ເຈົ້າໜ້າທີ່ ປກສ ເມືອງ ສີສັດຕະນາກ
ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ຕົ້ນປີ ປີ 2013 ມານີ ຢູ່
ຂອບເຂດເມືອງຂອງຕົນ ມີລົດຈັກເສຍຫາຍ 40 ກ່ວາຄັນ,
ທຽບໃສ່ໄລຍະດຽວກັນຂອງປີຜ່ານ ມາຫຼຸດລົງ, ເຈົ້າໜ້າທີ່ສາມາດເກັບກູ້ ແລະ
ສົ່ງຄືນໃຫ້ເຈົ້າຂອງເດີມໄດ້ 30 ກ່ວາຄັນ ແລະ ກັກຕົວຜູ້ກະ
ທຳຜິດມາດຳເນີນຄະດີໄດ້ 20 ກ່ວາຄົນ.
ເຈົ້າໜ້າທີ່ ປກສ ເມືອງ ດັ່ງ
ກ່າວໃຫ້ຮູ້ວ່າ: ສະພາບລົດເສຍ ໂດຍສະເພາະແມ່ນປະເພດລົດຈັກໄດ້ເກີດຂື້ນ
ສ່ວນໃຫຍ່ແມ່ນຍ້ອນການຂາດສະຕິຂອງຜູ້ເປັນເຈົ້າຂອງລົດເປັນຕົ້ນແມ່ນການຈອດລົດໄວ້
ຢ່າງຊະຊາຍ ບໍ່ຮັບປະກັນທາງດ້ານຄວາມປອດໄພ ແລະ
ເປັນສາເຫດພາໃຫ້ກຸ່ມຄົນບໍ່ດີລັກລົດໄດ້ງ່າຍ ຊຶ່ງຜ່ານມາ
ການລັກລົດແມ່ນເຮັດເປັນກຸ່ມແກ້ງ ແລະ ມີນາຍໜ້າຕິດຕໍ່ຊື້ລົດ ແລະ
ນຳໄປຂາຍຢູ່ຕ່າງແຂວງຄື: ໃນວັນທີ 24 ພຶດສະພາຜ່ານມານີ້ ເຈົ້າໜ້າທີ່ ປກສ
ເມືອງດັ່ງກ່າວໄດ້ຈັບຕົວ ທ້າວ ພັນແກ້ວ ອາຍຸ 25 ປີ ຢູ່ບ້ານ ຂັນໝາກ ເມືອງ
ວັງວຽງ ແຂວງ ວຽງຈັນ, ປະຈຸບັນພັກເຊົາຢູ່ບ້ານ ດົງປ່າລານທົ່ງ ເມືອງ
ສີສັດຕະນາກ ນະຄອນຫຼວງວຽງຈັນ ໃນຂໍ້ຫາລັກຊັບພົນລະເມືອງ ຊຶ່ງທາງເຈົ້າໜ້າທີ່ໄດ້ຍຶດຂອງກາງເປັນລົດຈັກລັກເອົາມາ
1 ຄັນ.
ຜ່ານການສືບສວນ-ສອບສວນຜູ້ກ່ຽວໄດ້ຮັບສາລະພາບວ່າ:
ຜ່ານມາແມ່ນໄດ້ເຄື່ອນໄຫວລັກຊັບພົນລະເມືອງ ເປັນປະເພດລົດຈັກມາແລ້ວ 2
ຄັ້ງ ຄື: ໃນວັນທີ 10 ພຶດສະພາ ຜ່ານມາໄດ້ລັກເອົາລົດເວບ 100
ສີແດງບໍ່ມີປ້າຍທະບຽນ ຂອງປະຊາຊົນທີ່ຈອດໄວ້ໜ້າຫ້ອງແຖວ ຢູ່ບ້ານ ດົງປ່າລານ
ແລະ ໃນວັນທີ 23 ພຶດສະພາ ໄດ້ໄປລັກລົດເວບ 125 ສີຟ້າຂອງປະຊາຊົນ ຢູ່ບ້ານ
ໜອງໜ່ຽງ ເມືອງ ໄຊເສດຖາ ກ່ອນຖືກເຈົ້າ ໜ້າທີ່ຈັບຕົວໄດ້ພ້ອມລົດຈັກ ແລະ
ຢາບ້າ 4 ເມັດ.
No comments:
Post a Comment