ໂດຍຕອບສະໜອງຕາມຄຳເຊີນຂອງສະຫາຍ ບຸນຍັງ
ວໍລະຈິດ ກຳມະການກົມການເມືອງ ສູນກາງ ພັກ, ຜູ້ປະຈຳການຄະນະເລຂາທິການສູນ ກາງພັກ ປປ.
ລາວ, ຮອງປະທານ ປະເທດ ແຫ່ງ ສປປ. ລາວ; ສະຫາຍ ມີເກັນ ດີອາສ-ກາເນັນ ແບກມູເດັສ
ກຳມະການກົມການເມືອງ ສູນກາງພັກກອມມູນິດກູບາ, ຮອງປະທານ ສະພາແຫ່ງລັດ ແລະ ສະພາລັດຖະມົນຕີຜູ້ທີ່ໜຶ່ງແຫ່ງ
ສາທາລະນະລັດກູບາ ຈະເດີນທາງ ມາຢ້ຽມຢາສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ
ຢ່າງເປັນທາງການແຕ່ວັນທີ 22-23 ມິຖຸນາ 2013 ທີ່ຈະມາເຖິງນີ້.
ຊີວະປະຫວັດຫຍໍ້
-
ແຕ່ປີ 2003 ເປັນກຳມະການກົມການເມືອງສູນກາງພັກກອມມູນິດ ກູບາ.
-
ແຕ່ປີ 2013 ໄດ້ຮັບການແຕ່ຕັ້ງເປັນຮອງປະທານສະພາແຫ່ງລັດ ແລະ
ສະພາລັດຖະມົນຕີຜູ້ທີ່ໜຶ່ງ.
-
ເກີດໃນວັນທີ 20 ເມສາ 1960.
-
ອາຍຸ 53 ປີ.
-
ສະຖານທີ່ເກີດ: ຊານຕາ ກຣາ ຣາ, ແຂວງ ວິຢາກຣາຣາ, ສ.ກູບາ.
-
ເຂົ້າເປັນສະມາຊິກພັກ: ປີ 1987.
ອາຊີບ ແລະ ລະດັບການສຶກສາ
-
ຈົບປະລິນຍາຕີດ້ານວິສະວະກອນໄຟຟ້າ ຢູ່ມະຫາວິທະຍາໄລສູນກາງ ລັດສ ວິຢາສ ປີ
1982, ຈົບ ປະລິນຍາໂທດ້ານການປົກຄອງ.
-
ໃນສະໄໝເປັນນັກສຶກສາ ສະ ຫາຍໄດ້ປະກອບສ່ວນໃນໜ້າທີ່ຢ່າງຫ້າວຫັນ ແລະ
ດີເດັ່ນຂອງຊາດໃນອົງການຈັດຕັ້ງຕ່າງໆ ເຊັ່ນ: ອົງການຈັດຕັ້ງເຍົາວະຊົນ,
ອົງການຈັດຕັ້ງສະຫະພັນນັກສຶກ ສາຂັ້ນມັດທະຍົມສຶກສາ ແລະ ມະຫາວິທະຍາໄລ.
ພ້ອມນັ້ນ ກໍ ເປັນຜູ້ດີເດັ່ນພາຍໃນກອງກຳລັງປ້ອງ
ກັນອາກາດ ຂອງກອງກຳ
ລັງປະກອບອາວຸດປະຕິວັດກູບາ.ໃນອົງການສະຫະພັນຊາວໜຸ່ມກອມມູນິດກູບາ,ສະຫາຍ
ກໍໄດ້ຮັບຫຼາຍໜ້າທີ່ຕຳແໜ່ງ ທີ່ຊີ້ນຳຂັ້ນລະດັບຊາດ,
ໄດ້ຮັບແຕ່ງຕັ້ງໃຫ້ເປັນເລຂາຄະນະກຳມາທິການມະຫາວິທະຍາໄລສູນກາງຂອງ ລັດສ
ວິຢາສ ຜູ້ທີ່ໜຶ່ງ ແລະ
ຕໍ່ມາກໍໄດ້ຖືກແຕ່ງຕັ້ງໃຫ້ເປັນຄະນະບໍລິຫານງານແຂວງ ວິຢາ ກຣາຣາ.
-
ໃນ ປີ 1992-1993: ສະຫາຍຮັບ ຜິດຊອບໜ້າທີ່ຕຳແໜ່ງພາຍໃນ ຄະນະບໍລິຫານງານ
ຊາວໜຸ່ມກອມມູນິດກູບາລະດັບຊາດ ແລະ ຖືກມອບໝາຍໃຫ້ເປັນຜູ້ຮັບຜິດຊອບວຽກງານແນວ
ຄິດອຸດົມການ, ແຮງງານ ແລະ ໄດ້ຮັບແຕ່ງຕັ້ງໃຫ້ເປັນເລຂາຄະ
ນະບໍລິຫານຂອງອົງການດັ່ງກ່າວ.
-
ປີ 1982 ສະຫາຍ ໄດ້ສຳເລັດການສຶກສາຂັ້ນປະລິນຍາຕີດ້ານ ວິສະວະກອນໄຟຟ້າ
ຫຼັງຈາກນັ້ນ, ກໍໄດ້ສະໝັກເຂົ້າເປັນນາຍທະຫານ ຂອງກອງກຳລັງປະ
ກອບອາວຸດປະຕິວັດ ຈົນເຖິງປີ 1985. ຈາກນັ້ນມາ, ໃນເດືອນເມສາຂອງປີດຽວກັນ
ສະຫາຍກໍໄດ້ປະກອບສ່ວນເຂົ້າເປັນອາ ຈານສອນ ຢູ່ມະຫາວິທະຍາໄລສູນກາງ ລັດສ
ວິຢາສ. ໃນປີ 1987
ໄດ້ຜ່ານການຝຶກງານເຮັດວຽກງານຕົວຈິງ ໃນສະຫະພັນຊາວໜຸ່ມ ຂອງມະຫາວິທະຍາໄລສູນກາງດັ່ງກ່າວ
ແລະ ໄດ້ສຳເລັດພາລະກິດພັນທະສາກົນກຳມະຊີບ
ໃນການເປັນເລຂາຊາວໜຸ່ມກອມມູນິດກູບາ ທີ່ປະເທດນິກາຣາກວາ ແລະ
ພາຍຫຼັງສຳເລັດໜ້າທີ່ ກໍໄດ້ກັບບ້ານໃນປີ 1989
ກໍໄດ້ກັບມາສືບຕໍ່ໜ້າທີ່ຮັບ ຜິດຊອບໃນຕຳແໜ່ງສຳຄັນ ຕ່າງໆພາຍໃນຂອງອົງການດັ່ງ
ກ່າວ ແລະ ໄດ້ແຕ່ງຕັ້ງໃຫ້ເປັນເລຂາຄະນະບໍລິຫານຊາວໜຸ່ມ ກອມມູນິດກູບາ
ຂອງ ແຂວງ ວິຢາ ກຣາຣາ.
-
ປີ 1993 ສະຫາຍໄດ້ຮັບມອບໝາຍໜ້າທີ່ປະຕິບັດວຽກງານຂອງພັກ ແລະ
ໜຶ່ງປີຕໍ່ມາກໍໄດ້ຖືກເລືອກຕັ້ງເປັນເລຂາພັກ ຂອງແຂວງດັ່ງກ່າວ. ໃນປີ
2003 ໄດ້ຖືກເລືອກຕັ້ງ ແລະ ຍ້າຍໄປຮັບໜ້າທີ່ເປັນເລຂາພັກ ຂອງແຂວງ
ໂຮລກິງ ຈົນເຖິງເດືອນ ເມສາ ຂອງປີຕໍ່ມາ.
-
ປີ 1991 ໄດ້ຖືກຮັບຮອງເຂົ້າເປັນສະມາຊິກສູນກາງພັກ ແລະ
ກ້າວຂຶ້ນເປັນກົມການເມືອງສູນກາງພັກ ນັບແຕ່ປີ 2003 ເປັນຕົ້ນມາ ແລະ
ໄດ້ຖືກຮັບຮອງຄືນໃໝ່ໃນກອງປະຊຸມພັກຄັ້ງທີ 6 ຂອງພັກກອມມູນິດກູບາ
ໃນປີ 2011. ນັບແຕ່ປີ 1993 ເປັນຕົ້ນມາ
ໄດ້ເປັນສະມາຊິກຜູ້ແທນສະພາແຫ່ງຊາດ ອຳນາດປະຊາຊົນຂອງ ສ.ກູບາ.
-
ນັບແຕ່ເດືອນ ພຶດສະພາ 2009 - ເມສາ 2012 ສະຫາຍໄດ້ຖືກແຕ່ງຕັ້ງໃຫ້ເປັນລັດຖະມົນຕີວ່າການກະຊວງສຶກສາຊັ້ນສູງ.
-
ເດືອນ ເມສາ 2012 ໄດ້ຮັບ ແຕ່ງຕັ້ງໃຫ້ເປັນຮອງປະທານສະພາແຫ່ງລັດ ແລະ
ສະພາລັດ ຖະມົນຕີ.
-
ໃນວັນທີ 24 ກຸມພາ 2013 ພາຍໃຕ້ລັດຖະທຳມະນູນ
ຂອງສະພາແຫ່ງຊາດອຳນາດປະຊາຊົນແຫ່ງ ສ.ກູບາ ສະໄໝທີ 6, ສະຫາຍໄດ້ຮັບເລືອກຕັ້ງໃຫ້ເປັນຮອງປະ
ທານ ສະພາແຫ່ງລັດ ແລະ ສະພາລັດ ຖະມົນຕີ ຜູ້ທີ່ໜຶ່ງ ແຫ່ງ ສ.ກູບາ.

No comments:
Post a Comment