ປັດຈຸບັນ ເຈົ້າໜ້າທີ່ຕຳຫລວດ 4
ຕົວເມືອງໃນນະຄອນຫລວງວຽງຈັນ ຄືເມືອງສີສັດຕະນາກ, ໄຊເສດຖາ, ຈັນທະບູລີ
ແລະ ສີໂຄດຕະບອງ ໄດ້ເພີ່ມທະວີຂອດປະສານງານ ແລະ ດຳເນີນມາດຕະການຕ່າງໆ
ເພື່ອສະກັດກັ້ນ ການຄ້າຂາຍ, ການເສບ ແລະ
ມົ້ວສຸມຢາເສບຕິດໃຫ້ມີປະສິດທິຜົນ
ນັບທັງການສະໜອງຂໍ້ມູນການຕິດຕາມກວດກາຊອກຮູ້, ການເຄື່ອນໄຫວຂອງພວກກຸ່ມຄົນບໍ່ດີດັ່ງກ່າວເພື່ອສາມາດນຳຈັບຕົວຜູ້ກະທຳຜິດມາລົງໂທດຕາມລະ
ບຽບກົດໝາຍໃຫ້ທັນການ.
ບັນຫາດັ່ງກ່າວໄດ້ນຳມາຄົ້ນ ຄວ້າ ແລະ
ປຶກສາຫາລືໃນກອງປະຊຸມຫ້ອງຕຳຫລວດ ກອງບັນ ຊາການ ປກສ ນະຄອນຫລວງວຽງຈັນ
ເມື່ອບໍ່ດົນມານີ້ ພາຍໃຕ້ການເປັນປະທານຂອງທ່ານ ພັນໂທ ສະຫລອງ ແສງອາທິດ
ຫົວ ໜ້າຫ້ອງຕຳຫລວດດັ່ງກ່າວ ເຊິ່ງ ມີຄະນະບັນຊາການ ປກສ ຈາກ 9
ເມືອງອ້ອມຂ້າງເຂົ້າຮ່ວມ ແລະ ກອງປະຊຸມຍັງໄດ້ຍົກໃຫ້ເຫັນສະ
ພາບຫຍໍ້ທໍ້ໃນສັງຄົມ ໂດຍສະເພາະບັນຫາຢາເສບຕິດ ອັນເປັນ ຕົ້ນກຳເນີດກໍ່ໃຫ້ເກີດສິ່ງຫຍໍ້ທໍ້ດັ່ງກ່າວ.
ດັ່ງນັ້ນ ຖ້າຫາກບໍ່ມີມາດຕະການແກ້ໄຂຢ່າງມີປະສິດ ທິຜົນແລ້ວ
ຈະກາຍເປັນໄພຂົ່ມຂູ່ສັງຄົມເຮົາຕໍ່ໄປ ແລະ ກອງປະ
ຊຸມໄດ້ເປັນເອກະພາບກັນຕົກລົງໃຫ້ມີການປະສານງານສະໜອງຂໍ້ມູນໃຫ້ແກ່ກັນ
ແລະ ກັນ ພ້ອມທັງມອບຄວາມຮັບຜິດຊອບໃຫ້ເຈົ້າໜ້າທີ່ທຸກຂັ້ນຕ້ອງເອົາໃຈໃສ່ໃນການຕິດຕາມຊອກຫາຂໍ້ມູນຢ່າງລະອຽດຈະແຈ້ງ
ໂດຍເລີ່ມ ຈາກຮາກຖານຂັ້ນ ບ້ານ, ກຸ່ມບ້ານ
ສົມທົບກັບໜ່ວຍກອງຫລອນເຄື່ອນທີ່ຢູ່ຕາມຮາກຖານຕ່າງໆ
ເພື່ອຊອກຄົ້ນເປົ້າໝາຍໃຫ້ຮູ້ໄດ້ງ່າຍ ແລະ
ເອົາຕົວຜູ້ກະທຳຜິດມາລົງໂທດໃຫ້ໄດ້ ເຊິ່ງປັດຈຸບັນ ສະພາບການຄ້າຂາຍ ແລະ
ມົ້ວ ສຸມຢາເສບຕິດຢູ່ຕາມຕົວເມືອງຕ່າງໆ ເຫັນວ່ານັບມື້ຮ້າຍແຮງຂຶ້ນ
ເຊິ່ງພວກມົ້ວສຸມຢາເສບຕິດສ່ວນຫລາຍແມ່ນຖັນແຖວໄວໜຸ່ມ,
ເຍົາວະຊົນໄດ້ຮ່ວມກຸ່ມກັນເຄື່ອນໄຫວກະທຳໃນສິ່ງທີ່ບໍ່ດີຢູ່ໃນສັງຄົມເຊັ່ນ:
ຂີ້ ລັກ, ງັດແງະ, ປຸ້ນຈີ້ຊີງຊັບ ແລະ ການອາລະ ວາດຕີກັນເກີດຂຶ້ນ ຄືໃນ 6 ເດືອນຜ່ານມາ
ເຈົ້າໜ້າທີ່ຕຳ ຫລວດນະຄອນຫລວງໄດ້ເຄື່ອນໄຫວແກ້ໄຂບັນຫາຢາເສບຕິດ ແລະ ສາ
ມາດຈັບຕົວຜູ້ກະທຳຜິດມາດຳເນີນຄະດີໄດ້ຫລາຍລາຍ
ພ້ອມຍຶດຂອງກາງປະເພດຢາບ້າໄດ້ຫລາຍກວ່າ 16 ພັນເມັດ, ອາວຸດປືນ ແລະ
ພາຫະນະອື່ນໆທີ່ນຳໃຊ້ເຂົ້າໃນການກະທຳຜິດເປັນຈຳນວນບໍ່ໜ້ອຍ.
No comments:
Post a Comment