຕະຖານການລ້ຽງກ່ອນສົ່ງຂາຍເຂົ້າຕະຫຼາດ. ຕໍ່ບັນຫາດັ່ງກ່າວຈຶ່ງເຕືອນໃຫ້ຜູ້ບໍລິໂພກກໍຄືປະຊາຊົນຈົ່ງເລືອກຊື້ອາຫານທີ່ສົດໃໝ່ ແລະ ສະອາດດີເທົ່ານັ້ນ.

No comments:

Post a Comment