Ad

Ad

1 March 2017

ເຈົ້າໜ້າທີ່ພວມເລັ່ງຫາສາເຫດໄຟໄໝ້ຕະຫລາດລືໄຊແຂວງອຸດົມໄຊ


         ພາຍຫລັງເກີດເຫດໄຟໃໝ້ຢູ່ຊັ້ນສອງຂອງຕະຫລາດລືໄຊ, ເມືອງໄຊ, ແຂວງອຸດົມໄຊໃນຄືນວັນທີ 25 ກຸມພາຜ່ານມາ, ເຈົ້າໜ້າທີ່ມອດໄຟຂອງແຂວງໄດ້ລະດົມກໍາລັງ ແລະ ລົດດັບເພິງຈໍານວນຫລາຍຄັນເຂົ້າດັບມອດຢ່າງໄວວາ ແລະ ໃຊ້ເວລາຫລາຍກວ່າໜຶ່ງຊົ່ວໂມງຈຶ່ງສາມາດຄວບຄຸມເພິງໄວ້ໄດ້. ຜ່ານການກວດກາເຫັນວ່າມີຮ້ານຂາຍເຄື່ອງນຸ່ງຫົ່ມຖືກໄຟຟ້າຫລາຍຫ້ອງ, ຊຶ່ງລວມມີຜົນເສຍຫາຍຫລາຍກວ່າ 10 ຕື້ກີບ ແລະ ປັດຈຸບັນເຈົ້າໜ້າທີ່ພວມເລັ່ງຫາສາເຫດທີ່ກໍໃຫ້ເກີດໄຟໃໝ່ຄັ້ງນີ້ໂດຍໄວ, ເຊິ່ງເບື້ອງຕົ້ນຄາດວ່າເກີດຈາກໄຟຟ້າລັດວົງຈອນ.

  ທາງດ້ານນາງ ອານຸລັກ ເຊັງເຊີນ ຜູ້ຈັດການຕະຫລາດດັ່ງກ່າວ ໃຫ້ສຳພາດຕໍ່ນັກຂ່າວພວກເຮົາ
ວ່າ: ຕະຫລາດລືໄຊສ້າງຂຶ້ນໃນປີ 2015 ໂດຍແມ່ນບໍລິສັດ ລືໄຊ ການຄ້າ ເປັນຜູ້ສຳປະທານຈາກອຳນາດການປົກຄອງແຂວງອຸດົມໄຊ, ເປັນອາຄານ 2 ຊັ້ນ, ມີຫ້ອງຂາຍເຄື່ອງທັງໝົດ 400 ກວ່າຫ້ອງ, ສະເພາະຢູ່ຊັ້ນສອງມີຮ້ານຂາຍເຄື່ອງຫລາຍກວ່າ 100 ຫ້ອງ. ນອກຈາກນີ້, ໃນຕະຫລາດກໍຕິດຕັ້ງລະບົບຄວາມປອດໄພເປັນຢ່າງດີ, ພ້ອມມີບັ້ງດັບເພິງຫລາຍກວ່າ 20 ຈຸດ ແລະ ມີພະນັກງານເວນຍາມຕະຫລອດ 24 ຊົ່ວໂມງ. ແນວໃດກໍຕາມ, ສໍາລັບຊາວຄ້າຂາຍທີ່ໄດ້ຮັບຜົນກະທົບຈາກໄຟໃໝ້ນີ້ທາງບໍລິສັດພວກເຮົາໄດ້ຈັດສັນຫ້ອງຂາຍເຄື່ອງຢູ່ບໍລິເວນຊັ້ນລຸ່ມຂອງຕະຫລາດໄປກ່ອນຊົ່ວຄາວ, ພ້ອມມອບເງິນຈຳນວນໜຶ່ງເພື່ອຊ່ວຍໃຫ້ເຂົາເຈົ້າລົງທຶນຊື້ສີນຄ້າມາຈໍາໜ່າຍໃນຕະຫລາດຄືນໃໝ່ ແລະ ໄດ້ຄືນເງິນຄ່າເຊົ່າຫ້ອງລ່ວງໜ້າຈຳນວນໜຶ່ງໃຫ້ແກ່ຊາວຄ້າຂາຍທີ່ໄດ້ຮັບຜົນເສຍຫາຍຈາກອັກຄີໄພຄັ້ງນີ້ນໍາດ້ວຍ.

No comments:

Post a Comment