Ad

Ad

19 June 2013

ຍ້ອງຍໍບຸກຄົນ-ກົມກອງທີ່ປະກອບສ່ວນຊອກຫາ-ເຄື່ອນຍ້າຍອັດຖິທະຫານອາສາສະຫມັກ-ຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ລາວ



          ລັດຖະບາ­​ນ ແຫ່ງສາທາລະນະ​ລັດສັງຄົມ​ນິຍົມ​ຫວຽດນາມ ​ໄດ້​ຈັດ​ພິທີ​ປະດັບຫລຽນ​​ໄຊ​ມິດຕະ  ພາບ, ຫລຽນ​ກາ​ມິດຕະພາບ­ ແລະ ມອບ​ໃບຍ້ອງຍໍ ຂອງ​ລັດ ຖະບານ ແລະ ​ໃບ​ຍ້ອງຍໍ ຂອງກະຊວງ​ປ້ອງ​ກັນ​ປະ​ເທດ ​ແຫ່ງ ສສ ຫວຽດນາມ ​​ໃຫ້ບຸກຄົ­ນ ແລະ ກົມ​ກອງ​ລວມ ໝູ່ ຂອງ ຄະນ­ະ​ປະຕິບັດ​ງານ­​ພິ​ເສດລັດຖະ ບານ­ ສປປ.ລາວ ທີ່​ໄດ້​ປະກອບສ່ວນ­​ເຂົ້າ​ໃ­​ການ­ຈັດຕັ້ງ ປະຕິບັດ​ວຽກ​ງານ­​ຊອກ​ຫາ, ຂຸດ ຄົ້ນ­-​ເຄື່ອ­​ນຍ້າຍ​ອັດຖິ​​ທະຫານອາ ສາ​ສະໝັກ ​ແລະ ຊ່ຽວຊານ­​ຫວຽດ­ນາມ​ ທີ່​ເສຍ​ຊີວິດ​ໃນສະ​ໄໝ​ສົງຄາມ​ຢູ່ ສປປ.ລາວ,ໃນ​ນັ້ນ​ ຫລຽນ ໄຊ​ມິດ​ຕະພາບມີ 257 ຫລຽນ, ຫລຽນ​ກາ​ມິດຕະພາບ 214 ຫລຽນ, ປະດັບ​ໃຫ້​ 95 ກົມ​ກອງ​ລວມໝູ່, ບຸກຄົນ 376 ສະ ຫາຍ, ​ມອບ​ໃບ​ຍ້ອງຍໍ​ລັດຖະບານ​ໃຫ້ 121 ກົມ​ກອງ​ລວມ ໝູ່ ແລະ ບຸກຄົນ 245 ສະຫາຍ, ​ໃບ​ຍ້ອງຍໍ​ລັດຖະ ມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ສສ. ຫວຽດ ນາມ 167 ກົມ​ກອງ ​ແລະ 271 ສະຫາຍ.
            ພິທີ​ປະດັບ ​ແລະ ມອບ​ໃບ​ຍ້ອງຍໍ​ດັ່ງກ່າວ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ມິຖຸນາ 2013 ນີ້ ຢູ່​ສະ​ໂມ​ສອນ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແຫ່ງ ສປປ.ລາວ ໃຫ້​ກຽດ​ປະດັບ​​ໂດຍ​ທ່ານ ພົນ​ໂທ ຫງວຽນ ແທັງ ກຸງ ກຳ ມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ຫົວ ໜ້າ​ຄະນະ​ປະຕິບັດ​ງານ​ພິ​ເສດ ​ລັດຖະບານ ສສ.ຫວຽດນາມ, ​ໃຫ້​ກຽດ​ເຂົ້າຮ່ວມ​ມີທ່ານ ພົນ​ໂທ ດວງ​ໃຈ ພິຈິດ ກຳມະ ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ປປ.ລາວ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ​ກະ ຊວງ​ປ້ອງ​ກັນ​ປະ​ເທດ​ແຫ່ງ ສປປ.ລາວ,  ມີ​ບັນດາ​ລັດຖະມົນຕີ​ຊ່ວຍ​ວ່າການ, ບັນດາ​ຮອງ​ເຈົ້າ​ແຂວງ, ຫົວໜ້າ​ກົມ, ຮອງກົມ ​​ແລະ ພະນັກງານ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

No comments:

Post a Comment