Ad

Ad

19 June 2013

ສະເຫລີມສະຫລອງວັນຕ້ານພະຍາດໄຂເລືອດອາຊຽນ 15 ມິຖຸນາ



           ພິທີສະເຫຼີມສະຫຼອງວັນຕ້ານໄຂເລືອດອອກ ອາຊຽນ (ວັນທີ 15 ມິຖຸນາ) ໄດ້ຈັດຂຶ້ນໃນ ຕອນເຊົ້າ ວັນທີ 18 ມິຖຸນານີ້ ທີ່ຫ້ອງປະຊຸມສຳນັກງານປົກຄອງນະຄອນຫຼວງວຽງຈັນ ໂດຍການ ເຂົ້າຮ່ວມຂອງທ່ານ ຮສ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີຊ່ວຍວ່າການກະຊວງສາທາລະນະສຸກ, ທ່ານ ດຣ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າອົງການອະ ນາໄມໂລກ, ທະນາຄານພັດທະ ນາອາຊີ,ທູຕານຸທູດຂອງບັນດາປະເທດໃນອາຊຽນ ປະຈຳລາວ ແລະ ອຳນາດການປົກຄອງຂັນຕ່າງໆໃນນະ ຄອນຫຼວງເຂົ້າຮ່ວມເປັນຈຳນວນຫລາຍ.
          ການສະເຫຼີມສະຫຼອງວັນທີ່ມີຄວາມໝາຍສຳຄັນດັ່ງ ກ່າວໄດ້ມີຂຶ້ນໃນຂະນະທີ່ປະເທດຕ່າງໆ ໃນກຸ່ມອາຊຽນພວມ ຜະເຊີນກັບໄພຂົມ ຂູ່ຈາກການແຜ່ລະບາດຂອງພະຍາດໄຂ້ ເລືອດອອກ ຫຼື ພະຍາດ ໄຂ້ຍຸງລາຍເຮັດໃຫ້ປະຊາຊົນຫຼາຍສີບພັນຄົນໄດ້ຮັບຜົນກະທົບ ແລະ ເສຍຊີວິດ ໄປແລ້ວຈຳນວນໜຶ່ງ ເພາະສະນັ້ນ ການລະນຶກເຖິງວັນດັ່ງກ່າວຈະເປັນເວທີປຶກສາຫາລືຫາແນວ ທາງໃນການປ້ອງກັນ, ແກ້ໄຂ ແລະ ຍັບຍັ້ງໄພຂົມ ຂູ່ຈາກພະ ຍາດດັ່ງ ກ່າວ.

           ທ່ານ ຫຼີວຢູກົວ ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ.ລາວ ກ່າວໃນພິທີວ່າ: ໃນ ຂະນະ ທີ່ໄພຂົມຂູ່ຈາກພະຍາດໄຂ້ເລືອດອອກນັບມື້ນັບແຜ່ຂະ ຫຍາຍວົງກວ້າງ ຢູ່ໃນບັນດາປະເທດຕ່າງໆໃນໂລກ ກໍຄືບັນດາປະເທດໃນອາຊຽນນັ້ນ ສປປ.ລາວ ອາດຈະກາຍເປັນປະເທດທີ່ໄດ້ຮັບຜົນກະທົບ ແລະ ຮ້າຍ ແຮງກໍເປັນໄດ້ຖ້າບໍ່ມີມາດຕະການໃນການປ້ອງກັນ , ແກ້ໄຂ ແລະ ຮັບມືກັບພະຍາດດັ່ງກ່າວຢ່າງແຂງ ແຮງເຊິ່ງຈະນຳເອົາຄວາມສູນເສຍທາງດ້ານຊີວິດ ແລະ ຊັບສິນມາສູ່ປະຊາຊົນທັງກີດຂວ້າງທ່ວງດຶງ ການ ພັດທະນາເສດຖະກິດ - ສັງຄົມຂອງຊາດ ໂດຍສະເພາະຢ່າງຍິ່ງອາດ ສົ່ງຜົນກະທົບໂດຍກົງຕໍ່ຂະແໜງ ການບໍລິການ ແລະ ທ່ອງທ່ຽວໄດ້ ເພາະສະນັ້ນ,ສິ່ງສຳຄັນທີ່ສຸດສຳລັບ ສປປ ລາວ ໃນປັດຈຸບັນ ແລະ ອະນາຄົດກໍຄືການສ້າງມາດຕະ ການໃນການປ້ອງກັນ, ແກ້ໄຂ ແລະ ຮັບມືກັບບັນຫາດັ່ງກ່າວ ໂດຍການ ໂຄສະນາເຜີຍແຜ່ວິທີການປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດ ນີ້ໃຫ້ກວ້າງຂວາງ ແລະ ທ່ວງ ທັນເວລາຂະນະດຽວກັນໂຮງໝໍ ແລະ ສາທາ ລະນາສຸກຕ່າງໆກໍຕ້ອງວາງແຜນກຽມຕຽງນອນ ແລະ ການ ບໍລິການອື່ນໆ ເພື່ອສາມາດຮອງຮັບ ຄົນເຈັບໃຫ້ພຽງພໍ ແລະ ປິ່ນປົວ ໃຫ້ທັນກັບສະພາບການ. ທ່ານ ຍັງ ກ່າວອີກວ່າອົງການອະນາໄມໂລກຈະສືບຕໍ່ຮ່ວມມື ແລະ ໃຫ້ການຊ່ວຍເຫຼືອລັດຖະບານລາວ ໃນການ ປ້ອງກັນ, ແກ້ໄຂ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໄຂ້ເລືອດອອກຕໍ່ໄປ.
          ດ້ານລັດຖະມົນຕີຊ່ວຍວ່າການກະຊວງສາທາລະນາສຸກກ່າວ ວ່າ: ການສະເຫຼີ່ມສະຫຼອງວັນ ດັ່ງກ່າວ ຈະເປັນເວທີອັນສຳຄັນໃນການປືກສາຫາລືລະດົມທ່າແຮງ ແລະ ຄວາມອາດສາມາດ ເພື່ອຮັບ ມື ກັບສິ່ງທ້າທາຍ ທີ່ຈະມີຂຶ້ນໃນຂະນະທີ່ໄພຂົມຂູ່ຈາກພະຍາດ ດັ່ງກ່າວນັບມື້ນັບ ເພີ່ມຂຶ້ນ, ສປປ ລາວ ມີ ຄວາມຍິນດີ ແລະ ພ້ອມທີ່ຈະຮ່ວມມືກັບ ປະຊາຄົມໂລກ ກໍຄືສະມາຊິກໃນ ບັນດາປະເທດອາຊຽນ ເພື່ອ ຕ້ານກັບພະຍາດດັ່ງກ່າວ. ປັດຈຸບັນຢູ່ ສປປ ລາວ ມີຜູ້ຕິດເຊືອພະ ຍາດໄຂ້ເລືອດອອກ ທີ່ມີຍຸງລາຍ ເປັນ ພາຫະນະນຳເຊື້ອແລ້ວທັງ ໝົດ 7.920 ຄົນ, ໃນນັ້ນ ເສຍຊີວິດ ແລ້ວ 31 ຄົນເຊິ່ງເປັນອັດຕາສ່ວນ ທີ່ສູງ ທີ່ສຸດເທົ່າທີ່ເຄີຍມີມາຄື ເພີ່ມຂຶ້ນ 3 ເທົ່າທຽບໃສ່ໄລຍະ ດຽວກັນຂອງປີ 2010 ແລະ 8 ເທົ່າທຽບກັບໄລ ຍະດຽວກັນ ຂອງປີທີ່ຜ່ານມາ. ຕົວເລກການ ເພີ່ມຂຶ້ນຂອງການ ຕິດເຊື້ອພະ ຍາດດັ່ງກ່າວສະແດງໃຫ້ ເຫັນ ວ່າ: ພວກເຮົາບໍ່ອາດເມີນເສີຍຕໍ່ ໄພຂົມຂູ່ດັ່ງກ່າວຕໍ່ໄປໄດ້ ແລະ ມີຄວາມຈຳເປັນທີ່ຈະຕ້ອງໄດ້ ຮ່ວມ ມືກັບປະຊາຄົມໂລກ. ເພື່ອປ້ອງກັນ ແລະ ແກ້ໄຂບັນຫາດັ່ງກ່າວ. ທ່ານ ຍັງຮຽກຮ້ອງມາຍັງ ພໍ່ແມ່ປະຊາ ຊົນໃນທົ່ວປະເທດ ຈົ່ງພ້ອມກັນຈັດຕັ້ງປະຕິບັດຕາມການແນະນຳຂອງແພດໝໍໃນການປ້ອງກັນການ ແຜ່ ລະບາດ ຂອງພະຍາດດັ່ງກ່າວຫາກພົບເຫັນວ່າກໍລະນີມີການເຈັບປ່ວຍທີ່ສົ່ງໄສວ່າເປັນພະຍາດໄຂ້ ເລືອດ ອອກຕ້ອງໄປພົບແພດໝໍດ່ວນເພື່ອຫາທາງແກ້ໄຂໃນຂັ້ນຕໍ່ໄປ.

No comments:

Post a Comment