ທ່ານ ປ່ຽນ ຈັນທິບ ຫົວໜ້າ
ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມແຂວງ ໄຊຍະບູລີ ໄດ້ເປັນປະທານ ຈັດ
ກອງປະຊຸມ ປຶກສາຫາລືລະດັບຊາດ, ໃນວັນທີ 16 ມິຖຸນານີ້, ຢູ່ທີ່ ຫ້ອງ ວ່າການປົກຄອງແຂວງ ເພື່ອຮັບຟັງການລາຍງານຕີລາຄາຜົນກະທົບຕໍ່ສິ່ງແວດລ້ອມ
ແລະ ສັງຄົມຂອງ ໂຄງການກໍ່ ສ້າງເຂ່ືອນໄຟຟ້ານໍ້າຕົກນໍ້າພູນເມືອງປາກລາຍ ແຂວງດ່ັງກ່າວ,
ມີຫົວໜ້າສູນທົບທວນໂຄງ ການ-ໂຄງລ່າງ, ເຈົ້າ ເມືອງໆປາກລາຍ, ຜູ້ຮັບຜິດຊອບພະແນກການທີ່ກ່ຽວຂ້ອງພ້ອມຕົວແທນອຳນາດ
ການປົກຄອງບ້ານອ້ອມຂ້າງເຂົ້າຮ່ວມ.
ບ້ານທີ່ຖືກຜົນກະທົບທາງ ກົງ ແລະ
ທາງອ້ອມຂອງໂຄງ ການນີ້, ລວມມີ 5 ບ້ານ ຄື:
ບ້ານ ວັງ ພະໜອນ ແມ່ນນອນ ຢູ່ໃນເຂດ ອ່າງ ເກັບນໍ້າ ມີ 64 ຄອບຄົວ, ມີ ພົນລະເມືອງ 305
ຄົນ, ແມ່ນຖືກ ກະທົບໂດຍກົງຕ້ອງຍົກຍ້າຍຈັດ ສັນ ແລະ ຕັ້ງບ້ານ ໃໝ່, ບ້ານໂພນ ງາມ
ແມ່ນ ທີ່ຕັ້ງຂອງໂຕເຂ່ືອນ ເຮືອນ ຈັກ ເຂດກໍ່ສ້າງໂຄງການ, ບ້ານນາຄະຍາງ ແມ່ນເຂດຈັດສັນ ໃໝ່ປັບປຸງເສັ້ນທາງເພື່ອຍ້າຍ
ບ້ານວັງພະ ໜອນ ມາຢູ່ ບ້ານຫາດດ້າຍ ແລະ ບ້ານສຸວັນນະພູມເຂດໃຕ້ຂອງນໍ້າ ຫລື
ວ່າຫລັງເຂ່ືອນຈະຖືກກະທົບຊົ່ວ ຄາວໃນໄລຍະການກໍ່ສ້າງ.
ບ້ານທີ່ຖືກຍົກຍ້າຍ ແມ່ນ ທາງບໍລິສັດ
ຈະໄດ້ຕັ້ງເຮືອນໃຫ້ ໃໝ່ ເບິ່ງຕາມຕົວຈິງມີ 3 ປະເພດ ເຊັ່ນ: ປະເພດ I ແມ່ນເຮືອນກໍ່
ສອງຊັ້ນ, ປະເພດ II ເຮືອນສູງ ແອ້ມແປ້ນ ແລະ ປະເພດ IIIແມ່ນ ເຮືອນ ທຳມະດາ, ທັງນີ້ ແນໃສ່
ເຮັດໃຫ້ປະຊາຊົນບ້ານທີ່ຖືກຜົນກະທົບໄດ້ມີຊີວິດ ການເປັນ
ຢູ່ ແລະ ພື້ນຖານ ການຜະລິດມີຄວາມໝ້ັ້ນຄົງດີຂຶ້ນກວ່າເກ່ົາ.
ປັດຈຸບັນ, ທາງໂຄງການກໍໄດ້ມີການຈັດສັນ
ທີ່ດິນທຳການຜະ ລິດໃຫ້ປະຊາຊົນ ຜູ້ທີ່ຖືກກະທົບຄືນໃໝ່ເປັນຕົ້ນແມ່ນການຝຶກອົບຮົບ ການ
ປູກຟັງ-ລ້ຽງສັດ, ສະໜອງ ແນວພັນເຂົ້າ ແລະ ສັດ, ຕະຫລອດເຖິງການ ສ້າງຕັ້ງກອງທຶນ ພັດທະນາ
ບ້ານ, ເວົ້າລວມແລ້ວ ແຜນງົບ ປະມານສຳລັບການຍົກຍ້າຍຈັດສັນບ້ານ, ແຜນພັດທະນາສັງຄົມ ແລະ
ແຜນຟື້ນຟູຊີວິດການເປັນຢູ່ຂອງ ປະຊາຊົນທີ່ຖືກກະທົບຈາກໂຄງການ ລວມທັງໜົດ 4 ລ້ານກວ່າ
ໂດລາສະຫະລັດ, ການກໍ່ສ້າງ ເຂື່ອນ ໄຟຟ້ານໍ້າຕົກນໍ້າພູນ ແມ່ນ ຮັບ ໃຊ້ແຕ່ຂອບ ເຂດເມືອງປາຍ
ລາຍ, ເປັນເຂດໄຟຟ້ານໍ້າຕົກ, ມີຄວາມສູງ 300 ແມັດ,
ກວ້າງ 40 ແມັດ , ຍາວ 500 ແມັດ, ມີເຄື່ອງ ປັ່ນໄຟ 3 ໜ່ວຍ, ແຕ່ລະໜ່ວຍສາ
ມາດປັ່ນ ໄຟໄດ້ 20 ເມກາວັດ, ກໍ່
ສ້າງສາຍສົ່ງ 115 ກິໂລວັດ, ຍາວ 12
ກິໂລແມັດ, ໂດຍແມ່ນ ບໍລິສັດ ໂຊກຄໍ ປໍເຣເຊີນ
ຈຳກັດ ເປັນຜູ້ຮັບ ເໝົາກໍ່ສ້າງ,
ຕົກເປັນມູນຄ່າ ເກືອບ 96
ລ້ານໂດລາສະຫະລັດ, ຄາດວ່າການ ກໍ່ສ້າງຈະສຳເລັດ ໃນ
5 ປີຂ້າງໜ້າ.
No comments:
Post a Comment