Ad

Ad

20 June 2013

ມອບໃບປະກາສະນີຍະບັດຈົບຊັ້ນປະຖົມທົ່ວເມືອງຈັນທະບູລີ



         ພິທີ​ມອບ​ໃບ​ປະກາສະ​ນິຍະ​ບັດ​​ໃຫ້​ຜູ້​ຈົບ​ຊັ້ນ  ປ.5 ທົ່ວ​ເມືອງ ຈັນທະ​ບູລີ ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ມີ​ຂຶ້ນໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 19 ມິຖຸນານີ້ ທີ່​ສະ​ຖາ​ບັນ​ການ​ເມືອງ - ການ​ປົກ ຄອງບ້ານ ໜອງ​ບົວທອງ ​ເມືອງຈັນທະ​ບູລີ ນະຄອນຫຼວງ​ວຽງ​ຈັນ ເປັນ​ກຽດ​ເຂົ້າ​ຮ່ວມຂອງ​ທ່ານ ຊົມ​ພູ ແກ້ວ​ປັນຍາ ຫົວໜ້າ​ພະ​ແນ​ກສຶກສາ​ທິການ ແລະ ກິ ລານະຄອນຫຼວງວຽງຈັນ​,ມີ​ທ່ານ ນາງ ຟອງ​ມະນີ ປະທຸມ​ວັນ ຫົວ ໜ້າ​ຫ້ອງການ​ສຶກສາ​ທິການ ແລະ ກິລາ ​ເມືອງຈັນທະ​ບູລີ, ພ້ອມ​ດ້ວຍຄູ​ ​ຈາກ​ໂຮງຮຽນ​ປະ ຖົມ​ສົມບູນ​ທົ່ວ​ເມືອງຈັນທະ​ບູລີ, ຕະຫຼອດ​ຮອດ​ພໍ່​ແມ່​ຜູ້​ປົກຄອງ​ນັກຮຽນ​​ເຂົ້າ​ຮ່ວມ.
         ຫົວໜ້າ​ຫ້ອງການ​ສຶກສາ​ທິການ ແລະ ກິລາ​ເມືອງ ຈັນທະ​ບູລີ​ ໄດ້ກ່າວຕໍ່ພິທີ​ວ່າ: ການຈັດ ຕັ້ງສອບ​ເສັງ​ຈົບ​ຊັ້ນປະຖົມ​ສຶກ ສາ​ປີ​ທີ 5 ​ປະຈຳ​ສົກຮຽນປີ 2012 - 2013 ນັບທັງ​ພາກ​ລັດ ​ແລະ ເອກະ​ຊົນ​ໃນ​ທົ່ວ​ເມືອງ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 28 - 29 ພຶດສະພາ 2013 ຜ່ານ​ມາ ມີ​ໂຮງຮຽນ​ປະຖົມ​​ທັງ​ໝົດ 40 ແຫ່ງ, ​ພາກ​ລັດ 22 ແຫ່ງ ແລະ ​ເອກະ​ຊົນ 18 ແຫ່ງ, ​ໃນ​ນັ້ນ ມີ​ໂຮງຮຽນ​ປະຖົມ​ສົມບູນ 38 ແຫ່ງ, ​ໂຮງຮຽນ​ມູນ​ລະ​ປະຖົມ 2 ແຫ່ງ (ພາກ​ລັດ​ໂຮງຮຽນ​ປະຖົມ​ທົ່ງ​ສ້າງ​ນາງ ​ແລະ ພາກ​ເອກະ​ຊົນ ໂຮງຮຽນ​ປະຖົມ ພາ​ນາ​ລັກ). ສຳລັບ​ການ​ກະກຽມ​ສອບ​ເສັງ​ຈົບ​ຊັ້ນປະຖົມ​ປີ​ທີ 5 ສົກຮຽນ 2012 - 2013 ນີ້ ໄດ້​ເລີ່​ມມາ​ແຕ່​ທ້າຍ​
ພາກຮຽນ​ທີ 2 ເປັນຕົ້ນ​ມາ ໂດຍ​ໄດ້​ສົມທົບ​ກັບ​ຜູ້​ບໍລິຫານ​ການ​ສຶກສາ​ເມືອງ ​ເພື່ອ​ເກັບ​ກຳ​ຂໍ້​ມູນ​ນັກ ຮຽນ ແລະ ຄູ​ສອນ​ທົ່ວ​ເມືອງ, ກະກຽມ​ທຸກ​ເງື່ອນ​ໄຂ​ໃຫ້​ແກ່​ການຈັດຕັ້ງການ​ສອບ​ເສັງ​ຈົບ​ຊັ້ນ ລວມທັງ​ອາຄານ​ສະຖານ​ທີ່,ສູນ​ສອບ​ເສັງ​ໃຫ້​ແທດ​ເໝາະ​ກັບ​ສະພາບ ​ແລະ ຈຳນວນ​ນັກຮຽນ, ແຕ່ງຕັ້ງຄະນະ​ກຳມະ ການ​ຮັບຜິດຊອບ​ແຕ່​ລະ​ພາກ ສ່ວນ, ຈັດ​ສັນ​ງົບປະມານ, ສັບ ຊ້ອນ​ນັກ​ສອບ​ເສັງ ​ແລະ ວັດຖຸ​ອຸປະກອນ​ຮັບ​ໃຊ້​ເຂົ້າ​ໃນ​ການ​ສອບ​ເສັງ ​ເຊິ່ງມີ​ຈຳນວນ​ນັກ ຮຽນ​ຊັ້ນປະຖົມ​ປີ​ທີ 5 ທີ່​ໄດ້​ຮັບ​ໃບ​ປະກາສະ​ນິຍະ​ບັດທັງ​ໝົດ 1.436 ຄົນ ຍິງ 722 ຄົນ, ຈາກ​​ໂຮງຮຽນປະຖົມ 38 ແຫ່ງ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​ໃນ​ນະ ຄອນຫຼວງວຽງຈັນ. ໃນ​ນັ້ນ ຜູ້​ທີ່​ສອບ​ໄດ້​ອັນ​ດັບ 1 ​ໄດ້ 39 ​ຄະ​ແນນ​ເຖິງ 39 ມີ​ທັງ​ໝົດ 5 ຄົນ, ຍິງ 2 ຄົນ, ອັນ​ດັບ 2 ໄດ້​ 38 ຄະ​ແນນ  ມີ 2 ຄົນ ແລະ ອັນ​ດັບ 3 ໄດ້​ ​ 37 ຄະ​ແນນ ມີ 6 ຄົນ, ຍິງ 3 ຄົນ.
          ນອກຈາກ​ມອບ​ໃບ​ປະກາ ສະ​ນີຍະ​ບັດ​ຈົບ​ຊັ້ນປະຖົມ​ແລ້ວ ໃນ​ພິທີ​ດັ່ງກ່າວ ຍັງ​ໄດ້​ມອບ​ໃບ​ຍ້ອງ ຍໍ​ໃຫ້​ພໍ່​ແມ່​ຜູ້​ປົກຄອງ​ນັກ ຮຽນ​ປະຖົມ​ທີ່​ໄດ້​ຮັບປະ​ເພດ 1 - 5 ມີ​ທັງ​ໝົດ 48 ຄົນ, ຍ້ອງຍໍ​ຄູ​ສອນ​ຊັ້ນປະ ຖົມ​ປີ​ທີ 5, ​ໂຮງຮຽນ​ປະຖົມ​ດີ​ເດັ່ນ​ມີ​ນັກຮຽນ​ເກັ່ງ​ເສ​ັງ​ໄດ້​ຮອບດ້ານ, ຜູ້ອຳນວຍການ​ດີ​ເດັ່ນ,​ ນັກຮຽນ ປ.5 ທີ່​ດີ​ເດັ່ນ​ເສັງ​ໄດ້​ຄະ​ແນນ 7 ຂຶ້ນ​ໄປ​ທຸກ​ວິຊາອີກ​ຈຳນວນ​ໜຶ່ງ ​ແລະ ຜ່ານ​ການ​ສະ ຫຼຸບ​ການ​ສອບ​ເສັງ​ຈົບ​ຊັ້ນດັ່ງ ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ:ຜູ້​ບໍລິ ຫານ​ການ​ສຶກສາ​ທົ່ວ​ເມືອງ​ກໍ​ຄື​ອຳນາດ​ການ​ປົກຄອງ​ບ້ານ, ຄະ ນະ​ພັດທະນາ​ການ​ສຶກສາ ຂັ້ນບ້ານ, ສະມາຄົມ​ພໍ່​ແມ່​ຜູ້​ປົກ ຄອງ​ນັກຮຽນ​ໄດ້​ມີ​ຄວາມ​ສາ ມັກຄີ ແລະ ​ເອົາ​ໃຈ​ໃສ່​ຕໍ່​ການ​ສຶກສາ​ອົບຮົມ ​ແລະ ສິດສອນ​ນັກ ຮຽນ​ເປັນ​ຢ່າງ​ດີ, ປະກອບສ່ວນ​ຊຸກຍູ້​ທາງ​ດ້ານ​ວັດຖຸ ​ແລະ ທຶນ ຮອນຢ່າງ​ຫຼວງຫຼາຍ ເພື່ອ​ຮັບ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ການ​ສອບ​ເສັງ​ຄັ້ງນີ້ ​ເປັນ​ໄປ​ຕາມ​ແຜນການ​ທີ່​ຄາດ​ໄວ້. ຜູ້ອຳນວຍການ​ໂຮງ ຮຽນ, ຄູ, ອາຈານ ແລະ ນັກຮຽນ​ທຸກ​ຄົນ​ໄດ້​ເອົາ​ໃຈ​ໃສ່​ກະກຽມ​ຄວາມ​ພ້ອມ​ເຂົ້າ​ໃນ​ການ​ສອບ​ເສັງ​ເປັນ​ຢ່າງ​ດີ, ຄູ, ອາຈານ​ທຸກ​ຄົນ​ໄດ້​ຕັ້ງໜ້າ​ເອົາ​ໃຈ​ໃສ່​ເຂົ້າ​ໃນ​ການ​ສິດສອນ ແລະ ສຶກ ສາ​ອົບ ຮົມ​ເຍົາວະ​ຊົນ​ຢ່າງ​ເປັນ​ປົກກະຕິສະ​ແດງ​ອອກ​ກິ​ລິຍາ, ມາລະຍາດ ​ແລະ ຄວາມ​ຮູ້, ຄວາມ​ສາມາດ​ໂດຍ​ຜ່ານ​ການ​ສອບ​ເສັງ. ແຕ່​ກໍ​ຍັງ​ມີ​ຂໍ້​ບົກ​ພ່ອງ​ບາງ​ປະການ​ທີ່​ຕ້ອງ​ໄດ້​ສືບຕໍ່​ປັບປຸງ ແລະ ​ແກ້​ໄຂ​ໃນຕໍ່ໜ້າ​ເປັນຕົ້ນ: ບາງ​ໂຮງຮຽນ​ການ​ສົ່ງ​ລາຍ​ຊື່​ຄູ ແລະ ນັກຮຽນ​ໃຫ້​ຫ້ອງການ​ສຶກ ສາ ​ແລະ ກິລາ​ເມືອງ​ຊັກ​ຊ້າ ​ແລະ ບໍ່​ທັນຕາ​ມ​ເວລາ​ກຳນົດ​ໄວ້, ຄຸນ​ນະພາ​ບການ​ຮຽນ, ການ​ສອນ​ຍັງ​ບໍ່​ທັນ​ໄດ້​ດີ​ເທົ່າ​ທີ່​ຄວນສະ​ແດງ​ອອກ​ຜົນ​ຂອງ​ການ​ສອບ​ເສັງ​ບາງ​ຄົນ​ຍັງ​ໄດ້​ຄະ​ແນນ​ຕ່ຳ, ກຳມະການ​ກວດ​ບົດ​ບາງ​ຄົນ​ຍັງ​ບໍ່​ທັນ​ມີ​ຄວາມ​ລະອຽດ​ພໍຈຶ່ງ​ຕ້ອງ​ໄດ້​ກວດຄືນ​ໃໝ່ ແລະ ການ​ໄລ່​ຄະ​ແນນ​ກໍ​ບໍ່​ມີ​ຄວາມຈະແຈ້ງ.

No comments:

Post a Comment