ເວລາປະມານ 15 ໂມງ ຂອງວັນທີ 18
ມິຖຸນານີ້, ກຳລັງເຈົ້າ ໜ້າທີ່ແຂວງກວາງຈິ ສສ.ຫວຽດ ນາມ ແລະ
ແຂວງສະຫວັນນະເຂດ ສປປ.ລາວ
ໄດ້ເຂົ້າຈັບກຸມແກ໋ງຄ້າຂາຍຢາເສບຕິດຂ້າມແດນລາຍໃຫຍ່ຢູ່ບໍລິເວນ ໃກ້ກັບດ່ານຜ່ານແດນລາວບາວ
ແລະ ສາມາດຈັບຜູ້ຕ້ອງຫາໄດ້ 3 ຄົນ ຄືທ້າວ ຕົວເປົາຮາ ອາຍຸ 63 ປີ
ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ, ທ້າວ ວັນ ອາຍຸ 52 ປີ ຢູ່ເມືອງເຊໂປນ
ແລະ ທ້າວ ເກດສະໄໝ ອາຍຸ 25 ປີ ຢູ່ເມືອງພີນ ແຂວງສະ ຫວັນນະເຂດ
ພ້ອມຍຶດຂອງກາງເຮໂຣອິນ ຈຳນວນ 10 ແທ່ງ, ປືນ K54 ໜຶ່ງກະບອກ ແລະ ລົດໂອໂຕ
ຍີ່ຫໍ້ເກຍ ໝາຍເລກທະບຽນລາວ.
ຜ່ານການສືບສວນ ແລະ ສອບສວນຂອງເຈົ້າໜ້າທີ່,
ຜູ້ກະທຳຜິດຮັບສາລະພາບວ່າ: ເຮໂຣອິນ ຈຳ ນວນ 10 ແທ່ງດັ່ງກ່າວ
ໄດ້ຊື້ມາຈາກນະຄອນ ຫລວງວຽງຈັນ ເພື່ອຈະນຳໄປຈຳໜ່າຍຢູ່ ສສ ຫວຽດນາມ ແຕ່ຖືກເຈົ້າໜ້າທີ່ຈັບຕົວໄດ້ກ່ອນ.
ປັດຈຸບັນ ຈຳນວນຜູ້ຕ້ອງຫາດັ່ງກ່າວ ເຈົ້າໜ້າທີ່ແຂວງກວາງຈິ
ໄດ້ມອບຕົວໃຫ້ເຈົ້າໜ້າທີ່ຝ່າຍລາວສືບຕໍ່ດຳເນີນການສືບສວນ-ສອບສວນຕໍ່ໄປ
ເພື່ອດຳເນີນຄະດີຕາມລະບຽບກົດໝາຍ.

No comments:
Post a Comment